ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງ ກາຢະສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ຍ່ອມປຸງແຕ່ງ ວະຈີສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ຍ່ອມປຸງແຕ່ງ ມະໂນສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່, ເມື່ອເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ ຍ່ອມ ເຂົ້າເຖິງໂລກ ອັນເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ; ຜັສສະທັງຫຼາຍ ທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ຍ່ອມຖືກຕ້ອງເຂົາ ຜູ່ເຂົ້າເຖິງໂລກເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ; ເຂົາອັນຜັສສະທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ຖືກຕ້ອງແລ້ວ ຍ່ອມ ສະເຫວີຍເວທະນາ ທີ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປກັບດ້ວຍຄວາມບຽດບຽນແດ່ ອັນ ເປັນເວທະນາທີ່ເປັນສຸຂ ແລະ ທຸກຂ໌ປົນກັນ, ດັ່ງເຊັ່ນພວກມະນຸສ, ພວກເທບບາງພວກ, ພວກວິນິບາຕບາງພວກ. ພິກຂຸ ທ. ! ນີ້ເອີ້ນວ່າ ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ.

ພິກຂຸ ທ. ! ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນແນວໃດໜໍ ? ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເອີ້ນວ່າ ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອຄວາມດັບສິ້ນກັມ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໖໓

ພິກຂຸ ທ. ! ເຫຼົ່ານີ້ແລ ກັມ ໔ ຢ່າງ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຮູ້ທົ່ວກັນ.

- ຈຕຸກກ. ອັງ. ໒໑/໓໒໐ - ໓໒໑/໒໓໗

(ໃນສູຕນີ້ ຊົງສະແດງກັມບໍ່ດໍາບໍ່ຂາວ ເປັນບ່ອນດັບສິ້ນກັມດ້ວຍ ອະຣິຍະມັຄຄະມີອົງຄ໌ແປດ ; ໃນສູຕອື່ນຊົງສະແດງໄວ້ດ້ວຍ ໂພຊຊົງຄ໌ເຈັດ ກໍມີ ໒໑/໓໒໒/໒໓໘, ສະແດງໄວ້ດ້ວຍ ເຈຕະນາເປັນເຄື່ອງລະກັມດໍາກັມຂາວ ແລະກັມທັງດັມທັງຂາວ ກໍມີ - ໒໑/໓໑໘/໒໓໔).

ວິທີພິຈາຣະນາເພື່ອເລືອກສາສດາ ຫຼື ແນວທາງປະຕິບັຕ

(ເຮັດໃຫ້ຮູ້ຈັກພຣະສາສດາຢ່າງຖືກຕ້ອງ)

ກັສສະປະ ! ຂໍ້ອື່ນ ທີ່ເຮົາຈະຕ້ອງເວົ້າກັນອີກ ມີຢູ່ ; ຄືວິນຍູຊົນທັງຫຼາຍ ຈົ່ງລອງຈັບຂຶ້ນມາໄຈ້ແຍກ ຈົ່ງລອງສອບສວນ, ຈົ່ງລອງສິ້ງຊອມ ປຽບທຽບກັນລະຫວ່າງສາສດາກັບສາສດາ ລະຫວ່າງສາວົກກັບສາວົກ ວ່າ ໃນບັນດາທັມທັງຫຼາຍ ທີ່ທ່ານຜູ່ຈະເຣີນທັງສອງຝ່າຍເຫຼົ່ານີ້ ຍອມຮັບກັນວ່າ ເປັນກຸສົລ ນັບເນື່ອງໃນກຸສົລ, ເປັນທັມບໍ່ມີໂທດ ນັບເນື່ອງໃນທັມບໍ່ມີໂທດ, ເປັນທັມທີ່ຄວນເສບ ນັບເນື່ອງໃນທັມຄວນເສບ, ເປັນທັມຄວນແກ່ອະຣິຍະ ນັບເນື່ອງໃນທັມຄວນແກ່ອະຣິຍະ, ເປັນທັມຝ່າຍຂາວ ນັບເນື່ອງໃນທັມຝ່າຍຂາວ ດັ່ງນີ້ ; ທັມເຫຼົ່ານີ້ທັງໝົດນັ້ນ ຄົນພວກໃດ ສະມາທານປະພຶຕທັມເຫຼົ່ານັ້ນໄດ້ຄົບຖ້ວນບໍ່ມີເຫຼືອ ຄືຈັກເປັນພວກສາວົກຂອງພຣະສະມະນະໂຄດົມ ຫຼືຈັກເປັນພວກສາວົກຂອງຄະນາຈາຣຍ໌ ຜູ່ຈະເຣີນເຫຼົ່າອື່ນໜໍ ?

ກັສສະປະ ! ຂໍ້ນີ້ເປັນຖານະທີ່ມີໄດ້, ຄືເມື່ອວິນຍູຊົນທັງຫຼາຍ ລອງຈັບຂຶ້ນມາ

ໄຈ້ແຍກ ລອງສອບສວນ ລອງສິ້ງຊອມເບິ່ງ ໃນທັມທັງຫຼາຍເຫຼົ່ານັ້ນ ວ່າຈັກເປັນພວກໃດທີ່ປະພຶຕໄດ້ໝົດສ້ຽງບໍ່ມີສ່ວນເຫຼືອ ດັ່ງນີ້ແລ້ວ ວິນຍູຊົນເຫຼົ່ານັ້ນ ກໍຈະພາກັນສັນລະເສີນພວກເຮົາເປັນສ່ວນໃຫຍ່ ໃນຂໍ້ນັ້ນ ;

໘໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ເພາະວ່າ ຫົນທາງມີຢູ່ ປະຕິປະທາມີຢູ່ ຊຶ່ງຜູ່ປະຕິບັຕແລ້ວ ຈັກຮູ້ໄດ້ເອງ ເຫັນໄດ້ເອງ ວ່າ “ພຣະສະມະນະໂຄດົມເປັນ ຜູ່ມີປົກກະຕິກ່າວຕາມກາລະ (ກາລະວາທີ) ກ່າວຖືກຕ້ອງຕາມທີ່ເປັນຈິງ (ພູຕະວາທີ) ກ່າວໂດຍອັຕຖະ (ອັຕຖະວາທີ) ກ່າວໂດຍທັມ (ທັມມະວາທີ) ກ່າວໂດຍວິນັຍ (ວິນະຢະວາທີ)” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ