ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ການທັມນາຍວ່າ ຈະມີຈັນທະຣະຄາຕ (ກົບກິນເດືອນ) ຈະມີສຸຣິຢະຄາຕ ຈະມີນັກກະສັດຄາຕ ດວງຈັນດວງອາທິຕຈະໂຄຈອຣໃນທາງ ດວງຈັນດວງອາທິຕຈະໂຄຈອຣນອກທາງ ດາວນັກກະສັດຈະໂຄຈອຣໃນທາງ ດາວນັກກະສັດຈະໂຄຈອຣນອກທາງ ຈະມີອຸກາບາຕ ຈະມີດາວຫາງ ຈະມີແຜ່ນດິນໄຫວ ຈະມີຟ້າຮ້ອງ ຈະມີການຂຶ້ນ ການຕົກ ການເສົ້າໝອງ ການໃສແຈ້ງຂອງດວງຈັນດວງອາທິຕ ແລະດາວນັກກະສັດ,

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໔໙

ຈັນທະຣະຄາຕຈະມີຜົລແນວນີ້ ສຸຣິຢະຄາຕຈະມີຜົລແນວນີ້ ນັກຂັຕຕະຄາຕຈະມີຜົລແນວນີ້ ການໂຄຈອຣໃນທາງຂອງດວງຈັນດວງອາທິຕຈະມີຜົລແນວນີ້ ການໂຄຈອຣນອກທາງຂອງດວງຈັນດວງອາທິຕຈະມີຜົລແນວນີ້ ການໂຄຈອຣໃນທາງຂອງດາວນັກກະສັດຈະມີຜົລແນວນີ້ ການໂຄຈອຣນອກທາງຂອງດາວນັກກະສັດຈະມີຜົລແນວນີ້ ອຸກາບາຕຈະມີຜົລແນວນີ້ ດາວຫາງຈະມີຜົລແນວນີ້ ແຜ່ນດິນໄຫວຈະມີຜົລແນວນີ້ ຟ້າຮ້ອງຈະມີຜົລແນວນີ້ ການຂຶ້ນການຕົກ ການເສົ້າໝອງການໃສແຈ້ງ ຂອງດວງຈັນດວງອາທິສ ແລະນັກກະສັດ ຈະມີຜົລແນວນີ້. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດທັມນາຍເຂົ້າຍາກໝາກແພງ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ທວາຍວ່າ ຈະມີຝົນຕົກດີ ຈະມີຝົນແລ້ງ ອາຫາຣຫາງ່າຍ ອາຫາຣຫາຍາກ ຈະມີຄວາມກະເສມສໍາລານ ຈະມີພັຍອັນຕະລາຍ ຈະມີໂຣຄາ ຈະບໍ່ມີໂຣຄາ ໂດຍການຄິດຄໍານວນຈາກຄໍາພີສາງຂະຢະ ກາເວີຍຢະ ໂລກາຢະຕະ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດເຣີກຍາມ ແລະ ເຂົ້າຊົງ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ໃຫ້ເຣີກອາວາຫະ ໃຫ້ເຣີກວິວາຫະ ໃຫ້ເຣີກຮຽງໝອນ ໃຫ້ເຣີກຢ່າຮ້າງ ເຣີກເກັບຊັບ ເຣີກຈ່າຍຊັບ

໑໕໕໐ ອະຣິຍະສັຈຈ໌ຈາກພະໂອຖະ

ພິທີເຮັດໃຫ້ເປັນຄົນລ້ຽງງ່າຍ ພິທີເຮັດໃຫ້ເປັນຄົນລ້ຽງຍາກ ການເຮັດໃຫ້ອຸ້ມຄັນ ເຮັດໃຫ້ເວົ້າບໍ່ໄດ້ ເຮັດໃຫ້ຄາງແຂງ ເຮັດໃຫ້ມືຕິດ ເຮັດໃຫ້ຫູໜວກ ຊົງຜີແຫວ່ນເງົາ ຊົງຜີດ້ວຍເດັກຍິງ ຊົງຜີຖາມເທບພະເຈົ້າ ບວງສວງອາທິສ ບວງສວງມະຫາພຣາມ ຈົ່າມມົນພົ່ນໄຟ ເຮັດພິທີເອີ້ນຂວັນ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດໝໍຜີ ໝໍຢາ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ພິທີກັມເພື່ອສັນຕິສຸຂ ພິທີກັມເພື່ອຄວາມໝັ້ນຄົງ ພິທີກັມກ່ຽວກັບແຜ່ນດິນ ພິທີກັມເພື່ອການຂະຫຍາຍອອກໄປ ພິທີກັມເພື່ອຄວາມເປັນຊາຍຂອງກະເທີຍ ພິທີກັມເພື່ອຄວາມເປັນກະເທີຍຂອງຊາຍ ພິທີກັມປຸກເຮືອນ ການບູຊາພື້ນທີ່ ການຊິດນໍ້າມົນ ການອາບນໍ້າມົນ ການປະກອບຢາໃຫ້ຮ້ອນ ການປະກອບຢາໃຫ້ຮາກ ການປະກອບຢາຖ່າຍ ຢາຖ່າຍໂທດຂ້າງເທິງ ຢາຖ່າຍໂທດເບື້ອງຕໍ່າ ຢາຖ່າຍໂທດໃນຫົວ ນໍ້າມັນຢອດຫູ ຢາຢອດຕາ ຢານັດ ຢາຢອດລ້າງ ຢາຢອດຈອດແຜ ຢາແກ້ໂຣຄຕາ ການຜ່າຕັດ ໝໍກຸມາຣ ການໂພະຢາ ການແກ້ຢາອອກ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. (ຈົບມະຫາສີລ) ...

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ