ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສັມມາວາຢາມະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມປຸກຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຕັ້ງຈິຕໄວ້ ເພື່ອຈະຍັງອະກຸສົລທັມອັນເປັນບາບ ທີ່ຍັງບໍ່ເຄີຍເກີດ ບໍ່ໃຫ້ເກີດຂຶ້ນ ; ຍ່ອມປຸກຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ ; ຍ່ອມປຸກຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຕັ້ງຈິຕໄວ້ ເພື່ອຈະຍັງກຸສົລທັມທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ; ຍ່ອມປຸກຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາວາຢາມະ.

ພິກຂຸ ທ. ! ສັມມາສະຕິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸ ໃນກໍລະນີນີ້ ຍ່ອມເປັນຜູ່ພິຈາຣະນາເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ,

໑. ໃນບາງແຫ່ງ (ຫຼາຍແຫ່ງ) ທ່ານໃຊ້ຄໍາວ່າ “ເວັ້ນຈາກການປະພຶຕຜິດໃນກາມທັງຫຼາຍ”.

໘໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາເຫັນ ເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມ ພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມບໍ່ພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາ ເຫັນຈິຕໃນຈິຕ ຢູ່ເປັນປະຈຳ ມີຄວາມ ພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈແລະຄວາມ ບໍ່ພໍໃຈໃນໂລກອອກເສຍໄດ້ ; ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາສະຕິ.

ພິກຂຸ ທ. ! ສັມມາສະມາທິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງົບແລ້ວຈາກກາມທັງຫຼາຍ ສະງົບແລ້ວຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງ

ປະຖົົມມະຊານ ປະກອບດ້ວຍ ວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່ ; ເພາະຄວາມທີ່ວິຕົກວິິຈາຣທັງສອງລະງັບລົງ ເຂົ້າເຖິງທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີ

ວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່ ; ອັນໜຶ່ງ ເພາະຄວາມ

ຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ່ຢູ່ອຸເປກຂາ ມີສະຕິ ແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມສັນລະເສີນຜູ່ນັ້ນວ່າ “ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງຕະຕິຢະຊານ ແລ້ວແລຢູ່ ; ເພາະລະສຸຂເສຍໄດ້ ແລະ ເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະໂທມະນັສສະທັງສອງ ໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາສະມາທິ.

- ມະຫາວາຣ. ສັງ. ໑໙/໑໐ - ໑໒/໓໓ - ໔໑.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໗໓

ນິດເທສ ໑໔ ວ່າດ້ວຍ ສັມມາທິຕຖິ

(ມີ ໗໗ ເລື່ອງ)

ໝວດ ກ. ວ່າດ້ວຍ ອຸດເທສ - ວິພາກ ຂອງສັມມາທິຕຖິ

ອຸດເທສແຫ່ງສັມມາທິຕຖິ

ພິກຂຸ ທ. ! ສັມມາທິຕຖິ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຮູ້ອັນໃດເປັນຄວາມຮູ້ໃນທຸກຂ໌ ເປັນຄວາມຮູ້ໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນຄວາມຮູ້ໃນຄວາມດັບແຫ່ງທຸກຂ໌ ເປັນຄວາມຮູ້ໃນທາງດໍາເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາທິຕຖິ.

- ມະຫາ. ທີ. ໑໐/໓໔໘/໒໙໙.

ສັມມາທິຕຖິໂດຍປະຣິຍາຍສອງຢ່າງ

(ໂລກິຍະ - ໂລກຸຕຕະຣະ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ