ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມານົບ ! ພິກຂຸພິຈາຣະນາເຫັນນິວອຣ ໕ ປະການ ທີ່ຕົນຍັງລະບໍ່ໄດ້ວ່າ ເປັນເຊັ່ນກັບການກູ້ໜີ້ ເຊັ່ນກັບການເປັນໂຣຄາ ເຊັ່ນກັບການຕິດຄຸກ ເຊັ່ນກັບການເປັນທາສ ແລະການຂົນຊັບຂ້າມທາງກັນດານ, ແລະເຂົາພິຈາຣະນາເຫັນນິວອຣ ໕ ປະການ ທີ່ລະເສຍໄດ້ແລ້ວໃນຕົນເອງ ເປັນເຊັ່ນກັບການໝົດໜີ້ ການໝົດໂຣຄາ ການຫຼຸດຈາກຄຸກ ການພົ້ນຈາກທາສ ການບັນລຸເຖິງບ່ອນປອດພັຍ ເຊັ່ນນັ້ນເໝືອນກັນແລ.

(ໝວດປະຖົມມະຊານ)

ເມື່ອພິກຂຸນັ້ນມອງເຫັນນິວອຣທັງຫ້າເຫຼົ່ານີ້ ທີ່ລະໄດ້ແລ້ວໃນຕົນຢູ່, ປາໂມດຍ່ອມເກີດຂຶ້ນ ; ເມື່ອປາໂມດແລ້ວ ປີຕິຍ່ອມເກີດຂຶ້ນ ; ກາຍຂອງຜູ່ມີໃຈປີຕິຍ່ອມສະງົບ ; ຜູ່ມີກາຍສະງົບແລ້ວ ຍ່ອມສະເຫວີຍສຸຂ ; ຈິຕຂອງຜູ່ມີສຸຂຍ່ອມຕັ້ງໝັ້ນເປັນສະມາທິ. ເຂົານັ້ນ ເພາະສະຫງັດຈາກກາມ ແລະສະຫງັດຈາກອະກຸສົລທັມ ຈຶ່ງ ບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິ ແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເຂົາພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ວິເວກນັ້ນ, ສ່ວນໃດສ່ວນໜຶ່ງ ຂອງກາຍເຂົາທົ່ວທັງໂຕ ທີ່ປີຕິແລະສຸຂ ອັນເກີດແຕ່ວິເວກນັ້ນ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ.

ມານົບ ! ປຽບເໝືອນນາຍຊ່າງອາບກໍດີ ຫຼື ລູກນ້ອງຂອງເຂົາກໍດີ ເປັນຄົນສະຫຼາດ ໂຮຍຜົງທີ່ໃຊ້ສໍາລັບຖູໂຕໃນເວລາອາບນໍ້າ ລົງໃນຂັນສໍາລິດ ແລ້ວພົມນໍ້າໝັກໄວ້. ເມື່ອເວລາແລງກ້ອນຜົງອອກຢາງເຂົ້າຫາກັນ ຊຶມທົ່ວກັນແລ້ວ ຈັບກັນທັງພາຍໃນພາຍນອກ ບໍ່ໄຫຼຍ້ອຍເຊັ່ນໃດ ; ມານົບ ! ພິກຂຸພົມກາຍນີ້ ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ວິເວກ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາ ທີ່ປີຕິແລະສຸຂ ອັນເກີດແຕ່ວິເວກ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ກໍເປັນສະມາທິຂອງເຂົາປະການໜຶ່ງ.

໑໕໕໖ ອະຣິຍະສັຈຈ໌ຈາກພະໂອຖະ

(ໝວດທຸຕິຢະຊານ)

ມານົບ ! ຂໍ້ອື່ນຍັງມີອີກ : ເພາະສະງົບວິຕົກວິຈາຣເສຍໄດ້ ພິກຂຸຈຶ່ງ ບັນລຸຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເຈົ້າພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວທັງໂຕ ທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ.

ມານົບ ! ປຽບດັ່ງວັງນໍ້າອັນເລິກ ມີນໍ້າອອກບໍ່ບຸ່ນຂຶ້ນ ບໍ່ມີປາກທາງນໍ້າໄຫຼເຂົ້າ ທາງທິສຕາເວັນອອກ ທິສໃຕ້ ທິສຕາເວັນຕົກ ທິສເໜືອ ແລະຝົນກໍບໍ່ຕົກເພີ່ມນໍ້າໃຫ້ແກ່ວັງນໍ້ານັ້ນ ຕະຫຼອດກາລໂດຍກາລ, ທໍ່ນໍ້າເຢັນບຸ່ນຂຶ້ນຈາກວັງນໍ້າ ແຊ່ເຮັດໃຫ້ຊຸ່ມຖືກຕ້ອງວັງນໍ້ານັ້ນເອງ, ສ່ວນໃດໆຂອງວັງນໍ້ານັ້ນ ທີ່ນໍ້າເຢັນບໍ່ຖືກຕ້ອງແລ້ວແມ່ນບໍ່ມີ. ຂໍ້ນີ້ເຊັ່ນໃດ ; ມານົບ ! ພິກຂຸພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງໃນກາຍເຂົາ ທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ, ເຊັ່ນນັ້ນເໝືອນກັນ. ແມ່ນວ່ານີ້ ກໍເປັນສະມາທິຂອງເຂົາປະການໜຶ່ງ.

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໕໗

(ໝວດຕະຕິຢະຊານ)

ມານົບ ! ຂໍ້ອື່ນຍັງມີອີກ : ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຈຶ່ງ ບັນລຸຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໃດບັນລຸຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນສຸກ” ດັ່ງນີ້ແລ້ວແລຢູ່. ເຂົາພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍສຸຂ ຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວທັງໂຕ ທີ່ສຸຂຫາປີຕິບໍ່ໄດ້ ບໍ່ຖືກຕ້ອງແລ້ວແມ່ນບໍ່ມີ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ