ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ມານົບ ! ປຽບດັ່ງໃນໜອງບົວອຸບົນ ໜອງບົວປະທຸມ ໜອງບົວບຸນທະຣິກ ມີດອກອຸບົນ ດອກປະທຸມ ດອກບຸນທະຣິກ ບາງໝວດທີ່ເກີດຢູ່ໃນນໍ້າ ຈະເຣີນຢູ່ໃນນໍ້າ ຍັງຂຶ້ນບໍ່ພົ້ນນໍ້າ ຈົມຢູ່ພາຍໃຕ້ ອັນນໍ້າລ້ຽງໄວ້, ດອກບົວເຫຼົ່ານັ້ນຖືກນໍ້າເຢັນແຊ່ຊຸ່ມ ຖືກຕ້ອງຕັ້ງແຕ່ຍອດຕະຫຼອດຮາກ, ສ່ວນໃດໆຂອງດອກບົວເຫຼົ່ານັ້ນທົ່ວທັງດອກ ທີ່ນໍ້າເຢັນບໍ່ຖືກຕ້ອງແລ້ວແມ່ນບໍ່ມີ. ຂໍ້ນີ້ເປັນເຊັ່ນໃດ : ມານົບ ! ພິກຂຸພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍສຸຂຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງຂອງກາຍເຂົາ ທີ່ສຸຂຫາປີຕິບໍ່ໄດ້ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນສະມາທິຂອງເຂົາປະການໜຶ່ງ.
(ໝວດຈະຕຸຕຖະຊານ)
ມານົບ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະລະສຸຂ ແລະທຸກຂ໌ເສຍໄດ້, ເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ຈຶ່ງ ບັນລຸຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່. ເຂົານັ້ນນັ່ງແຜ່ໄປຕະຫຼອດກາຍນີ້ ດ້ວຍໃຈອັນບໍຣິສຸດຜ່ອງໃສ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸດຜ່ອງໃສບໍ່ຖືກຕ້ອງແລ້ວແມ່ນບໍ່ມີ.
໑໕໕໘ ອະຣິຍະສັຈຈ໌ຈາກພະໂອຖະ
ມານົບ ! ປຽບດັ່ງຊາຍຄົນໜຶ່ງ ນັ່ງຫຸ້ມໂຕດ້ວຍຜ້າຂາວຕະຫຼອດຫົວ, ສ່ວນໃດໆໃນກາຍເຂົາທົ່ວທັງໂຕ ທີ່ຜ້າຂາວບໍ່ຖືກຕ້ອງແລ້ວ (ຄືບໍ່ຄຸມແລ້ວ) ແມ່ນບໍ່ມີ. ຂໍ້ນີ້ເປັນເຊັ່ນໃດ ; ມານົບ ! ພິກຂຸນັ່ງແຜ່ໃຈອັນບໍຣິສຸດຜ່ອງໃສ ໄປຕະຫຼອດກາຍນີ້, ສ່ວນໃດສ່ວນໜຶ່ງໃນກາຍເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸດຜ່ອງໃສ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ, ເຊັ່ນນັ້ນກໍເໝືອນກັນ. ແມ່ນວ່ານີ້ ກໍເປັນສະມາທິຂອງເຈົ້າປະການໜຶ່ງ.
ມານົບ ! ນີ້ແລ ອະຣິຍະສະມາທິຂັນທ໌ນັ້ນ ທີ່ພຣະຜູ່ມີພຣະພາຄພຣະອົງຄ໌ນັ້ນຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ. (ຈົບອະຣິຢະສະມາທິຂັນທ໌) ...
໓. ປັນຍາຂັນທ໌
“ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຢະປັນຍາຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມຊົງສັນລະເສີນ ແລະ ຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຕັ້ງຢູ່ ໃຫ້ຕັ້ງໄວ້ສະເພາະ ?”
(ໝວດຍານທັສສະນະ)
ພິກຂຸນັ້ນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ ເຂົານ້ອມຈິຕໄປເພື່ອ ຍານທັສສະນະ. ເຂົາຍ່ອມຮູ້ແຈ້ງດັ່ງນີ້ວ່າ ກາຍຂອງເຮົານີ້ມີຮູບ ປະກອບດ້ວຍມະຫາພູຕະທັງສີ່ ມີມານດາບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກ ແລະເຂົ້າໜົມສົດ ຕ້ອງຫໍ່ຫຸ້ມນວດຄັ້ນຢູ່ເນື່ອງນິດ ແຕ່ກໍຍັງມີການແຕກທໍາລາຍຫຼຸ້ຍຫ້ຽນເປັນທັມມະດາ, ແຕ່ວິນຍານຂອງເຮົານີ້ອາໄສຢູ່ໃນກາຍນັ້ນ ເນື່ອງຢູ່ໃນກາຍ ນັ້ນ ; (ເຂົາຮູ້ເຫັນຢ່າງແຈ່ມແຈ້ງ) ປຽບດັ່ງມະນີໄພທູນອັນສວຍງາມ ສົມຊາຕແກ້ວ ແປດຫຼ່ຽມ ເຈຍລະນດີແລ້ວ ສົດໃສ ຜ່ອງໃສ ເຖິງພ້ອມດ້ວຍຄຸນຄ່າທັງປວງ,
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໕໙
ໃນແກ້ວນັ້ນມີດ້າຍຮ້ອຍຢູ່ ສີຂຽວແດ່ ສີເຫຼືອງແດ່ ສີແດງແດ່ ສີຂາວແດ່ ສີສົ້ມແດ່, ບຸຣຸສຜູ່ມີຕາດີ ວາງແກ້ວນັ້ນລົງໃນມືແລ້ວ ກໍຈັກເຫັນໂດຍຈະແຈ້ງວ່າ ມະນີໄພທູນນີ້ເປັນຂອງສວຍງາມ ສົມຊາຕແກ້ວ ແປດຫຼ່ຽມ ເຈຍລະນດີແລ້ວ ສົດໃສ ຜ່ອງໃສ ເຖິງພ້ອມດ້ວຍຄຸນຄ່າທັງປວງ, ໃນແກ້ວນັ້ນມີດ້າຍຮ້ອຍຢູ່ ສີຂຽວແດ່ ສີເຫຼືອງແດ່ ສີແດງແດ່ ສີຂາວແດ່ ສີສົ້ມແດ່, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນປັນຍາຂອງເຈົ້າປະການໜຶ່ງ.
(ໝວດມະໂນມະຢິດທີ)








