ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຈຸນທະ ! ຄວາມບໍ່ສະອາດທາງກາຍມີ ໓ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ່ ມີປົກກະຕິ ເຮັດໃຫ້ສັຕມີປານະໃຫ້ມອດມ້ວຍ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິຕ ມີແຕ່ການຂ້າ ແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ ໑ ເປັນຜູ່ ມີປົກກະຕິ ຖືເອົາສິ່ງຂອງທີ່ມີເຈົ້າຂອງບໍ່ໄດ້ໃຫ້ ຄືວັຕຖຸອຸປະກອນແຫ່ງຊັບຂອງບຸຄຄົນອື່ນ ທີ່ມີຢູ່ໃນບ້ານ ຫຼືໃນປ່າກໍຕາມ ເປັນຜູ່ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ ດ້ວຍອາການແຫ່ງຂີ້ລັກ ໑ ເປັນຜູ່ ມີປົກກະຕິ ປະພຶຕຜິດໃນກາມ (ຄືປະພຶຕຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັກສາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ຫຼືພີ່ນ້ອງຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດ ແມ່ນແຕ່ຍິງອັນເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ເປັນຜູ່ປະພຶຕຜິດຈາຮີດໃນຮູບແບບເຫຼົ່ານັ້ນ ໑ ; ຈຸນທະ ! ເຊັ່ນນີ້ແລ ເປັນຄວາມບໍ່ສະອາດທາງກາຍ ໓ ຢ່າງ.
ຈຸນທະ ! ຄວາມບໍ່ສະອາດທາງວາຈາມີ ໔ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ່ ມີປົກກະຕິກ່າວຂີ້ຕົວະ ໄປສູ່ສະພາກໍດີ ໄປສູ່ບໍລິສັດກໍດີ ໄປສູ່ທ່າມກາງໝູ່ພີ່ນ້ອງກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່ທ່າມ ກາງຣະຊະສະກຸລກໍດີ ອັນເຂົານໍາເອົາໄປເປັນພະຍານ ຖາມວ່າ “ບຸຣຸສຜູ່ຈະເຣີນ ! ທ່ານຮູ້ແນວໃດທ່ານຈົ່ງກ່າວໄປຕາມນັ້ນ” ດັ່ງນີ້, ບຸຣຸສນັ້ນເມື່ອບໍ່ຮູ້ ກໍກ່າວ່າຮູ້ ເມື່ອຮູ້ກໍກ່າວວ່າບໍ່ຮູ້ ເມື່ອບໍ່ເຫັນກໍກ່າວວ່າເຫັນ ເມື່ອເຫັນກໍກ່າວວ່າບໍ່ເຫັນ, ເພາະເຫຕຕົນເອງ ເພາະເຫຕຜູ່ອື່ນ ຫຼື ເພາະເຫຕເຫັນແກ່ອາມິສໃດໆ ກໍເປັນຜູ່ກ່າວຂີ້ຕົວະທັງທີ່ຮູ້ຢູ່ ໑ ເປັນຜູ່ ມີວາຈາສັບສໍ່ ຄືຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍນັ້ນ ເພື່ອທໍາລາຍຝ່າຍນີ້ ຫຼືຟັງຈາກຝ່າຍນັ້ນແລ້ວກໍໄປບອກຝ່າຍນີ້ ເພື່ອທໍາລາຍຝ່າຍນັ້ນ ເປັນຜູ່ທີ່ເຮັດໃຫ້ຄົນສາມັກຄີກັນໃຫ້ແຕກກັນ ຫຼືເຮັດໃຫ້ຄົນທີ່ແຕກກັນແລ້ວ ໃຫ້ແຕກກັນຍິ່ງຂຶ້ນ ພໍໃຈ ຍິນດີ ເພີດເພີນ ໃນການແຕກກັນເປັນພວກ ເປັນຜູ່ກ່າວວາຈາທີ່ເຮັດໃຫ້ແຕກກັນເປັນພວກ ໑ ເປັນຜູ່ ມີວາຈາຫຍາບ ອັນເປັນວາຈາຫຍາບຄາຍ ກ້າແຂງ ແສບເຜັດຕໍ່ຜູ່ອື່ນ ກະທົບກະເທືອນຜູ່ອື່ນ ແວດລ້ອມຢູ່ດ້ວຍຄວາມໂກດ ບໍ່ເປັນໄປເພື່ອສະມາທິ ເຂົາເປັນຜູ່ກ່າວວາຈາມີຮູບລັກສະນະເຊັ່ນນັ້ນ ໑
໑໕໖໖ ອະຣິຍະສັຈຈ໌ຈາກພະໂອຖະ
ເປັນຜູ່ ມີວາຈາໂລເລ ຄືເປັນຜູ່ກ່າວບໍ່ຖືກກາລ ບໍ່ກ່າວຕາມຈິງ ກ່າວບໍ່ອີງອັຕຖະ ບໍ່ອີງທັມມະ ບໍ່ອີງວິນັຍ ເປັນຜູ່ກ່າວວາຈາບໍ່ມີທີ່ຕັ້ງອາໄສ ບໍ່ຖືກກາລະເທສະ ບໍ່ມີຈຸດຈົບ ບໍ່ປະກອບດ້ວຍປະໂຍຊນ໌ ໑ : ຈຸນທະ ! ເຊັ່ນນີ້ແລ ຄວາມບໍ່ສະອາດທາງວາຈາ ໔ ຢ່າງ.
ຈຸນທະ ! ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ ເປັນແນວໃດໜໍ ? ຈຸນທະ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ່ ອັ່ງດ້ວຍອະພິຊຊາ (ຄວາມໂລບເພັ່ງເລັງ) ເປັນຜູ່ໂລບເພັ່ງເລັງວັຕຖຸ ອຸປະກອນແຫ່ງຊັບຂອງຜູ່ອື່ນ ວ່າ “ສິ່ງໃດເປັນຂອງຜູ່ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ” ດັ່ງນີ້ ໑ ເປັນຜູ່ ມີຈິຕພະຍາບາດ ມີຄວາມດໍາຣິໃນໃຈເປັນໄປໃນທາງປອງຮ້າຍ ວ່າ “ສັຕທັງຫຼາຍເຫຼົ່ານີ້ຈົ່ງເດືອດຮ້ອນ ຈົ່ງແຕກທໍາລາຍ ຈົ່ງຂາດສູນ ຈົ່ງວິນາດ ຢ່າໄດ້ມີຢູ່ເລີຍ” ດັ່ງນີ້ເປັນຕົ້ນ ໑ ເປັນຜູ່ ມີຄວາມເຫັນຜິດ ມີທັສສະນະວິປະຣິຕ ວ່າ “ທານທີ່ໃຫ້ແລ້ວບໍ່ມີ (ຜົລ), ຍັນທີ່ບູຊາແລ້ວບໍ່ມີ (ຜົລ), ການບູຊາທີ່ບູຊາແລ້ວບໍ່ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວບໍ່ມີ, ໂລກນີ້ບໍ່ມີ, ໂລກອື່ນບໍ່ມີ, ມານດາບໍ່ມີ, ບິດາບໍ່ມີ, ໂອປະປາຕິກະສັຕບໍ່ມີ, ສະມະນະ ພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງໂລກນີ້ ແລະໂລກອື່ນດ້ວຍປັນຍາໂດຍຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ກໍບໍ່ມີ” ດັ່ງນີ້ ໑ ; ຈຸນທະ ! ເຊັ່ນນີ້ແລ ເປັນຄວາມບໍ່ສະອາດທາງໃຈ ໓ ຢ່າງ.
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ອະກຸສົລກັມມະບົດສິບ.








