ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອຽງ ຄ້ອຍໄປສູ່ນິບພານ ໑.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໕໗
ໝວດ ຈ. ວ່າດ້ວຍ ອານິສົງສ໌ຂອງມັຄຄະ
ອັຕຖັງຄິກະມັຄຄະ ເປັນປະຕິປະທາເພື່ອຄວາມເປັນອະຣິຍະບຸຄຄົນສີ່
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ພິກຂຸທັງຫຼາຍ ຍ່ອມປະພຶຕພຣົມມະຈັນຣຍ໌ໃນພຣະຜູ່ມີພຣະພາຄ ເພາະເຫຕເພື່ອຈັກເຮັດໃຫ້ແຈ້ງຊຶ່ງສະມາທິພາວະນາ (ເປັນອິດທິວິທີປະການຕ່າງໆ) ເຫລົ່ານັ້ນເສຍແລ້ວຊັ້ນບໍ ?”
ມະຫາລິ ! ພິກຂຸທັງຫຼາຍ ຍ່ອມປະພຶຕພຣົມມະຈັນຣຍ໌ໃນເຮົາ ເພາະເຫຕເພື່ອຈັກເຮັດໃຫ້ແຈ້ງ ຊຶ່ງສະມາທິພາວະນາເຫຼົ່ານັ້ນ ກໍບໍ່ແມ່ນ ; ແຕ່ທັມມະເຫຼົ່າອື່ນທີ່ຍິ່ງກວ່າ ປະນີຕກວ່າ ກວ່າສະມາທິພາວະນາເຫຼົ່ານັ້ນກໍມີຢູ່ ; ແລະ ພິກຂຸທັງຫຼາຍ ພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພາະເຫຕເພື່ອຈັກເຮັດໃຫ້ແຈ້ງ ຊຶ່ງທັມທັງຫຼາຍອັນຍິ່ງກວ່າ ປະນີຕກວ່າເຫຼົ່ານັ້ນ.
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ທັມທັງຫຼາຍ ອັນຍິ່ງກວ່າ ປະນີຕກວ່າ ເຫຼົ່ານັ້ນ ເປັນແນວໃດໜໍ ?”
ມະຫາລິ ! ພິກຂຸໃນກໍລະນີນີ້ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ ເປັນຜູ່ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ່ທ່ຽງແທ້ຕໍ່ນິບພານ ມີການ
ຕຣັສຮູ້ພ້ອມໃນເບື້ອງໜ້າ. ມະຫາລິ ! ນີ້ແລ ທັມທີ່ຍິ່ງກວ່າ ປະນີຕກວ່າ.
ມະຫາລິ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ແລະ ເພາະຄວາມທີ່ຣາຄະ ໂທສະ ໂມຫະ ກໍເບົາບາງ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກຄັ້ງດຽວ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້. ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມທີ່ຍິ່ງກວ່າ ປະນີຕກວ່າ.
໘໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ມະຫາລິ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ເບື້ອງຕໍ່າທັງຫ້າ ເປັນ ໂອປະປາຕິກະ (ອະນາຄາມີ) ມີການປະຣິນິບພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມທີ່ຍິ່ງກວ່າ ປະນີຕກວ່າ.
ມະຫາລິ ! ຂໍ້ອື່ນຍັງມີອີກ : ພິກຂຸເຮັດໃຫ້ແຈ້ງ ເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ມະຫາລິ ! ແມ່ນວ່ານີ້ແລ ກໍເປັນທັມທີ່ຍິ່ງກວ່າ ປະນີຕກວ່າ.
ມະຫາລິ ! ທັມທັງຫຼາຍເຫຼົ່ານີ້ແລ ເປັນທັມທີ່ຍິ່ງກວ່າ ປະນີຕກວ່າ ທີ່ພິກຂຸທັງຫຼາຍ ພາກັນປະພຶຕພຣົມມະຈັນຣຍ໌ໃນເຮົາ ເພືື່ອເຮັດໃຫ້ແຈ້ງ.
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມັຄຄະມີຢູ່ບໍ່ ປະຕິປະທາມີຢູ່ບໍ່ ເພື່ອເຮັດໃຫ້ແຈ້ງຊຶ່ງທັມເຫຼົ່ານັ້ນ ?”
ມະຫາລິ ! ມັຄຄະມີຢູ່ ປະຕິປະທາມີຢູ່ ເພື່ອເຮັດໃຫ້ແຈ້ງຊຶ່ງທັມເຫຼົ່ານັ້ນ.
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມັຄຄະເປັນແນວໃດ ປະຕິປະທາເປັນແນວໃດ ເພື່ືອເຮັດໃຫ້ແຈ້ງຊຶ່ງທັມເຫຼົ່ານັ້ນ ?”
ອະຣິຍະອັຕຖັງຄິກະມັຄຄະນີ້ນັ້ນແຫຼະ ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ມະຫາລິ ! ນີ້ແລ ມັຄຄະ ນີ້ແລ ປະຕິປະທາ ເພື່ອເຮັດໃຫ້ແຈ້ງຊຶ່ງທັມເຫຼົ່ານັ້ນ.
- ສີ. ທີ. ໙/໑໙໙-໒໐໐/໒໕໐-໒໕໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໕໙
ອັຕຖັງຄິກະມັຄຄະ ໃນຖານະທັມເຄື່ອງຂ້າມຝັ່ງ
ພິກຂຸ ທ. ! ທັມ ໘ ປະການ ເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອການໄປຈາກບ່ອນບໍ່ແມ່ນຝັ່ງ (ວັຕຕະສົງສາຣ) ສູ່ບ່ອນອັນເປັນຝັ່ງ (ນິບພານ). ແປດປະການ ແນວໃດໜໍ ? ແປດປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການ ເຫຼົ່ານີ້ແລ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການໄປຈາກບ່ອນບໍ່ແມ່ນຝັ່ງ (ວັຕຕະສົງສາຣ) ສູ່ບ່ອນອັນເປັນຝັ່ງ (ນິບພານ).
(ຄາຖາເພີ່ມຕື່ມທ້າຍພຣະສູຕ)
ໃນໝູ່ມະນຸສສ໌ທັງຫຼາຍ ຜູ່ທີ່ເຖິງຝັ່ງແຫ່ງພຣະນິບພານມີໜ້ອຍແທ້
ໝູ່ມະນຸສນອກນັ້ນ ຍ່ອມແລ່ນເລາະຢູ່ຕາມຝັ່ງໃນ ນີ້ເອງ.
ກໍຊົນເຫຼົ່າໃດປະພຶຕທັມສົມຄວນແກ່ທັມ ໃນທັມທີ່








