ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອການ ນິລະມິຕກາຍອັນສໍາເລັດດ້ວຍໃຈ. ເຂົາຖອດກາຍອື່ນອອກຈາກກາຍນີ້ ເປັນກາຍມີຮູບ ສໍາເລັດຈາກໃຈ ມີອະໄວຍະວະນ້ອຍໃຫຍ່ ມີອິນຊີບໍ່ຕໍ່າຊາມ ; (ຖອດອອກມາໄດ້) ປຽບດັ່ງຊາຍຜູ່ໜຶ່ງ ດຶງໄສ້ຫຍ້າປ້ອງອອກຈາກຫຍ້າປ້ອງ ເຂົາກໍານົດໄດ້ວ່ານີ້ຫຍ້າປ້ອງ ນີ້ໄສ້ຫຍ້າປ້ອງ, ຫຍ້າປ້ອງເປັນແນວໜຶ່ງ ໄສ້ຫຍ້າປ້ອງເປັນອີກແນວໜຶ່ງ ແຕ່ໄສ້ນັ້ນດຶງອອກມາຈາກຫຍ້າປ້ອງນັ້ນເອງ, ອີກຢ່າງໜຶ່ງ ປຽບດັ່ງຊາຍຜູ່ໜຶ່ງດຶງດາບອອກຈາກຟັກ ເຂົາກໍານົດໄດ້ວ່າ ນີ້ດາບ ນີ້ຟັກ ດາບເປັນແນວໜຶ່ງ ຟັກເປັນອີກແນວໜຶ່ງ ແຕ່ດາບດຶງອອກຈາກຟັກນັ້ນເອງ. ອີກຢ່າງໜຶ່ງ ປຽບດັ່ງຊາຍຜູ່ໜຶ່ງ ຍົກງູຂຶ້ນຈາກຂ້ອງ ເຂົາກໍານົດໄດ້ວ່າ ນີ້ງູ ນີ້ຂ້ອງ ງູເປັນແນວໜຶ່ງ ຂ້ອງເປັນອີກແນວໜຶ່ງ ແຕ່ງູຍົກມາຈາກຂ້ອງນັ້ນເອງ, ເຊັ່ນນັ້ນ ເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

໑໕໖໐ ອະຣິຍະສັຈຈ໌ຈາກພະໂອຖະ

(ໝວດອິດທິວິທີ)

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ອິດທິວິທີ (ຄືວິທີເຄື່ອງສະແດງລິດ). ເຂົາຍ່ອມບັນລຸວິທີເຄື່ອງສະແດງລິດຫຼາຍປະການ : ເຮັດຄົນດຽວເປັນຄົນຫຼາຍແດ່ ເຮັດຄົນຫຼາຍກັບເປັນຄົນດຽວແດ່ ເຮັດບ່ອນກໍາບັງໃຫ້ເປັນບ່ອນແຈ້ງ ເຮັດບ່ອນແຈ້ງໃຫ້ເປັນບ່ອນກໍາບັງ ໄປໄດ້ບໍ່ຂັດຂ້ອງທະລຸຝາ ທະລຸກໍາແພງ ທະລຸພູເຂົາ ຄືດັ່ງໄປໃນອາກາສ. ຜຸດຂຶ້ນ ແລະດໍາຣົງໃນແຜ່ນດິນໄດ້ ຄືດັ່ງໃນນໍ້າ ໄປໄດ້ເທິງນໍ້າຄືດັ່ງເທິງແຜ່ນດິນ ລອຍໄປໃນອາກາສໄດ້ທັງທີ່ຍັງຄູ້ຂາຄືດັ່ງນົກມີປີກ, ລູບຄໍາດວງຈັນແລະດວງອາທິຕ ອັນມີລິດອານຸພາບຫຼາຍໄດ້ດ້ວຍຝ່າມື ສະແດງອໍານາດດ້ວຍກາຍ ເປັນໄປຕະຫຼອດເຖິງ ພຣົມມະໂລກ. (ເຮັດໄດ້ດ້ວຍຄວາມຊ່ຽວຊານ) ປຽບດັ່ງນາຍຊ່າງໝໍ້ ຫຼືລູກນ້ອງຂອງນາຍຊ່າງໝໍ້ ຜູ່ຊ່ຽວຊານ ເມື່ອປັ້ນດິນໄວ້ດີແລ້ວ ປາຖນາຈັກເຮັດພາຊະນະດິນຊະນິດຕ່າງໆກັນ ກໍສາມາດເຮັດພາຊະນະດິນ ຊະນິດຕ່າງໆນັ້ນໄດ້ສໍາເລັດ, ອີກຢ່າງໜຶ່ງ ປຽບດັ່ງນາຍຊ່າງງາ ຫຼືລູກນ້ອງຂອງນາຍຊ່າງງາ ຜູ່ຊ່ຽວຊານ ເມື່ອແຕ່ງງາດີແລ້ວ ຖ້າປາຖນາວັຕຖຸງາຊະນິດຕ່່າງໆ ກໍເຮັດວັຕຖຸນັ້ນໃຫ້ສໍາເລັດໄດ້, ອີກຢ່າງໜຶ່ງ ປຽບດັ່ງນາຍຊ່າງຄໍາ ຫຼືລູກນ້ອງຂອງນາຍຊ່າງຄໍາ ຜູ່ຊ່ຽວຊານ ເມື່ອແຕ່ງເນື້ອຄໍາດີແລ້ວ ຖ້າປາຖນາເຄື່ອງຄໍາຊະນິດຕ່່າງໆ ກໍເຮັດເຄື່ອງຄໍາຮູບຕ່າງໆໃຫ້ສໍາເລັດໄດ້, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

(ໝວດທິບພະໂສຕະ)

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ໂສຕະທາດອັນເປັນທິບ. ເຂົາມີໂສຕທາດເປັນທິບ ປອດກ້ຽງວິເສດ ຂ້າມຜ່ານໂສຕະທາດສາມັນມະນຸສ

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໖໑

ໄດ້ຍິນສຽງທັງສອງຊະນິດ ຄື ສຽງທິບແລະສຽງມະນຸສ ທັງຈາກໃກ້ແລະໄກ (ໄດ້ແຈ່ມແຈ້ງວ່າເປັນສຽງຫຍັງ) ເຊັ່ນດຽວກັບຊາຍເດີນທາງໄກ ເຂົາໄດ້ຍິນສຽງກອງແດ່ ສຽງກອງເພນ ສຽງສັງ ສຽງກອງຕຸ້ມ ສຽງກອງຊຸດແດ່ (ຈາກໃນເມືອງ) ເຂົາຍ່ອມສາມາດກໍານົດໄດ້ວ່າ ນັ້ນສຽງກອງ ນັ້ນສຽງກອງເພນ ນັ້ນສຽງສັງ ນັ້ນສຽງກອງຕຸ້ມ ສຽງກອຊຸດ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຂົາປະການໜຶ່ງ.

(ໝວດເຈໂຕປະຣິຢະຍານ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ