ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປັນຍິນຊີ ເປັນແນວໃດໜໍ ? ໃນກໍລະນີນີ້ຄື ອະຣິຍະສາວົກເປັນຜູ່ມີປັນຍາ ປະກອບພ້ອມແລ້ວດ້ວຍປັນຍາ ເຄື່ອງໃຫ້ເຖິງຊຶ່ງສັຈຈະແຫ່ງການເກີດດັບ ອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຄວາມດັບສິ້ນໄປແຫ່ງທຸກຂ໌ໂດຍຖືກຕ້ອງ. ອະຣິຍະສາວົກນັ້ນ ຮູ້ແຈ້ງຕາມທີ່ເປັນຈິງວ່າ “ທຸກຂ໌ ເປັນແນວນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນແນວນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວນີ້” ດັ່ງນີ້. ພິກຂຸ ທ. ! ການຮູ້ນີ້ເຮົາກ່າວວ່າ ປັນຍິນຊີ ໑.

- ມຫາວາຣ. ສັງ. ໑໙/໒໖໓/໘໖໙.

[ໃນສູຕອື່ນໄດ້ຊົງສະແດງ ລັກສະນະແຫ່ງປັນຍິນຊີ ໄວ້ວ່າ : -]

ສາຣີບຸຕ ! ...ອະຣິຍະສາວົກ ຈັກເປັນຜູ່ຮູ້ແຈ້ງດັ່ງນີ້ວ່າ “ສັງສາຣະວັຕ ເປັນສິ່ງມີເບື້ອງຕົ້ນ ແລະບ່ອນສຸດ ອັນບຸຄຄົນໄປຕາມຢູ່ຮູ້ບໍ່ໄດ້ ເບື້ອງຕົ້ນບ່ອນສຸດ ຍ່ອມບໍ່ປາກົດແກ່ສັຕທັງຫຼາຍ ຜູ່ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ກໍາລັງແລ່ນໄປ ທ່ອງທ່ຽວໄປ. ຄວາມຈາງຄາຍດັບໄປ ໂດຍບໍ່ມີເຫຼືອແຫ່ງອະວິຊຊາ ອັນເປັນກອງແຫ່ງຄວາມມືດນັ້ນ ມີຢູ່ ; ນັ້ນເປັນບົດທີ່ສະງົບ ນັ້ນເປັນບົດທີ່ປະນີຕ, ກ່າວຄື ເປັນບ່ອນສະງົບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ສາຣີ ບຸຕ ! ຄວາມຮູ້ແຈ້ງເຊັ່ນນັ້ນຂອງອະຣິຍະສາວົກນັ້ນ ຍ່ອມເປັນປັນຍິນຊີຂອງເຂົານັ້ນ.

- ມຫາວາຣ. ສັງ. ໑໙/໓໐໐/໑໐໒໐.

ເບັນຈະພິດພອນທີ່ຊົງລະບຸໄວ້ສໍາລັບພິກຂຸ

(ບໍ່ກ່ຽວກັບຕັນຫາຄືຈະຕຸພິດພອນຂອງຊາວບ້ານ)

ພິກຂຸ ທ. ! ເມື່ອພວກເຈົາທ່ຽວໄປໃນໂຄຈອຣ ອັນເປັນວິໄສແຫ່ງບິດາຕົນ ກໍຈະຈະເຣີນແມ່ນດ້ວຍອາຍຸ ແມ່ນດ້ວຍວັນນະ ແມ່ນດ້ວຍສຸຂະ ແມ່ນດ້ວຍໂພຄະ ແມ່ນດ້ວຍພະລະ.

໑. ໃນສູຕອື່ນ (໑໒/໒໒/໑໕) ແທນທີ່ຈະເອີ້ນວ່າ ປັນຍິນຊີ ຕຣັດເອີ້ນວ່າ ປັນຍາພະລະກໍມີ ຊຶ່ງມີໃຈຄວາມ

ແບບດຽວກັນ ແລະໃຈຄວາມແຫ່ງຫົວຂໍ້ນີ້ ມີຄວາມໝາຍເນື່ອງກັນມາຈາກຫົວຂໍ້ທີ່ແລ້ວ.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໑໗

ພິກຂຸ ທ. ! ແມ່ນຫຍັງໜໍ ເປັນຄວາມໝາຍໃນຄໍາວ່າ ອາຍຸ ສໍາລັບພິກຂຸ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸຍ່ອມ ຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສສັນທະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສ ວິຣິຢະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສ ຈິຕຕະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສ ວິມັງສາ ເປັນປະທານກິຈຈ໌. (ກິຈຈ໌ໃນບ່ອນນີ້ ຄືກິຈຈ໌ທີ່ກ່ຽວກັບການລະວັງ, ການລະ, ການເຮັດໃຫ້ເກີດມີ ແລະການຮັກສາ). ພິກຂຸນັ້ນ, ເພາະຈະເຣີນເຮັດໃຫ້ຫຼາຍຊຶ່ງອິດທິບາດ ໔ ປະການເຫຼົ່ານີ້, ເມື່ອຫວັງຢູ່ ກໍສາມາດດໍາຣົງຢູ່ໄດ້ຕະຫຼອດເວລາກັບໜຶ່ງ ຫຼືກາຍກວ່າກັບ. ພິກຂຸ ທ. ! ນີ້ແລ ເປັນຄວາມໝາຍໃນຄໍາວ່າອາຍຸ ສໍາລັບພິກຂຸ.

ພິກຂຸ ທ. ! ແມ່ນຫຍັງໜໍ ເປັນຄວາມໝາຍໃນຄໍາວ່າ ວັນນະ ສໍາລັບພິກຂຸ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸເປັນຜູ່ ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມແລ້ວດ້ວຍມັນຍາດ ແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ແມ່ນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ແລ ເປັນຄວາມໝາຍໃນຄໍາວ່າ ວັນນະ ສໍາລັບພິກຂຸ.

ພິກຂຸ ທ. ! ແມ່ນຫຍັງໜໍ ເປັນຄວາມໝາຍໃນຄໍາວ່າ ສຸຂ ສໍາລັບພິກຂຸ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸເຂົ້າເຖິງ ປະຖົມມະຊານ ... ທຸຕິຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ... ແລ້ວແລຢູ່. ພິກຂຸ ທ. ! ນີ້ແລ ເປັນຄວາມໝາຍໃນຄໍາວ່າ ສຸຂ ສໍາລັບພິກຂຸ.

໑໕໑໘ ອະຣິຍະສັຈຈ໌ຈາກພະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ