ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ຕາມປະກອບໃນການໄປ ເພາະຖືກສົ່ງໄປເພື່ອຄວາມເປັນທູດ ກັນຢູ່ ກ່າວຄື ຮັບໃຊ້ພຣະຣາຊາ ຮັບໃຊ້ອາມາດຂອງພຣະຣາຊາ ຮັບໃຊ້ກະສັດ ຮັບໃຊ້ພຣາມ ຮັບໃຊ້ຄະຫະບໍດີ ຮັບໃຊ້ເດັກນ້ອຍ ທີ່ສົ່ງໄປດ້ວຍຄໍາວ່າ “ທ່ານຈົ່ງໄປບ່ອນນີ້ ທ່ານຈົ່ງໄປບ່ອນນັ້ນ ທ່ານຈົ່ງເອົາສິ່ງນີ້ໄປບ່ອນນັ້ນ ທ່ານຈົ່ງເອົາສິ່ງນີ້ມາ” ດັ່ງນີ້ເປັນຕົ້ນ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການຕາມປະກອບໃນການໄປ ເພາະຖືກສົ່ງໄປ ເພື່ອຄວາມເປັນທູດ ຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດເວົ້າຂີ້ຕົວະຫຼອກລວງເພື່ອລາບ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຄົນຂີ້ຕົວະ ເວົ້າຕື້ ການເວົ້າລໍ້ດ້ວຍເລດຕ່າງໆ

ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໔໗

ການເວົ້າໃຫ້ທາຍົກເກີດມານະຫຶກເຫີມໃນການໃຫ້ ແລະການໃຊ້ເຄື່ອງ (ມີຄ່າໜ້ອຍ) ຕໍ່ເອົາເຄື່ອງ (ມີຄ່າຫຼາຍ). ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກຂີ້ຕົວະຫຼອກລວງ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. (ຈົບມັຊຊິມະສີລ)

ຄ. ອາການທີ່ເຖິງພ້ອມດ້ວຍສີລ (ຂັ້ນມະຫາສີລ)

(ໝວດການເຮັດພິທີຣີຕອງ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ທວາຍອະໄວຍະວະ ທວາຍນິມິຕ ທວາຍເຄື່ອງຕົກ ທັມນາຍຝັນ ທວາຍລັກສະນະ ການຖືກໜູກັດ ພົ່ນໄຟ ເບີກຟ້າວຽນທຽນ ຫວ່ານແກບ ຫວ່ານເຂົ້າປຽນ ຫວ່ານເຂົ້າສານ ບູຊາດ້ວຍມັນເນີຍ ບູຊາດ້ວຍນໍ້າມັນ ເຈີມໜ້າ ເຊັ່ນ : ດ້ວຍໂລຫິຕ ວິຊຊາດູອະໄວຍະວະ ດູດິນສວນ ດູດິນນາ ວິຊຊາສະເດາະເຄາະ ວິຊຊາໄລ່ຜີ ວິຊຊາດູພູມ ໝໍງູ ໝໍໍແກ້ພິດ ໝໍສັຕກັດຕ໊ອດ ວິຊຊາວ່າດ້ວຍໜູ ວິຊຊາວ່າດ້ວຍນົກ ວິຊຊາວ່າດ້ວຍກາ ຄໍານວນອາຍຸ ກັນລູກສອຣ ດູຮອຍກັດ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດທວາຍລັກສະນະ)

ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ທວາຍລັກສະນະແກ້ວມະນີ ລັກສະນະຜ້າ ລັກສະນະໄມ້ຄ້ອນເທົ້າ ລັກສະນະສັສຕຣາ ລັກສະນະດາບ ລັກສະນະລູກສອຣ ລັກສະນະທະນູ ລັກສະນະອາວຸດ ລັກສະນະຜູ່ຍິງ ລັກສະນະຜູ່ຊາຍ ລັກສະນະເດັກຊາຍ ລັກສະນະເດັກຍິງ ລັກສະນະທາສ ລັກສະນະທາສີ ລັກສະນະຊ້າງ ລັກສະນະມ້າ ລັກສະນະຄວາຍ ລັກສະນະງົວອະສຸພະ ລັກສະນະງົວ ລັກສະນະແບ້

໑໕໔໘ ອະຣິຍະສັຈຈ໌ຈາກພະໂອຖະ

ລັກສະນະກະ ລັກສະນະໄກ່ ລັກສະນະນົກກະທາ ລັກສະນະເຫ້ຍ ລັກສະນະຕູ່ນ ລັກສະນະເຕົ່າ ລັກສະນະກວາງ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດທວາຍເລີກການສູ້ຮົບ)

ອີກຢ່າງໜຶ່ງ ສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນ ຍັງສໍາເລັດການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາກັນຢູ່ ກ່າວຄື ການໃຫ້ເລີກວ່າ ພຣະຣາຊາຄວນຍົກອອກ ພຣະຣາຊາບໍ່ຄວນຍົກອອກ, ພຣະຣາຊາພາຍໃນຈະເຂົ້າໂຈມຕີ ພຣະຣາຊາພາຍນອກຈະຖອຍ, ພຣະຣາຊາພາຍໃນຈະແພ້ ພຣະຣາຊາພາຍນອກຈະບໍ່ແພ້, ພຣະຣາຊາພາຍນອກຈະແພ້, ພຣະຣາຊາພາຍໃນຈະບໍ່ແພ້, ອົງນີ້ຈະມີໄຊ ອົງນີ້ຈະເສຍໄຊ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການລ້ຽງຊີວິຕດ້ວຍມິຈສາຊີບ ເພາະເດຣັດສານວິຊຊາ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.

(ໝວດທວາຍໂຄຈອຣແຫ່ງນັກກະສັດ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ