ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ຂ້າແຕ່ພຣະຜູ່ມີພຣະພາຄ ! ຂໍ້ນັ້ນເປັນແນວນັ້ນ. ຂ້າແຕ່ພຣະສຸຄົຕ ! ຂໍ້ນັ້ນເປັນແນວນັ້ນ ... “ (ຊາວກະລາມະເຫຼົ່ານັ້ນ ຮັບສະໜອງພຣະພຸດທະດໍາຣັດ ກ່າວຢໍ້າຂໍ້ຄວາມນີ້ອີກຄັ້ງໜຶ່ງດ້ວຍຕົນເອງ, ແລ້ວທູນສັນລະເສີນພຣະທັມມະເທສນາ ປະກາດຕົນເປັນອຸປາສົກ).

- ຕິກ. ອັງ. ໒໐/໒໔໒-໒໔໘/໕໐໕.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໑໑

(ຜູ່ສຶກສາອາດຈະສັງເກດເຫັນໄດ້ເອງວ່າ ການສຶກສາ ແລະປະຕິບັຕຕາມຫຼັກອະຣິຍະສັຈຈ໌ສີ່ປະການນັ້ນ ຈະບໍ່ເປັນການເຮັດທີ່ຂັດຕໍ່ຫຼັກກາລາມະສູຕ ທັງສິບປະການແຕ່ຢ່າງໃດ ເພາະມີເຫຕຜົລທີ່ສະແດງຊັດເຈນຢູ່ໃນຕົນເອງວ່າ ທຸກຂ໌ເປັນແນວໃດ ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນແນວໃດ ຄວາມດັບທຸກຂ໌ເປັນແນວໃດ ມັຄຄະອາດຈະດັບທຸກຂ໌ໄດ້ແທ້ຈິງແນວໃດ ໂດຍບໍ່ຕ້ອງເຊື່ອຄໍາບອກຕາມໆກັນມາ ບໍ່ຕ້ອງເບິ່ງການປະພຶຕຕາມໆກັນມາ ຫຼືເຊື່ອຕາມຄໍາເລົ່າລື ຫຼືອ້າງວ່າມີຢູ່ໃນຕໍາລາ ຫຼືໃຊ້ເຫຕຜົລຕາມທາງຕັກກະ ຫຼືຕາມທາງໄນຍະຄືປຼັດສະຍາ ຫຼືຕຶກຕາມສາມັນສໍານຶກ ຫຼືເພາະເຂົ້າກັນໄດ້ກັບເຫຕຜົລຂອງຕົນ ຫຼືຜູ່ເວົ້ຢູ່ໃນຖານະເປັນຕາເຊື່ອ ຫຼືຜູ່ເວົ້າເປັນຄູຂອງຕົນ ຊຶ່ງພຣະອົງເອງກໍໄດ້ຕຣັດຢໍ້າ ໃນຂໍ້ນີ້ຢູ່ສະເໝີ. ເປັນອັນໄດ້ກ່າວວ່າ ຄວາມຮູ້ ແລະການປະຕິບັຕໃນອະຣິຍະສັຈຈ໌ທັງສີ່ນີ້ ບໍ່ມີທາງທີ່ຈັກເປັນເລື່ອງງົມງາຍ ຫຼື ສີລັບພັດຕະປຣາມາສ ອັນຂັດຕໍ່ຫຼັກກາລາມະສູຕ ແຕ່ຢ່າງໃດ).

ບໍຣິສັດທີ່ກ່ຽວຂ້ອງກັບອະຣິຍະສັຈຈ໌

ພິກຂຸ ທ. ! ບໍລິສັດ ໒ ຈໍາພວກນີ້ມີຢູ່ ສອງຈໍາພວກ ແນວໃດໜໍ ? ສອງຈໍາພວກຄື ບໍຣິສັດບໍ່ປະເສີດ (ອະນະຣິຍະ) ບໍຣິສັດປະເສີດ (ອະຣິຍະ).

ພິກຂຸ ທ. ! ບໍຣິສັດບໍ່ປະເສີດ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນບໍຣິສັດໃດ ໃນກໍລະນີນີ້ ລ້ວນແຕ່ບໍ່ຮູ້ຕາມເປັນຈິງວ່າ “ນີ້ ທຸກຂ໌, ນີ້ ທຸກຂະສະມຸທັຍ, ນີ້ ທຸກຂະນິໂຣດ, ນີ້ ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້, ບໍຣິສັດນີ້ ເຮົາກ່າວວ່າ ບໍຣິສັດບໍ່ປະເສີດ.

ພິກຂຸ ທ. ! ບໍຣິສັດປະເສີດ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນບໍຣິສັດໃດ ໃນກໍລະນີນີ້ ລ້ວນແຕ່ຮູ້ຕາມເປັນຈິງວ່າ “ນີ້ ທຸກຂ໌, ນີ້ ທຸກຂະສະມຸທັຍ, ນີ້ ທຸກຂະ ນິໂຣດ, ນີ້ ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້, ບໍຣິສັດນີ້ ເຮົາກ່າວວ່າ ບໍຣິສັດ ປະເສີດ.

໑໕໑໒ ອະຣິຍະສັຈຈ໌ຈາກພະໂອຖະ

ພິກຂຸ ທ. ! ບໍຣິສັດ ໒ ຈໍາພວກເຫຼົ່ານີ້ແລ. ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງນີ້ ຄືບໍຣິສັດປະເສີດ (ອະຣິຍະປະຣິສະ).

- ທຸກ. ອັງ. ໒໐/໙໐/໒໙໐.

ເມື່ອອະຣິຍະສັຈຈ໌ສີ່ຖືກແຍກອອກເປັນສອງປ່ຽງ

ພິກຂຸ ທ. ! ທັມທັງຫຼາຍອັນເປັນກຸສົລເຫຼົ່າໃດ ຊຶ່ງເປັນອະຣິຍະ ເປັນເຄື່ອງນໍາອອກຈາກທຸກຂ໌ ເປັນເຄື່ອງເຮັດສັຕໃຫ້ບັນລຸເຖິງຄວາມຕຣັສຮູ້ພ້ອມ ມີຢູ່. ພິກຂຸ ທ. ! ຖ້າຫາກວ່າບຸຄຄົນຜູ່ມັກຖາມ ຈະຍ່ອມຖາມພວກເຈົ້າເຊັ່ນນີ້ວ່າ “ວິທີການເພື່ອໃຫ້ໄດ້ຮັບປະໂຍຊນ໌ເຖິງທີ່ສຸດ (ອຸປນິສາ໑) ໃນການຟັງຊຶ່ງທັມ ອັນເປັນກຸສົລ ຊຶ່ງເປັນອະຣິຍະ ເປັນເຄື່ອງນໍາອອກຈາກທຸກຂ໌ ເປັນເຄື່ອງນໍາສັຕໃຫ້ລຸເຖິງຄວາມຕຣັສຮູ້ພ້ອມເຫຼົ່ານັ້ນ ມີຢູ່ແນວໃດໜໍ ?” ດັ່ງນີ້ແລ້ວ, ຈົ່ງຕອບແກ່ເຂົາແນວນີ້ວ່າ ວິທີການນັ້ນກໍຄື (ການຟັງ) ເພື່ອໃຫ້ຮູ້ຕາມເປັນຈິງຊຶ່ງທັມເຫຼົ່ານັ້ນ ອັນຈະຍ່ອມແບ່ງອອກໄດ້ພຽງສອງໝວດ. ສອງໝວດແນວໃດກັນໜໍ ? ສອງໝວດຄື ການແຍກຟັງໃຫ້ຮູ້ວ່າ “ນີ້ຄືທຸກຂ໌ ນີ້ຄືທຸກຂະສະມຸທັຍ” ດັ່ງນີ້ : ນີ້ເປັນ ອະນຸປັສສະນາ (ການຕາມເຫັນ) ໝວດທີໜຶ່ງ ; ແລະ “ນີ້ຄືທຸກຂະນິໂຣດ ນີ້ຄືທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້ ນີ້ເປັນອະນຸປັສສະນາໝວດທີສອງ.

໑. ອຸປະນິສາ ຄໍານີ້ໃນບາງແຫ່ງ (ປະຕິຈຈະສະມຸບບາດຈາກພຣະໂອດ ໜ້າ ໕໔໙ ແຖວທີ ໗) ໄດ້ແປວ່າ

“ປະໂຍຊນ໌” ນັ້ນບໍ່ຖືກ, ທີ່ຖືກຕ້ອງແປວ່າ “ວິທີທີ່ຈະເຂົ້າເຖິງປະໂຍຊນ໌” ; ຂໍໃຫ້ເຂົ້າໃຈຕາມນີ້ດ້ວຍ.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໑໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ