ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໙. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ເປັນຜູ່ທີ່ທ່ຽວຮຸກຮານສະມະນະ ຫຼືພຣາມໃດໆ ວ່າ “ຈັ່ງໃດກັນເນາະ ທ່ານຜູ່ນີ້ມີອາຊີບ (ດໍາຣົງຊີບ) ຊັ້ນຕໍ່າ ກິນເສຍໝົດທຸກຢ່າງ ບໍ່ວ່າຈະເປັນພືດເກີດຈາກຮາກ ພືດເກີດຈາກຂໍ້ ພືດເກີດຈາກໝາກ ພືດເກີດຈາກຍອດ ແລະ ພືດເກີດຈາກລໍາຕົ້ນ ເປັນທີຫ້າ” ດັ່ງນີ້ ດ້ວຍວາທະຢຽບຢໍ່າສະມະນະ ປານວ່າມີຄົມແຫ່ງແຂ້ວດັ່ງສາຍຟ້າ. ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໐. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ເຫັນສະມະນະ ຫຼືພຣາມໃດໆ ທີ່ຄົນເຂົາພາກັນສັກກາຣະຢູ່ ເຄົາລົບຢູ່ ນັບຖືຢູ່ ບູຊາຢູ່ ໃນຕະກູນທັງຫຼາຍ ເຂົາ ບໍ່ມີຄວາມຄິດແນວນີ້ວ່າ “ຄົນທັງຫຼາຍພາກັນສັກກາຣະ ເຄົາຣົບ ນັບຖື ບູຊາ ຊຶ່ງສະມະນະພຣາມນີ້ ຜູ່ມີອາຊີບຊັ້ນຕໍ່າຢູ່ ໃນຕະກູນທັງຫຼາຍ ແຕ່ກັບບໍ່ສັກກາຣະເຄົາຣົບ ນັບຖື ບູຊາເຮົາຜູ່ດໍາຣົງຊີວິຕຢູ່ຢ່າງມີ ລູຂະປະຕິປະທາຢູ່ ໃນຕະກູນທັງຫຼາຍ” ດັ່ງນີ້ ເຂົາ ບໍ່ເກີດມີຄວາມຣິສະຍາ ແລະຂີ້ຖີ່ ໃນຕະກູນທັງຫຼາຍຂຶ້ນມາແນວນີ້. ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໑. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ມັກນັ່ງສະແດງຕົນຕາມທາງທີ່ຄົນຜ່ານ (ເພື່ອອວດຕົນ). ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໔໗໘ ອະຣິຍະສັຈຈ໌ຈາກພະໂອຖະ
໑໒. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ຈະບໍ່ເປີດເຜີຍຕົນ (ຕາມທີ່ເປັນຈິງ) ທ່ຽວໄປໃນຕະກູນທັງຫຼາຍກໍບໍ່ມີ (ເຂົາເປັນຄົນຈິງ ແລະເປີດເຜີຍ) ປະກາດຢູ່ ວ່າ “ແນວນີ້ໆ ເປັນຕະບະຂອງເຮົາ, ມີໃນຕະບະຂອງເຮົາ” ດັ່ງນີ້ເປັນຕົ້ນ. ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໓. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ມີປົກກະຕິນິສສັຍເຮັດສິ່ງໃດໆ ໃຫ້ເປັນຂອງປົກປິດ ເມື່ອຖືກຖາມຢູ່ວ່າ ສິ່ງນີ້ຄວນແກ່ທ່ານບໍ່ ກໍ ກ່າວສິ່ງທີ່ບໍ່ຄວນວ່າບໍ່ຄວນ ກ່າວສິ່ງທີ່ຄວນວ່າຄວນ ບໍ່ເປັນຜູ່ກ່າວມຸສາ ທັງທີ່ຮູ້ຢູ່ແກ່ໃຈ ດັ່ງນີ້. ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໔. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ, ເມື່ອຕະຖາຄົຕ ຫຼືສາວົກຂອງຕະຖາຄົຕສະແດງທັມຢູ່, ເຂົາຍອມຮັບ (ວ່າຖືກວ່າແມ່ນ) ຕໍ່ປະຣິຍາຍທີ່ຄວນຍອມຮັບ (ວ່າຖືກວ່າແມ່ນ) ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໕. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ເປັນຄົນມັກໃຈຮ້າຍ ບໍ່ຜູກໂກດ. ນິໂຄຼດະ ! ຂໍ້ທີ່ເຂົາເປັນຄົນບໍ່ມັກໃຈຮ້າຍ ບໍ່ຜູກໂກດນັ້ນ ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
໑໖. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ເປັນຄົນລົບລູ່ຄຸນທ່ານ ບໍ່ຕີຕົນສະເໝີທ່ານ ບໍ່ເປັນຄົນຣິສະຍາ ບໍ່ຂີ້ຖີ່ ບໍ່ເປັນຄົນໂອ້ອວດ ບໍ່ມີມານຍາ ບໍ່ເປັນຄົນຫົວດື້ ບໍ່ດູໝິ່ນທ່ານ ບໍ່ເປັນຄົນປາຖນາລາມົກ ບໍ່ຕົກຢູ່ໃນອໍານາດແຫ່ງຄວາມປາຖນາລາມົກ ບໍ່ເປັນມິຈສາທິຕຖິ ບໍ່ປະກອບຢູ່ດ້ວຍອັນຕະຄາຫິກະທິຕຖິ ບໍ່ເປັນຄົນລູບຄໍາສິ່ງຕ່າງໆ ຕາມທິຕຖິຂອງຕົນ ບໍ່ຢຶດຖືໄວ້ໜຽວແໜ້ນ ສະລັດຄືນໄດ້ງ່າຍ. ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໗໙
ນິໂຄຼດະ ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ເມື່ອເປັນເຊັ່ນນີ້ ມັນເປັນການກີດກັນກິເລສ ດ້ວຍຕະບະທີ່ບໍຣິສຸດ ຫຼື ບໍ່ບໍຣິສຸດໜໍ ?
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເມື່ອເປັນເຊັ່ນນີ້ ມັນເປັນການກີດກັນກິເລສດ້ວຍຕະບະທີ່ບໍຣິສຸດໂດຍແທ້ ບໍ່ເແມ່ນບໍ່ບໍຣິສຸດ ທັງຍັງເປັນການບັນລຸເຖິງຍອດ ເຖິງແກ່ນອີກດ້ວຍ ຂ້ານ້ອຍ !”.
ນິໂຄຼດະເອີຍ ! ການກີດກັນກິເລສດ້ວຍຕະບະພຽງທໍ່ນີ້ ຍັງບໍ່ເຖິງຍອດເຖິງແກ່ນ ເປັນພຽງເຖິງເປືອກແຫ້ງໆ ທໍ່ນັ້ນ.
- ປາ. ທີ. ໑໑/໔໔-໕໐/໒໔-໒໕.
ການຕໍ່ສູ້ຂອງຜູ່ຢ້ານຄວາມທຸກຂ໌ໂດຍລະອຽດ
ຖ້າຜາສຸກທັມໃດໆ ມີຢູ່ ສໍາລັບຜູ່ລັງກຽດຕໍ່ທຸກຂ໌ ຜູ່ເສບບ່ອນນັ່ງ
ນອນອັນມິດງຽບ ມຸ່ງຈະຕຣັສຮູ້ທັມຕາມທີ່ເປັນຈິງ ແລ້ວນັ້ນ ເຮົາຈັກບອກ








