ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມານົບ ! ພິກຂຸເປັນຜູ່ເຖິງພ້ອມດ້ວຍສີລ ດ້ວຍອາການເຊັ່ນນີ້ແລ.

ມານົບ ! ນີ້ແລ ອະຣິຢະສີລະຂັນທະນັ້ນ ທີ່ພຣະຜູ່ມີພຣະພາຄພຣະອົງຄ໌ນັ້ນຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ. (ຈົບອະຣິຢະສີລຂັນທ໌) ...

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໕໑

໒. ສະມາທິຂັນທ໌

ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຢະສະມາທິຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ ?”

(ໝວດອິນຊີສັງວອຣ)

ມານົບ ! ພິກຂຸເປັນຜູ່ມີທະວາຣອັນຄຸ້ມຄອງແລ້ວ ໃນອິນຊີທັງຫຼາຍນັ້ນ ເປັນແນວໃດໜໍ ?

ມານົບ ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາແລ້ວ ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຮວບຖືເອົາທັງໝົດ (ລວມເປັນພາບດຽວ) ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຖືເອົາໂດຍແຍກເປັນສ່ວນໆ ; ອະກຸສົລທັມອັນເປັນບາບ ຄືອະພິຊຊາ ແລະໂທມະນັສສະ ຈະຍ່ອມໄຫຼໄປຕາມບຸຄຄົນ ຜູ່ບໍ່ສັງລວມຢູ່ຊຶ່ງອິນຊີ ອັນເປັນຕົ້ນເຫຕຄືຕາໃດ, ເຂົາຍ່ອມປະຕິບັຕ ເພື່ອສັງລວມຊຶ່ງອິນຊີນັ້ນ ຍ່ອມຮັກສາອິນຊີຄືຕາ ຍ່ອມເຖິງການສັງລວມໃນອິນຊີຄືຕາ.

(ໃນກໍລະນີແຫ່ງອິນຊີຄືຫູ ອິນຊີຄືດັງ ອິນຊີຄືລີ້ນ ອິນຊີຄືກາຍ ແລະ ອິນຊີຄືໃຈ ກໍມີຂໍ້ຄວາມທີ່ໄດ້ຕຣັສໄວ້ ໃນຮູບແບບດຽວກັນ).

... ມານົບ ! ພິກຂຸເປັນຜູ່ມີທະວາຣອັນຄຸ້ມຄອງແລ້ວ ໃນອິນຊີທັງຫຼາຍ ດ້ວຍອາການດັ່ງນີ້ແລ.

໑໕໕໒ ອະຣິຍະສັຈຈ໌ຈາກພະໂອຖະ

(ໝວດສະຕິສັມປະຊັນຍະ)

ມານົບ ! ພິກຂຸເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນີ້ ເປັນຜູ່ເຮັດຄວາມຮູ້ໂຕຮອບຄອບ ໃນການກ້າວໄປທາງໜ້າ ການຖອຍຫຼັງກັບໄປທາງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອຣ, ການສັນ ການດື່ມ ການຫຍໍ້າ ການຊີມ, ການຖ່າຍອຸຈຈາຣະ ປັສສາວະ, ເປັນຜູ່ເຮັດຄວາມຮູ້ໂຕຮອບຄອບໃນການຢຸດ, ການນັ່ງ ການນອນ, ການຫຼັບ ການຕື່ນ, ການເວົ້າ ການນິ້ງ.

... ມານົບ ! ພິກຂຸເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ ດ້ວຍອາການດັ່ງນີ້ແລ.

(ໝວດສັນໂດດ)

ມານົບ ! ພິກຂຸເປັນຜູ່ສັນໂດດ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນີ້ ຍ່ອມເປັນຜູ່ສັນໂດດ (ຍິນດີຕາມທີ່ມີຢູ່) ດ້ວຍຈີວອຣ ເປັນເຄື່ອງບໍລິຫານກາຍສັນໂດດດ້ວຍບິນດະບາຕ ເປັນເຄື່ອງບໍລິຫານທ້ອງ ພິກຂຸນັ້ນ ຈະຫຼີກຜ່າຍໄປໂດຍທິສໃດໆ ຍ່ອມຖືເອົາບາຕ ແລະຈີວອຣນັ້ນ ຫຼີກຜ່າຍໄປໄດ້ໂດຍທິສນັ້ນໆ.

ມານົບ ! ປຽບຄືດັ່ງນົກມີປີກ ຈະບິນໄປໂດຍທິສໃດໆ ມີປີກຢ່າງດຽວເປັນພາລະບິນໄປເຊັ່ນໃດ ; ພິກຂຸກໍເຊັ່ນນັ້ນ ; ເປັນຜູ່ສັນໂດດດ້ວຍຈີວອຣ ເປັນເຄື່ອງບໍລິຫານກາຍ ດ້ວຍບິນດະບາຕ ເປັນເຄື່ອງບໍລິຫານທ້ອງ ຖືເອົາແລ້ວຫຼີກຜ່າຍໄປໂດຍທິສໃດໆໄດ້.

... ມານົບ ! ພິກຂຸເປັນຜູ່ສັນໂດດ ດ້ວຍອາການດັ່ງນີ້ແລ.

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໕໓

(ໝວດເສນາສະນະມິດງຽບ - ລະນິວອຣ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ