ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸນັ້ນ ປະກອບດ້ວຍ ອະຣິຍະສີລະຂັນທ໌ ນີ້ດ້ວຍ ປະກອບດ້ວຍ ອະຣິຍະອິນຊີສັງວອຣ ນີ້ດ້ວຍ ປະກອບດ້ວຍ ອະຣິຍະສະຕິສັມປະຊັນຍະ ນີ້ດ້ວຍ ປະກອບດ້ວຍ ອະຣິຍະສັນຕຸຕຖິ ນີ້ດ້ວຍແລ້ວ, ເຂົາ ເສບເສນາສະນະອັນສະມິດງຽບ ຄືປ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ບ່ອນແຈ້ງ ກອງເຟືອງ (ເຍື່ອງໃດເຍື່ອງໜຶ່ງ), ໃນເວລາພາຍຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ເຂົານັ່ງຄູ້ບັນລັງ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ ລະອະພິຊຊາໂລພະ ແລ້ວ ມີຈິຕປາສະຈາກອະພິຊຊາຢູ່ ຄອຍຊໍາລະຈິຕຈາກອະພິຊຊາ ; ລະພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍແລ້ວ ມີຈິຕປາສະຈາກພະຍາບາດຢູ່ ເປັນຜູ່ກະຣຸນາຫວັງປະໂຍຊນ໌ເກື້ອກູນໃນສັຕທັງຫຼາຍ ຄອຍຊໍາລະຈິຕຈາກພະຍາບາດ ອັນເປັນເຄື່ອງປະທຸສະຮ້າຍ ; ລະຖີນະມິດທະ ແລ້ວ ມີຈິຕປາສະຈາກຖີນະມິດທະ ຢູ່ ເປັນຜູ່ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີສະຕິຮູ້ສຶກໂຕທົ່ວພ້ອມ ຄອຍຊໍາລະຈິຕຈາກຖີນະມິດທະ ; ລະອຸດທັຈຈະກຸກກຸຈຈະ ແລ້ວ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນຢູ່ ຄອຍຊໍາລະຈິຕຈາກອຸດທັຈຈະກຸກກຸຈຈະ ; ລະວິຈິກິຈສາ ແລ້ວ ກ້າວຂ້າມວິຈິກິຈສາເສຍໄດ້ຢູ່ ບໍ່ຕ້ອງກ່າວວ່າ ນີ້ແມ່ນຫຍັງ ນີ້ແນວໃດ ໃນກຸສົລທັມທັງຫຼາຍ (ເພາະຄວາມສົງໄສ) ຄອຍຊໍາລະຈິຕຈາກວິຈິກິຈສາ.
ມານົບ ! ປຽບດັ່ງຊາຍຜູ່ໜຶ່ງ ກູ້ໜີ້ເຂົາ ໄປເຮັດການງານສໍາເລັດຜົລ ໃຊ້ໜີ້ຕົ້ນທຶນເດີມໝົດແລ້ວ ກໍາໄລຍັງເຫຼືອພໍລ້ຽງພັນລະຍາໄດ້ເຕັມອັ່ງຢູ່ ; ເຂົາຄົງຄໍານຶງເຖິງໂຊກລາບວ່າ “ເມື່ອກ່ອນເຮົາກູ້ໜີ້ເຂົາມາ ໄປເຮັດການງານສໍາເລັດຜົລ ໃຊ້ຕົ້ນທຶນເດີມໝົດແລ້ວ ກໍາໄລຍັງເຫຼືອພໍລ້ຽງພັນລະຍາໄດ້ເຕັມອັ່ງຢູ່” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ເຍື່ອງໜຶ່ງ),
ມານົບ ! ປຽບດັ່ງຊາຍອີກຜູ່ໜຶ່ງ ປ່ວຍໄຂ້ໜັກ ທົນທຸກຂ໌ ອາຫາຣບໍ່ຕົກ ກໍາລັງໜ້ອຍ. ເມື່ອເວລາອື່ນເຂົາຫາຍດີຈາກໄຂ້ນັ້ນ ອາຫາຣກໍຕັ້ງ ກໍາລັງກໍມີ ;
໑໕໕໔ ອະຣິຍະສັຈຈ໌ຈາກພະໂອຖະ
ເຂົາຕ້ອງນຶກເຖິງກາລເກົ່າວ່າ “ເມື່ອກ່ອນ ເຮົາປ່ວຍໄຂ້ໜັກ ທົນທຸກຂ໌ ອາຫາຣບໍ່ຕົກ ກໍາລັງໜ້ອຍ ບັດນີ້ເຮົາຫາຍດີຈາກໄຂ້ນັ້ນ ອາຫາຣກໍຕັ້ງ ກໍາລັງກໍມີມາ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອໜຶ່ງ),
ມານົບ ! ປຽບດັ່ງຊາຍອີກຜູ່ໜຶ່ງ ຕິດຄຸກ ເມື່ອເວລາອື່ນເຂົາພົ້ນຈາກຄຸກໂດຍສະດວກ ບໍ່ມີພັຍ ບໍ່ເສຍຊັບ ; ເຂົາຕ້ອງນຶກເຖິງກາລເກົ່າແນວນີ້ວ່າ “ເມື່ອກ່ອນເຮົາຕິດຄຸກ ບັດນີ້ເຮົາພົ້ນມາໄດ້ໂດຍສະດວກ ບໍ່ມີພັຍ ບໍ່ເສຍຊັບ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນເປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ).
ມານົບ ! ປຽບດັ່ງຊາຍອີກຜູ່ໜຶ່ງ ເປັນທາສເຂົາ ເພິ່ງຕົນເອງບໍ່ໄດ້ ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈບໍ່ໄດ້, ເມື່ອເຖິງສະໄໝອື່ນ ເຂົາພົ້ນຈາກການເປັນທາສ ເພິ່ງຕົນເອງໄດ້ ບໍ່ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈໄດ້ ; ເຂົາຕ້ອງນຶກເຖິງກາລເກົ່າແນວນີ້ວ່າ “ເມື່ອກ່ອນເຮົາເປັນທາສ ເພິ່ງຕົນເອງບໍ່ໄດ້ ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈບໍ່ໄດ້ ເມື່ອເຖິງສະໄໝອື່ນ ເຂົາພົ້ນຈາກການເປັນທາສ ເພິ່ງຕົນເອງໄດ້ ບໍ່ຕ້ອງເພິ່ງຜູ່ອື່ນ ທ່ຽວຕາມລໍາພັງໃຈໄດ້” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ),
ມານົບ ! ປຽບດັ່ງຊາຍອີກຜູ່ໜຶ່ງ ຂົນຊັບເດີນທາງໄກ ອັນກັນດານ ອາຫາຣຫາຍາກ ປະກອບດ້ວຍພັຍ ເມື່ອສະໄໝອື່ນພົ້ນທາງກັນດານໄດ້ໂດຍສະດວກ ລຸເຖິງໝູ່ບ້ານອັນກະເສມ ບໍ່ມີພັຍ (ບໍ່ຕ້ອງເສຍໂພຄະຊັບ). ເຂົາຕ້ອງນຶກເຖິງກາລເກົ່າແນວນີ້ວ່າ “ເມື່ອກ່ອນເຮົາຂົນຊັບເດີນທາງໄກ ອັນກັນດານ ອາຫາຣຫາຍາກ ປະກອບດ້ວຍພັຍ ເມື່ອບັດນີ້ເຮົາພົ້ນທາງກັນດານໄດ້ໂດຍສະດວກ ລຸເຖິງໝູ່ບ້ານອັນກະເສມ ບໍ່ມີພັຍ” ດັ່ງນີ້, ເຂົາຍ່ອມປາໂມດບັນເທີງໃຈໂສມະນັສສະ ເພາະຂໍ້ນັ້ນປັນເຫຕ ເຊັ່ນໃດ, (ນີ້ອີກເຍື່ອງໜຶ່ງ),
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໕໕








