ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເມື່ອພິກຂຸ ຕາມເຫັນຢູ່ຊຶ່ງທັມ ອັນຍ່ອມແບ່ງອອກໄດ້ເປັນສອງໝວດໂດຍຖືກຕ້ອງເຊັ່ນນີ້ ເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນທັມຢູ່ ; ຜົລທີ່ເຂົາຍ່ອມຫວັງໄດ້ຢ່າງໃດຢ່າງໜຶ່ງ ໃນບັນດາຜົລສອງຢ່າງຄື ການ ບັນລຸອະຣະຫັນຕະຜົລໃນທິຕຖະທັມ ນັ້ນແລ, ຫຼືວ່າ ຖ້າອຸປະທິ (ເຊື້ອ) ຍັງເຫຼືອຢູ່ ກໍຍ່ອມ ເປັນອະນາຄາມີ.
- ສຸຕຕ. ຂຸ. ໒໕/໔໗໓/໓໙໐.
ຫຼັກວິທີການສຶກສາອະຣິຍະສັຈຈ໌ສີ່ ໃຊ້ໄດ້ກັບຫຼັກທົ່ວໄປ
ໂຕຢ່າງ ກ. ກ່ຽວກັບອະກຸສົລສີລ
ຖະປະຕິ ! ອະກຸສົລສີລເຫຼົ່ານີ້ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ອະກຸສົລສີລມີສິ່ງນີ້ໆ ເປັນສົມມຸຕຖານ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ອະກຸສົລສີລດັບບໍ່ມີເຫຼືອ ໃນບ່ອນນີ້ໆ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖປະຕິ ! ຜູ່ປະຕິບັຕແນວນີ້ ປະຕິບັຕເພື່ອດັບບໍ່ເຫຼືອແຫ່ງອະກຸສົລສີລ : ນັ້ນເຮົາກ່າວວ່າ ເປັນສິ່ງທີ່ຄວນຮູ້.
ໂຕຢ່າງ ຂ. ກ່ຽວກັບກຸສົລສີລ
ຖະປະຕິ ! ກຸສົລສີລເຫຼົ່ານີ້ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ກຸສົລສີລມີສິ່ງນີ້ໆ ເປັນສົມມຸຕຖານ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ກຸສົລສີລດັບບໍ່ມີເຫຼືອ ໃນບ່ອນນີ້ໆ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
໑໕໑໔ ອະຣິຍະສັຈຈ໌ຈາກພະໂອຖະ
ຖະປະຕິ ! ຜູ່ປະຕິບັຕແນວນີ້ ປະຕິບັຕເພື່ອດັບບໍ່ເຫຼືອແຫ່ງກຸສົລສີລ : ນັ້ນເຮົາກ່າວວ່າ ເປັນສິ່ງທີ່ຄວນຮູ້.
ໂຕຢ່າງ ຄ. ກ່ຽວກັບອະກຸສົລສັງກັປປະ
ຖະປະຕິ ! ອະກຸສົລສັງກັປປະເຫຼົ່ານີ້ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ອະກຸສົລສັງກັປປະມີສິ່ງນີ້ໆ ເປັນສົມມຸຕຖານ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ອະກຸສົລສັງກັປປະດັບໄປບໍ່ມີເຫຼືອ ໃນບ່ອນນີ້ໆ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ຜູ່ປະຕິບັຕແນວນີ້ ປະຕິບັຕເພື່ອດັບບໍ່ເຫຼືອແຫ່ງອະກຸສົລສັງກັປປະ : ນັ້ນເຮົາກ່າວວ່າ ເປັນສິ່ງທີ່ຄວນຮູ້.
ໂຕຢ່າງ ງ. ກ່ຽວກັບກຸສົລສັງກັປປະ
ຖະປະຕິ ! ກຸສົລສັງກັປປະເຫຼົ່ານີ້ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ກຸສົລສັງກັປປະມີສິ່ງນີ້ໆ ເປັນສົມມຸຕຖານ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ກຸສົລສັງກັປປະດັບບໍ່ມີເຫຼືອ ໃນບ່ອນນີ້ໆ : ນັ້ນເຮົາກ່າວວ່າເປັນສິ່ງທີ່ຄວນຮູ້.
ຖະປະຕິ ! ຜູ່ປະຕິບັຕແນວນີ້ ປະຕິບັຕເພື່ອດັບບໍ່ເຫຼືອແຫ່ງກຸສົລສັງກັປປະ : ນັ້ນເຮົາກ່າວວ່າ ເປັນສິ່ງທີ່ຄວນຮູ້.
- ມ. ມ. ໑໓/໓໔໖/໓໖໑.
(ຜູ່ສຶກສາຈະສັງເກດເຫັນໄດ້ເອງວ່າ ຫຼັກກການສຶກສາຕາມແບບຂອງອະຣິຍະສັຈຈ໌ສີ່ ຊຶ່ງແຍກອອກໄປໄດ້ວ່າແມ່ນຫຍັງ? ຈາກຫຍັງ? ເພື່ອຫຍັງ? ໂດຍວິທີໃດ? ດັ່ງນີ້ນັ້ນ ໃຊ້ເປັນຫຼັກສຶກສາທັມມະຫຍັງກໍໄດ້ ດັ່ງໃນໂຕຢ່າງເຫຼົ່ານີ້).
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໑໕
ອະຣິຍະສັຈຈ໌ສີ່ ເປັນທີ່ຕັ້ງແຫ່ງການສະແດງໂຕຂອງປັນຍິນຊີ
ພິກຂຸ ທ. ! ອິນຊີ ໕ ຢ່າງເຫຼົ່ານີ້ ມີຢູ່, ຫ້າຢ່າງແນວໃດໜໍ ? ຫ້າຢ່າງຄື : ສັດທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ແລະ ປັນຍິນຊີ.
ພິກຂຸ ທ. ! ສັດທິນຊີ ຈັກເຫັນໄດ້ໃນບ່ອນໃດໜໍ ? ສັດທິນຊີ ເຫັນໄດ້ໃນ ໂສຕາປັຕຕິຢັງຄະສີ່.
ພິກຂຸ ທ. ! ວິຣິຢິນຊີ ຈັກເຫັນໄດ້ໃນບ່ອນໃດໜໍ ? ວິຣິຢິນຊີ ເຫັນໄດ້ໃນ ສັມມັປປະທານສີ່.
ພິກຂຸ ທ. ! ສະຕິນຊີ ຈັກເຫັນໄດ້ໃນບ່ອນໃດໜໍ ? ສະຕິນຊີ ເຫັນໄດ້ໃນ ສະຕິປັຕຖານສີ່.
ພິກຂຸ ທ. ! ສະມາທິນຊີ ຈັກເຫັນໄດ້ໃນບ່ອນໃດໜໍ ? ສະມາທິນຊີ ເຫັນໄດ້ໃນ ຊານທັງສີ່
ພິກຂຸ ທ. ! ປັນຍິນຊີ ຈັກເຫັນໄດ້ໃນບ່ອນໃດໜໍ ? ປັນຍິນຊີ ເຫັນໄດ້ໃນ ອະຣິຍະສັຈຈ໌ສີ່
ພິກຂຸ ທ. ! ເຫຼົ່ານີ້ແລ ອິນຊີ ໕ ຢ່າງ ...
- ມຫາວາຣ. ສັງ. ໑໙/໒໕໙/໘໕໒-໘໕໗.
໑໕໑໖ ອະຣິຍະສັຈຈ໌ຈາກພະໂອຖະ
ອະຣິຍະສັຈຈ໌ສີ່ເປັນວັຕຖຸແຫ່ງກິຈຈ໌ຂອງປັນຍິນຊີ








