ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ຍານເຄື່ອງກໍານົດຮູ້ໃຈຜູ່ອື່ນ. ເຂົາຍ່ອມກໍານົດຮູ້ໃຈສັຕເຫຼົ່າອື່ນ ບຸຄຄົນເຫຼົ່າອື່ນ ດ້ວຍໃຈຂອງຕົນ : ຮູ້ຈິຕຂອງຜູ່ທີ່ມີຣາຄະວ່າມີຣາຄະ ບໍ່ມີຣາຄະວ່າບໍ່ມີຣາຄະ ມີໂທສະວ່າມີໂທສະ ບໍ່ມີໂທສະວ່າບໍ່ມີໂທສະ ມີໂມຫະວ່າມີໂມຫະ ບໍ່ມີໂມຫະວ່າບໍ່ມີໂມຫະ ຫົດຫູ່ວ່າຫົດຫູ່ ບໍ່ຫົດຫູ່ວ່າບໍ່ຫົດຫູ່ ຟຸ້ງຊ້ານວ່າຟຸ້ງຊ້ານ ບໍ່ຟຸ້ງຊ້ານວ່າບໍ່ຟຸ້ງຊ້ານ ມີຈິຕເປັນມະຫະຣະຄະຕະ (ຈິຕໃຫຍ່) ວ່າເປັນມະຫະຣະຄະຕະ ບໍ່ມີຈິຕເປັນມະຫະຣະຄະຕະວ່າບໍ່ເປັນມະຫະຣະຄະຕະ ມີຈິຕອື່ນຍິ່ງກວ່າວ່າມີຈິຕອື່ນຍິ່ງກວ່າ ບໍ່ມີຈິຕອື່ນຍິ່ງກວ່າວ່າບໍ່ມີມີຈິຕອື່ນຍິ່ງກວ່າ ມີຈິຕຕັ້ງໝັ້ນວ່າມີຈິຕຕັ້ງໝັ້ນ ບໍ່ມີຈິຕຕັ້ງໝັ້ນວ່າບໍ່ມີຈິຕຕັ້ງໝັ້ນ ມີຈິຕຫຼຸດພົ້ນວ່າມີຈິຕຫຼຸດພົ້ນ ບໍ່ມີຈິຕຫຼຸດພົ້ນວ່າບໍ່ມີຈິຕຫຼຸດພົ້ນ ; (ແຕ່ລະຢ່າງຮູ້ໄດ້ແຈ່ມແຈ້ງ) ປຽບດັ່ງຊາຍໜຸ່ມຍິງສາວ ຮັກການແຕ່ງໂຕ ເມື່ອສ່ອງເບິ່ງເງົາແຫ່ງໜ້າຂອງຕົນໃນແຫວ່ນແຍງອັນໃສກ້ຽງ ຜ່ອງໃສ ຫຼືໃນນໍ້າອັນໃສ ຖ້າມີໄຝຝ້າກໍຮູ້ວ່າມີໄຝຝ້າ ຖ້າບໍ່ມີໄຝຝ້າກໍຮູ້ວ່າບໍ່ມີໄຝຝ້າ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

໑໕໖໒ ອະຣິຍະສັຈຈ໌ຈາກພະໂອຖະ

(ໝວດປຸບເພນິວາສານຸສສະຕິຍານ)

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ປຸບເພນິວາສານຸສສະຕິຍານ. ເຂົາຍ່ອມລະນຶກເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນ ໄດ້ຫຼາຍປະການ ຄືລະນຶກໄດ້ໃນຊາຕໜຶ່ງແດ່ ສອງຊາຕ ສາມຊາຕ ສີ່ຊາຕ ຫ້າຊາຕແດ່, ສິບຊາຕ ຊາວຊາຕ ສາມສິບຊາຕ ສີ່ສິບຊາຕ ຫ້າສິບຊາຕແດ່, ຮ້ອຍຊາຕ ພັນຊາຕ ແສນຊາຕແດ່, ຕະຫຼອດຫຼາຍສັງວັຕຕະກັບ ຫຼາຍວິວັຕຕະກັບ ຫຼາຍສັງວັຕຕະກັບ ແລະວິວັຕຕະກັບແດ່, ວ່າເມື່ອເຮົາຢູ່ໃນພົບນັ້ນ ມີຊື່ແນວນັ້ນ ມີໂຄດ ມີວັນນະ ມີອາຫາຣ ແນວນັ້ນໆ, ສະເຫວີຍສຸຂແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງທໍ່ນັ້ນ ; ເມື່ອຈຸຕິຈາກພົບນັ້ນແລ້ວ ໄດ້ເກີດໃນພົບນັ້ນ ມີຊື່ ໂຄດ ວັນນະ ມີອາຫາຣ ແນວນັ້ນໆ, ໄດ້ສະເຫວີຍສຸກແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງທໍ່ນັ້ນ ; ເມື່ອຈຸຕິຈາກພົບນັ້ນໆລໆແລ້ວ ມາເກີດໃນພົບນີ້. ເຂົານັ້ນລະນຶກເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນໄດ້ຫຼາຍປະການ ພ້ອມທັງອາການ ແລະລັກສະນະດັ່ງນີ້ ; (ລະນຶກໄດ້ແຈ່ມແຈ້ງ) ປຽບດັ່ງຊາຍຜູ່ໜຶ່ງ ອອກຈາກບ້ານຕົນໄປບ້ານອື່ນ ແລ້ວອອກຈາກບ້ານນັ້ນ ໄປສູ່ບ້ານອື່ນອີກ ແລ້ວອອກຈາກບ້ານນັ້ນໆ ກັບມາສູ່ບ້ານຂອງຕົນ ເຂົາຈະລະນຶກໄດ້ແນວນີ້ວ່າ ເຮົາອອກຈາກບ້ານຕົນໄປສູ່ບ້ານນັ້ນ ຢູ່ທີ່ບ້ານນັ້ນໆ ເຮົາໄດ້ຍິນ ໄດ້ນັ່ງ ໄດ້ເວົ້າ ໄດ້ນິ້ງ ແນວນີ້ໆ, ເມື່ອອອກຈາກບ້ານນັ້ນແລ້ວ ໄດ້ໄປສູ່ບ້ານອື່ນນັນອີກ, ແມ່ນທີ່ບ້ານອື່ນນັ້ນ ເຮົາໄດ້ຍິນ ໄດ້ນັ່ງ ໄດ້ເວົ້າ ໄດ້ນິ້ງ ແນວນີ້ໆ, ເຮົາອອກຈາກບ້ານອື່ນນັ້ນແລ້ວ ກັບມາສູ່ບ້ານຂອງຕົນນັ້ນແລ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໖໓

(ໝວດຈຸຕູປະປາຕະຍານ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ