ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອຸທາຢິ ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ ... ທັມມະວິຈະຢະ ສັມໂພຊຊົງຄ໌ ... ວິຣິຢະສັມໂພຊຊົງຄ໌ ... ປີຕິສັມໂພຊຊົງຄ໌ ... ປັສສັດທິສັມໂພຊຊົງຄ໌ ... ສະມາທິສັມໂພຊຊົງຄ໌ ... ອຸເປກຂາສັມໂພຊຊົງຄ໌ ຊະນິດທີ່ ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ເປັນໂພຊຊົງຄ໌ອັນໄພບູນ ເຖິງຊຶ່ງຄຸນອັນໃຫຍ່ ຫາປະມານ

ບໍ່ໄດ້ ບໍ່ມີຄວາມລໍາບາກ. ພິກຂຸນັ້ນ ດ້ວຍຈິຕມີສະຕິສັມໂພຊຊົງຄ໌ ... ທັມມະວິຈະຢະສັມໂພຊຊົງຄ໌ ... ວິຣິຢະສັມໂພຊຊົງຄ໌ ... ປີຕິສັມໂພຊຊົງຄ໌ ... ປັສສັດທິສັມໂພຊຊົງຄ໌ ... ສະມາທິສັມໂພຊຊົງຄ໌ .. ອຸເປກຂາສັມໂພຊຊົງຄ໌

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໖໗

ອັນຈະເຣີນແລ້ວ ຍ່ອມເຈາະແທງ ຍ່ອມທໍາລາຍ ຊຶ່ງກອງແຫ່ງໂລພະ ອັນຍັງບໍ່ເຄີຍເຈາະແທງ ອັນຍັງບໍ່ເຄີຍທໍາລາຍ ; ຍ່ອມເຈາະແທງ ຍ່ອມທໍາລາຍ ຊຶ່ງກອງແຫ່ງໂທສະ ອັນຍັງບໍ່ເຄີຍເຈາະແທງ ອັນຍັງບໍ່ເຄີຍທໍາລາຍ ; ຍ່ອມເຈາະແທງ ຍ່ອມ

ທໍາລາຍ ຊຶ່ງກອງແຫ່ງໂມຫະ ອັນຍັງບໍ່ເຄີຍເຈາະແທງ ອັນຍັງບໍ່ເຄີຍທໍາລາຍ.

ອຸທາຢິ ! ໂພຊຊົງຄ໌ເຈັດ ຈະເຣີນເຊັ່ນນີ້ແລ ເຮັດໃຫ້ຫຼາຍເຊັ່ນນີ້ແລ ຍ່ອມເປັນໄປເພື່ອຄວາມເຈາະແທງກິເລສ ແລ.

- ມະຫາວາຣ. ສັງ. ໑໙/໑໒໓ - ໑໒໔/໔໔໙ - ໔໕໔.

ປາຣົບໂພຊຊົງຄ໌ເຈັດແລ້ວ ມັຄຄະເປັນອັນປາຣົບດ້ວຍ

ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການ ອັນບຸຄຄົນໃດ ໃຜກໍຕາມ ປາຣົບຜິດແລ້ວ, ອະຣິຍະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຜິດດ້ວຍ. ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການ ອັນບຸຄຄົນໃດ ໃຜກໍຕາມ ປາຣົບຖືກຕ້ອງແລ້ວ, ອະຣິຍະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຖືກຕ້ອງແລ້ວດ້ວຍ.

ໂພຊຊົງຄ໌ເຈັດປະການ ເປັນແນວໃດໜໍ ? ເຈັດປະການຄື : ສະຕິສັມໂພຊຊົງຄ໌ ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ອຸເປກຂາສັມໂພຊຊົງຄ໌.

ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການ ເຫຼົ່ານີ້ ອັນບຸຄຄົນໃດ ໃຜກໍຕາມ ປາຣົບຜິດແລ້ວ, ອະຣິຍະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຜິດແລ້ວດ້ວຍ. ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການເຫຼົ່ານີ້ ອັນບຸຄຄົນໃດ ໃຜກໍຕາມ ປາຣົບຖືກຕ້ອງແລ້ວ, ອະຣິຍະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຖືກຕ້ອງແລ້ວດ້ວຍ.

໘໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ເປັນທັມເຄື່ອງນໍາອອກອັນປະເສີດ ຍ່ອມນໍາບຸຄຄົນຜູ່ປະພຶຕໂພຊຊົງຄ໌ນັ້ນໄປ ເພື່ອຄວາມດັບສິ້ນທຸກຂ໌ ໂດຍຖືກຕ້ອງ.

ພິກຂຸ ທ. ! ໂພຊຊົງຄ໌ ໗ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມ ເປັນໄປໂດຍສ່ວນດຽວ ເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມເຂົ້າໄປລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ເພື່ອນິບພານ.

- ມະຫາວາຣ. ສັງ. ໑໙/໑໑໗ - ໑໑໘/໔໓໑ - ໔໓໔.

ປາຣົບສະຕິປັຕຖານແລ້ວ ມັຄຄ໌ກໍເປັນອັນປາຣົບດ້ວຍ

ພິກຂຸ ທ. ! ສະຕິປັຕຖານ ໔ ຢ່າງ ອັນບຸຄຄົນໃດໃຜກໍຕາມ ປາຣົບຜິດແລ້ວ, ອະຣິຍະອັຕຖັງຄິກະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຜິດດ້ວຍ. ພິກຂຸ ທ. ! ສະຕິປັຕຖານ ໔ ຢ່າງ ອັນບຸຄຄົນໃດໃຜກໍຕາມ ປາຣົບຖືກຕ້ອງແລ້ວ, ອະຣິຍະອັຕຖັງຄິກະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນປາຣົບຖືກຕ້ອງແລ້ວດ້ວຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ