ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ປະກອບດ້ວຍການນັ່ງນອນເທິງບ່ອນນັ່ງນອນສູງໃຫຍ່ກັນຢູ່ ກ່າວຄື ຕຽງຕີນສູງ ຕຽງຂາຄູ້ ເຄື່ອງປູຂົນຍາວ ເຄື່ອງປູລາຍວິຈິຕ ເຄື່ອງປູພື້ນຂາວ ເຄື່ອງປູລາຍດອກໄມ້ ເຄື່ອງປູບຸນຸ້ນ ເຄື່ອງປູມີຮູບສັດ ພົມຂົນຕັ້ງ ພົມຂົນອຽງ ເຄື່ອງປູໄໝແກມຄໍາ ເຄື່ອງປູໄໝລ້ວນ ເຄື່ອງປູໃຫຍ່ສໍາລັບຟ້ອນ ເຄື່ອງປູຫຼັງຊ້າງ ເຄື່ອງປູຫຼັງມ້າ ເຄື່ອງປູເທິງລົດ ເຄື່ອງປູໜັງອາຊີນະ ເຄື່ອງປູໜັງກວາງ ເຄື່ອງປູໃຕ້ເພດານ ເຄື່ອງປູມີໝອນແດງສອງຂ້າງ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກບ່ອນນັ່ງນອນສູງໃຫຍ່ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໔໕
(ໝວດປະດັບຕົກແຕ່ງກາຍ)
ອີກຢ່າງໜຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ຕາມປະກອບດ້ວຍການປະດັບຕົກແຕ່ງຮ່າງກາຍກັນຢູ່ ກ່າວຄື ການອົບ ການນວດ ການອາບ ການຄຶງໂຕ ການສ່ອງແຫວ່ນ ການຢອດຕາ ພວງມາລາ ເຄື່ອງກິ່ນ ເຄື່ອງລູບທາ ຜັດໜ້າ ທາປາກ ປອກແຂນ ກ້ຽວຜົມ ໄມ້ຖືຫຼິ້ນ ຫ້ອຍກ່ອງຖັກ ຫ້ອຍດາບ ຫ້ອຍງ້າວ ຄັນຮົ່ມງາມ ເກີບວິຈິຕ ກອບໜ້າ ແກ້ວມະນີ ວີຂົນສັຕ ຜ້າຂາວຊາຍສົ້ນຍອຍ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການປະດັບຕົກແຕ່ງຮ່າງກາຍ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.
(ໝວດເດຣັດສານຄາຖາ)
ອີກຢ່າງໜຶຶ່ງ ສະມະນະ ຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ຕາມປະກອບເດຣັດສານຄາຖາ (ເລື່ອງຂວາງຫົນທາງທັມສໍາລັບບັນພະຊິຕ) ກັນຢູ່ ກ່າວຄື ເລື່ອງເຈົ້າ ເລື່ອງນາຍ ເລື່ອງໂຈຣ ເລື່ອງມະຫາອາມາດ ເລື່ອງກອງທັບ ເລື່ອງຂອງເປັນຕາຢ້ານ ເລື່ອງການລົບ ເລື່ອງເຂົ້າ ເລື່ອງນໍ້າ ເລື່ອງຜ້າ ເລື່ອງບ່ອນນອນ ເລື່ອງມາລາ ເລື່ອງເຄື່ອງກິ່ນ ເລື່ອງພີ່ນ້ອງ ເລື່ອງຍານ ເລື່ອງບ້ານ ເລື່ອງເມືອງ ເລື່ອງນະຄອຣ ເລື່ອງຊົນນະບົດ ເລື່ອງຜູ່ຍິງ ເລື່ອງຜູ່ຊາຍ ເລື່ອງຄົນກ້າ ເລື່ອງຮ່ອມຊອຍ ເລື່ອງຊຸມນຸມ ຜູ່ຍິງຕັກນໍ້າຕາມບໍ່ສາທາລະນະ ເລື່ອງຄົນຕາຍແລ້ວ ເລື່ອງແປກປະຫຼາດ ເລື່ອງມ່ວນຂອງຊາວໂລກ ເລື່ອງຂອງນັກທ່ອງສະມຸດ ເລື່ອງຄວາມຈະເຣີນ ແລະຄວາມເສື່ອມ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກການປະກອບເດຣັດສານຄາຖາເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.
໑໕໔໖ ອະຣິຍະສັຈຈ໌ຈາກພະໂອຖະ
(ໝວດການມັກກໍຄວາມຂັດແຍ້ງ)
ອີກຢ່າງໜຶ່ງ ສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ທາຍົກຖວາຍດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງເປັນຜູ່ຕາມປະກອບຖ້ອຍຄໍາ ເຄື່ອງຂັດແຍ້ງກັນຢູ່ ກ່າວຄື ຂັດແຍ້ງກັນວ່າ ທ່ານບໍ່ຮູ້ທົ່ວເຖິງທັມວິນັຍນີ້ ຂ້າພະເຈົ້າຮູ້ທົ່ວເຖິງທັມວິນັຍນີ້ ທ່ານຈັກຮູ້ທົ່ວເຖິງທັມວິນັຍນີ້ໄດ້ແນວໃດໄດ້ ທ່ານປະຕິບັຕຜິດ ຂ້າພະເຈົ້າປະຕິບັຕຖືກ ຖ້ອຍຄໍາຂອງຂ້າພະເຈົ້າເປັນປະໂຍຊນ໌ ຖ້ອຍຄໍາຂອງທ່ານບໍ່ເປັນປະໂຍຊນ໌ ເລື່ອງຄວນເວົ້າກ່ອນ ທ່ານເອົາມາເວົ້ານໍາຫຼັງ ເລື່ອງຄວນເວົ້ານໍາຫຼັງທ່ານເອົາມາເວົ້າກ່ອນ ຂໍ້ທີ່ທ່ານເຄີຍຊ່ຽວຊານນັ້ນ ປ່ຽນເປັນຫຼ້າສະໄໝໄປແລ້ວ ວາທະຂອງທ່ານຖືກຮື້ຖອນແລ້ວ ຖືກຂົ່ມຂີ່ແລ້ວ ຈົ່ງຖອນວາທະຂອງທ່ານເສຍໃໝ່ ຫຼືຖ້າສາມາດ ກໍຈົ່ງໄຈ້ແຍກໃຫ້ເຫັນ. ສ່ວນພິກຂຸໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກຖ້ອຍຄໍາເຄື່ອງຂັດແຍ້ງ ເຫັນປານນັ້ນເສຍ. ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.
(ໝວດການຮັບໃຊ້ເປັນທູດ)








