ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ຍານເຄື່ອງຮູ້ຊຶ່ງ ຈຸຕິ ແລະອຸຸປະປາຕະ ຂອງສັຕທັງຫຼາຍ. ເຂົາມີຈັກຂຸທິບ ບໍຣິສຸດກວ່າຈັກຂຸຂອງສາມັນມະນຸສ, ຍ່ອມແລເຫັນສັຕທັງຫຼາຍຈຸຕິຢູ່ ບັງເກີດຢູ່, ຕໍ່າຊາມ ປະນີຕ, ມີວັນນະດີ ມີວັນນະຂີ້ຮ້າຍ, ມີທຸກຂ໌ ມີສຸຂ. ເຂົາຮູ້ແຈ່ມແຈ້ງ ໝູ່ສັຕຜູ່ເຂົ້າເຖິງຕາມກັມວ່າ “ຜູ່ຈະເຣີນທັງຫຼາຍ ! ສັຕເຫຼົ່ານີ້ໜໍ ປະກອບກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເວົ້າຕິຕຽນພຣະອະຣິຍະເຈົ້າທັັງຫຼາຍ ເປັນມິຈສາທິຕຖິ ປະກອບການງານດ້ວຍອໍານາດມິຈສາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ທ່ານຜູ່ຈະເຣີນທັງຫຼາຍ ! ສ່ວນສັຕເຫຼົ່ານີ້ໜໍ ປະກອບກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ, ເປັນສັມມາທິຕຖິ ປະກອບການງານດ້ວຍອໍານາດສັມມາ ທິຕຖິ, ເບື້ອງແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ສຸຄະຕິໂລກສະຫວັນ”. ເຂົາມີຈັກຂຸທິບ ບໍຣິສຸດຂ້າມຜ່ານຈັກຂຸສາມັນມະນຸສ ເຫັນເຫຼົ່າສັຕຜູ່ຈຸຕິຢູ່ ບັງເກີດຢູ່ ຕໍ່າຊາມ ປະນີຕ, ມີວັນນະດີ ມີວັນນະຂີ້ຮ້າຍ, ມີທຸກຂ໌ ມີສຸຂ. ເຂົາຮູ້ແຈ້ງ ໝູ່ສັຕຜູ່ເຂົ້າເຖິງຕາມກັມໄດ້ດັ່ງນີ້ ; (ເຫັນແຈ່ມແຈ້ງ) ປຽບດັ່ງບຸຣຸສຜູ່ມີຈັກຂຸ ຢືນຢູ່ເທິງຜາສາດ ທີ່ທາງສາມແຍກກາງນະຄອຣ ເຂົາຈັກເຫັນມະນຸສເຂົ້າໄປໃນເຮືອນແດ່ ອອກຈາກເຮືອນແດ່ ທ່ຽວໄປຕາມຫົນທາງດ້ວຍລົດແດ່ ນັ່ງຢູ່ກາງທາງສາມແຍກແດ່, ເຂົາເຫັນແຈ່ມແຈ້ງແນວນີ້ວ່າ ມະນຸສພວກນີ້ເຂົ້າໄປໃນເຮືອນ ພວກນີ້ອອກຈາກເຮືອນ ພວກນີ້ທ່ຽວໄປຕາມຫົນທາງດ້ວຍລົດແດ່ ພວກນີ້ນັ່ງຢູ່ກາງທາງສາມແຍກ ດັ່ງນີ້ ເຊັ່ນນັ້ນເໝືອນກັນ ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

(ໝວດອາສະວະຂະຍະຍານ)

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ

໑໕໖໔ ອະຣິຍະສັຈຈ໌ຈາກພະໂອຖະ

ເຂົານ້ອມຈິຕໄປເພື່ອ ອາສະວັກຂະຢະຍານ ເຂົາຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ແລະ ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເຫຕແຫ່ງອາສະວະທັງຫຼາຍ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະທັງຫຼາຍ, ນີ້ເປັນທາງໃຫ້ເຖິງຄວາມດັບບໍ່ມີເຫຼືອແຫ່ງອາສະວະທັງຫຼາຍ”. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນຈາກກາມາສະວະ ພະວາສະວະ ແລະ ອະວິຊຊາສະວະ. ເມື່ອຈິຕພົ້ນວິເສດແລ້ວ ກໍເກີດຍານຢັ່ງຮູ້ວ່າຈິຕພົ້ນແລ້ວ. ເຂົາຮູ້ແຈ້ງວ່າຊດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິຈຈ໌ທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນແນວນີ້ບໍ່ມີອີກ ; (ຮູ້ແຈ່ມແຈ້ງ) ປຽບດັ່ງວັງນໍ້າໃສທີ່ສັນພູ ໃສສະອາດ ບໍ່ຂຸ້ນມົວ, ຄົນມີຈັກຂຸຢືນຢູ່ເທິງຝັ່ງໃນບ່ອນນັ້ນ ເຂົາຈັກເຫັນຫອຍໂຕກົມແດ່ ໂຕເປແດ່ ກ້ອນແຮ່ ກ້ອນຫີນແດ່ ຝູງປາແດ່ ອັນຢຸດຢູ່ ແລະລອຍໄປໃນວັງນໍ້ານັ້ນ, ເຂົາຈັກເຫັນແຈ່ມແຈ້ງຈົນຮູ້ສຶກວ່າ ວັງນໍ້ານີ້ໃສບໍ່ຂຸ້ນເລີຍ ຫອຍ ກ້ອນແຮ່ ກ້ອນຫີນ ປາທັງຫຼາຍເຫຼົ່ານີ້ຢຸດຢູ່ແດ່ ທ່ຽວໄປແດ່ໃນວັງນໍ້ານັ້ນ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

ມານົບ ! ນີ້ແລ ອະຣິຢະປັນຍາຂັນທ໌ ນັ້ນ ທີ່ພຣະຜູ່ມີພຣະພາຄພຣະອົງຄ໌ນັ້ນ ຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ. (ຈົບອະຣິຢະປັນຍາຂັນທ໌) ...

- ສີ. ທີ. ໙/໒໕໒-໒໗໒/໓໑໘-໓໓໗.

ລັກສະນະຄວາມສະອາດ-ບໍ່ສະອາດ ໃນອະຣິຍະວິນັຍ

(ກ. ຄວາມບໍ່ສະອາດ)

ຈຸນທະ ! ຄວາມບໍ່ສະອາດທາງກາຍມີ ໓ ຢ່າງ ຄວາມບໍ່ສະອາດທາງວາຈາມີ ໔ ຢ່າງ ຄວາມບໍ່ສະອາດທາງໃຈມີ ໓ ຢ່າງ.

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໖໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ