ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ກັສສະປະ ! ຫົນທາງນັ້ນ ເປັນແນວໃດໜໍ ? ປະຕິປະທານັ້ນ ເປັນແນວໃດໜໍ ? ຫົນທາງນັ້ນຄື ຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການ, ໄດ້ແກ່ສິ່ງເຫຼົ່ານີ້ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢະມະ ສັມມາສະຕິ ສັມມາສະມາທິ.

ກັສສະປະ ! ນີ້ແລເປັນຫົນທາງ ເປັນປະຕິປະທາ ຊຶ່ງຜູ່ປະຕິບັຕຕາມນັ້ນແລ້ວ ຈັກຮູ້ໄດ້ເອງ ຈັກເຫັນໄດ້ເອງຄັກແທ້ ວ່າ ສະມະນະໂຄດົມເປັນຜູ່ມີປົກກະຕິກ່າວຕາມກາລະ ກ່າວຖືກຕ້ອງຕາມທີ່ເປັນຈິງ ກ່າວໂດຍອັຕຖະ ກ່າວໂດຍທັມ ກ່າວໂດຍວິນັຍ ດັ່ງນີ້.

- ສີ. ທີ. ໙/໒໐໙/໒໖໕.

ໝວດ ສ. ວ່າດ້ວຍ ປະກິນນະກະ

ອັຕຖັງຄິກະມັຄຄະກັບນິບພານ

“ພຣະໂຄດົມຜູ່ຈະເຣີນ ! ທັມທໍ່ໃດໜໍ ທີ່ບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ມີນິບພານເປັນບ່ອນໄປ ມີນິບພານເປັນເບື້ອງໜ້າ ມີນິບພານເປັນບ່ອນສຸດຈົບ ?”

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໖໕

ນັນທິຢະ ! ທັມ ໘ ປະການ ເຫຼົ່ານິີ້ແລ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ເປັນທັມ ມີນິບພານເປັນບ່ອນໄປ (ນິບພານະຄະມະ). ມີນິບພານເປັນເບື້ອງໜ້າ (ນິບພານະປະຣາຢະນະ), ມີນິບພານເປັນບ່ອນສຸດຈົບ (ນິບພານະປະຣິໂຢສານະ). ແປດປະການແນວໃດໜໍ ? ແປດປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ນັນທິຢະ ! ທັມແປດປະການເຫຼົ່ານີ້ແລ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ມີ

ນິບພານເປັນບ່ອນໄປ ມີນິບພານເປັນເບື້ອງໜ້າ ມີນິບພານເປັນບ່ອນສຸດຈົບ.

- ມະຫາວາຣ. ສັງ. ໑໙/໑໔/໔໕

ໂພຊຊົງຄ໌ໃນຖານະເປັນມັຄຄະ

ພິກຂຸ ທ. ! ມັຄຄະໃດ ປະຕິປະທາໃດ ເປັນໄປເພື່ອຄວາມດັບສິ້ນແຫ່ງຕັນຫາ ພວກເຈົ້າຈົ່ງຈະເຣີນຊຶ່ງມັຄຄະນັ້ນ ປະຕິປະທານັ້ນ.

ພິກຂຸ ທ. ! ມັຄຄະນັ້ນ ປະຕິປະທານັ້ນ ເປັນແນວໃດໜໍ ? ນັ້ນຄື ໂພຊຊົງຄ໌ເຈັດ ; ກ່າວຄື ສະຕິສັມໂພຊຊົງຄ໌ ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ອຸເປກຂາສັມໂພຊຊົງຄ໌.

(ປະໂຍຊນ໌ແຫ່ງມັຄຄະ ແລະ ປະຕິປະທາໃນສູຕນີ້ ຊົງສະແດງເປັນ ຄວາມດັບສິ້ນແຫ່ງຕັນຫາ ; ໃນສູຕອື່ນຊົງສະແດງເປັນ ຄວາມດັບແຫ່ງຕັນຫາ ກໍມີ).

ເມື່ອຕຣັດດັ່ງນີ້ແລ້ວ ທ່ານພຣະອຸທາຢິທູນຖາມວ່າ ຈະເຣີນໂພຊຊົງຄ໌ເຈັດນັ້ນ ດ້ວຍວິທີແບບໃດ ? ຕຣັດວ່າ :-

ອຸທາຢິ ! ພີກຂຸໃນກໍລະນີນີ້ ຈະເຣີນສະຕິສັມໂພຊຊົງຄ໌ ... ທັມມະວິຈະຢະສັມໂພຊຊົງຄ໌ ... ວິຣິຢະສັມໂພຊຊົງຄ໌ ... ປີຕິສັມໂພຊຊົງຄ໌ ... ປັສສັດທິສັມໂພຊຊົງຄ໌ ... ສະມາທິສັມໂພຊຊົງຄ໌ ... ອຸເປກຂາສັມໂພຊຊົງຄ໌

໘໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ຊະນິດທີ່ ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ເປັນໂພຊຊົງຄ໌ອັນໄພບູນ ເຖິງຊຶ່ງຄຸນອັນໃຫຍ່ ຫາປະມານບໍ່ໄດ້ ບໍ່ມີຄວາມລໍາບາກ. ເມື່ອຈະເຣີນສະຕິສັມໂພຊຊົງຄ໌ (ເປັນຕົ້ນ) ເຊັ່ນນີ້ຢູ່, ຕັນຫາຍ່ອມລະໄປ. ເພາະຕັນຫາລະໄປ ກັມກໍລະໄປ ; ເພາະກັມລະໄປ ທຸກຂ໌ກໍລະໄປ. ອຸທາຢິ ! ດ້ວຍອາການດັ່ງນີ້ແລ ຄວາມດັບສິ້ນກັມຍ່ອມມີ ເພາະ ຄວາມດັບສິ້ນຕັນຫາ ຄວາມດັບສິ້ນທຸກຂ໌ຍ່ອມມີ ເພາະຄວາມດັບສິ້ນກັມ ແລ.

(ນອກຈາກຈະຊົງສະແດງໂພຊຊົງຄ໌ເຈັດ ໃນຖານະເປັນມັຄຄະປະຕິປະທາ ເພື່ອຄວາມດັບສິ້ນຕັນຫາ ເພື່ອຄວາມດັບຕັນຫາ ດັ່ງນີ້ແລ້ວ ຍັງຊົງສະແດງໄວ້ໂດຍໄນຍະອື່ນອີກ ຄື :-).

ພິກຂຸ ທ. ! ເຮົາຈະສະແດງມັຄຄະ ອັນເປັນສ່ວນເຈາະແທງກິເລສ (ນິບເພດະ ພາຄິຢະ) ; ເຈົ້າທັງຫຼາຍຈົ່ງຟັງໃຫ້ດີ. ມັຄຄະອັນມີສ່ວນເຈາະແທງກິເລສ ນັ້ນເປັນແນວໃດໜໍ ? ຄືສັມໂພຊຊົງຄ໌ເຈັດ. ເຈັດຄືອັນໃດໜໍ ? ເຈັດຄື : ສະຕິສັມໂພຊຊົງຄ໌ ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ອຸເປກຂາສັມໂພຊຊົງຄ໌.

ຕຣັດດັ່ງນີ້ແລ້ວ ທ່ານອຸທາຢິໄດ້ທູນຖາມວ່າ “ການຈະເຣີນເຮັດໃຫ້ຫຼາຍຊຶ່ງໂພຊຊົງຄ໌ເຈັດ ອັນມີສ່ວນແຫ່ງການເຈາະແທງກິເລສນັ້ນ ຈະເຣີນແບບຊະນິດໃດກັນໜໍ ຂ້ານ້ອຍ ?” ຕຣັດວ່າ :-

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ