ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຕຣັດໄວ້ຖືກຕ້ອງແລ້ວ ຊົນເຫຼົ່ານັ້ນຈັກເຖິງຝັ່ງແຫ່ງພຣະນິບພານ

ຂ້າມພົ້ນບ້ວງແຫ່ງມັດຈຸ ທີ່ຂ້າມໄດ້ຍາກຫຼາຍ.

ຈົ່ງເປັນບັນດິຕລະທັມດໍາເສຍ ແລ້ວຈະເຣີນທັມຂາວ ຈົ່ງມາເຖິງ

ບ່ອນບໍ່ມີນໍ້າຈາກບ່ອນມີນໍ້າ ຈົ່ງລະກາມເສຍ ເປັນຜູ່ບໍ່ມີຄວາມກັງວົນ ຈົ່ງຍິນດີ

ສະເພາະຕໍ່ພຣະນິບພານ ອັນເປັນບ່ອນສະງົບ ຊຶ່ງສັຕຍິນດີໄດ້ໂດຍຍາກ.

ບັນດິຕຄວນຊໍາລະຕົນໃຫ້ປອດກ້ຽງ ຈາກກິເລສແຫ່ງຈິຕ ເໝືອນດັ່ງ

ຈິຕພວກທີ່ອົບຮົມດີແລ້ວໂດຍຖືກຕ້ອງ ໃນອົງຄ໌ແຫ່ງປັນຍາ ເຄື່ອງຕຣັສຮູ້

ພ້ອມທັງຫຼາຍ.

ຊົນເຫຼົ່າໃດ ບໍ່ຢຶດໝັ້ນແລ້ວ ຍິນດີໃນຄວາມສະລັດຄືນຊຶ່ງຄວາມ

ຢຶດໝັ້ນ ບໍ່ມີອາສະວະ ມີຄວາມຮຸ່ງເຮືອງດ້ວຍປັນຍາ. ຊົນເຫຼົ່ານັ້ນ

ເປັນຜູ່ດັບເຢັນ (ປະຣິນິບພຸຕາ) ໃນໂລກ.

- ມະຫາວາຣ. ສັງ. ໑໙/໒໙/໙໗-໙໘.

໘໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ອັຕຖັງຄິກະມັຄຄະ ໃນຖານະພຣົມມະຈັນຣຍ໌

ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ພຣົມມະຈັນຣຍ໌ ແລະ ຜົລແຫ່ງພຣົມມະຈັນຣຍ໌. ເຈົ້າທັງຫຼາຍຈົ່ງຟັງ.

ພິກຂຸ ທ. ! ພຣົມມະຈັນຣຍ໌ ເປັນແນວໃດໜໍ ? ຄື ອະຣິຍະອັຕຖັງຄິກະມັຄຄະ ນີ້ນັ້ນເອງ ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ພຣົມມະຈັນຣຍ໌.

ພິກຂຸ ທ. ! ຜົລແຫ່ງພຣົມມະຈັນຣຍ໌ ເປັນແນວໃດໜໍ ? ຄື ໂສຕາປັຕຕິຜົລ, ສະກະທາຄາມິຜົລ ອະນາຄາມິຜົລ ອະຣະຫັນຕະຜົລ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຜົລແຫ່ງ

ພຣົມມະຈັນຣຍ໌.

- ມະຫາວາຣ. ສັງ. ໑໙/໓໑ - ໓໒/໑໑໑ - ໑໑໓.

ອະຣິຍະອັຕຖັງຄິກະມັຄຄະ ເປັນກັມທີ່ດັບສິ້ນກັມ

(ເລື່ອງຄວນເບິ່ງປະກອບເລື່ອງນີ້ ນ. ໑໓໙໙ ; ໃນປະຕິຈຈ. ໂອ. ນ. ໒໗໖ ; ໃນ ພຸ. ໂອ. ນ. ໒໔໙, ໒໖໕, ໔໐໔, ໔໗໑)

ພິກຂຸ ທ. ! ກັມ ໔ ຢ່າງເຫຼົ່ານີ້ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໖໑

ກັມ ໔ ຢ່າງ ແນວໃດໜໍ ? ພິກຂຸ ທ. ! ກັມດໍາ ມີວິບາກດໍາ ກໍມີຢູ່. ພິກຂຸ ທ. ! ກັມຂາວ ມີວິບາກຂາວ ກໍມີຢູ່. ພິກຂຸ ທ. ! ກັມທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ກໍມີຢູ່. ພິກຂຸ ທ. ! ກັມບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອຄວາມດັບສິ້ນກັມ ກໍມີຢູ່.

ພິກຂຸ ທ. ! ກັມດໍາ ມີວິບາກດໍາ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງ ກາຢະສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ວະຈີສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ມະໂນສັງຂາຣ ອັນເປັນໄປກັບດ້ວຍຄວາມບຽດບຽນ, ເມື່ອເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ ຍ່ອມ ເຂົ້າເຖິງໂລກ ອັນເປັນໄປກັບດ້ວຍຄວາມບຽດບຽນ ; ຜັສສະທັງຫຼາຍ ອັນເປັນໄປກັບດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາ ຊຶ່ງເປັນຜູ່ເຂົ້າເຖິງໂລກ ອັນເປັນໄປກັບດ້ວຍຄວາມບຽດບຽນ ; ເຂົາອັນຜັສສະທີ່ເປັນໄປກັບດ້ວຍຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມ ສະເຫວີຍເວທະນາ ທີ່ເປັນໄປກັບດ້ວຍຄວາມບຽດບຽນ ອັນ ເປັນທຸກຂ໌ໂດຍສ່ວນດຽວ, ດັ່ງເຊັ່ນ ພວກສັຕນະຣົກ. ພິກຂຸ ທ. ! ນີ້ເອີ້ນວ່າກັມດໍາ ມີວິບາກດໍາ.

ພິກຂຸ ທ. ! ກັມຂາວ ມີວີບາກຂາວ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງ ກາຢະສັງຂາຣ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ວະຈີສັງຂາຣ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ມະໂນສັງຂາຣ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ, ເມື່ອເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ ຍ່ອມ ເຂົ້າເຖິງໂລກ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ ; ຜັສສະທັງຫຼາຍ ອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາ ຜູ່ເຂົ້າເຖິງໂລກອັນບໍ່ເປັນໄປກັບດ້ວຍຄວາມບຽດບຽນ ; ເຂົາອັນຜັສສະທີ່ບໍ່ເປັນໄປກັບດ້ວຍຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມ ສະເຫວີຍເວທະນາ ທີ່ບໍ່ເປັນໄປກັບດ້ວຍຄວາມບຽດບຽນ ອັນ ເປັນສຸຂໂດຍສ່ວນດຽວ, ດັ່ງເຊັ່ນ ພວກເທບສຸພະກິນຫາ. ພິກຂຸ ທ. ! ນີ້ເອີ້ນວ່າກັມຂາວ ມີວິບາກຂາວ.

໘໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ