ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ການກີດກັນກິເລສດ້ວຍຕະບະເຫຼົ່ານີ້ ເປັນອຸປະກິເລສແທ້ຈິງ ບໍ່ເປັນອຸປະກິິເລສກໍບໍ່ແມ່ນ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ນີ້ເປັນຖານະທີ່ມີຢູ່ ຄືຜູ່ບໍາເພັນຕະບະບາງຄົນ ໃນກໍລະນີນີ້ ປະກອບດ້ວຍອຸປະກິເຫລສເຫຼົ່ານີ້ຄົບທຸກຢ່າງແລ້ວ ເປັນຫຍັງຈຶ່ງບໍ່ປະກອບດ້ວຍອຸປະກິເລສແຕ່ລະຢ່າງໆ ໜໍ”.

(ຂ. ພາວະບໍຣິສຸດທີ່ສໍາລັບຖືເປັນຫຼັກ)

໑. ນິໂຄຼດະ ! ໃນກໍລະນີນີ້ ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາບໍ່ເປັນຜູ່ພໍໃຈ ບໍ່ຮູ້ສຶກວ່າບໍຣິບູນແລ້ວ ຕາມປະສົງດ້ວຍຕະບະນັ້ນ (ບໍ່ໄດ້ບໍາເພັນຕະບະເພື່ອຄວາມພໍໃຈແຫ່ງໂຕກູ). ນິໂຄຼດະ ! ຂໍ້ທີ່ເຂົາ ບໍ່ໄດ້ບໍາເພັນຕະບະເພື່ອຄວາມພໍໃຈແຫ່ງຕົນນັ້ນ ນັ້ນແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໒. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາບໍ່ຍົກຕົນຂົ່ມຜູ່ອື່ນດ້ວຍຕະບະນັ້ນ. ນິໂຄຼດະ ! ຂໍ້ທີ່ເຂົາບໍ່ຍົກຕົນຂົ່ມຜູ່ອື່ນດ້ວຍຕະບະນັ້ນ ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໓. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາບໍ່ເມົາຕະບະ ບໍ່ຫຼົງຕະບະ ບໍ່ເຖິງຄວາມມົວເມົາດ້ວຍຕະບະນັ້ນ. ນິໂຄຼດະ ! ຂໍ້ທີ່ເຂົາບໍ່ເມົາຕະບະ ບໍ່ຫຼົງຕະບະ ບໍ່ເຖິງຄວາມມົວເມົາດ້ວຍຕະບະ ນັ້ນ ດ້ວຍເຫຕນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໑໔໗໖ ອະຣິຍະສັຈຈ໌ຈາກພະໂອຖະ

໔. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນ ດ້ວຍຕະບະນັ້ນ ເຂົາບໍ່ເປັນຜູ່ພໍໃຈດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນວ່າ ບໍຣິບູນແລ້ວຕາມປະສົງ. ນິໂຄຼດະ ! ຂໍ້ທີ່ເຂົາ ບໍ່ເປັນຜູ່ພໍໃຈດ້ວຍລາບສັກກາຣະ ແລະສຽງສັນລະເສີນວ່າ ບໍຣິບູນແລ້ວຕາມປະສົງ ນັ້ນ ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໕. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນ ດ້ວຍຕະບະນັ້ນ ເຂົາບໍ່ຍົກຕົນ ບໍ່ຂົ່ມຂູ່ຜູ່ອື່ນ ດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນ. ນິໂຄຼດະ ! ຂໍ້ທີ່ເຂົາ ບໍ່ຍົກຕົນ

ບໍ່ຂົ່ມຂູ່ຜູ່ອື່ນ ດ້ວຍລາບສັກກາຣະ ແລະສຽງສັນລະເສີນ ນັ້ນ ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໖. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາເຮັດລາບສັກກາຣະ ແລະສຽງສັນລະເສີນໃຫ້ເກີດຂຶ້ນ ເຂົາບໍ່ເມົາລາບ ບໍ່ຫຼົງລາບ ບໍ່ເຖິງຄວາມມົວເມົາດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນ ນິໂຄຼດະ ! ຂໍ້ທີ່ເຂົາ ບໍ່ເມົາລາບ ບໍ່ຫຼົງລາບ ບໍ່ເຖິງຄວາມມົວເມົາດ້ວຍລາບສັກກາຣະ ແລະສຽງສັນລະເສີນນັ້ນ ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

໗. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາບໍ່ເຖິງການແບ່ງແຍກໃນໂພຊະນະ ທັງຫຼາຍວ່າ “ນີ້ຄວນແກ່ເຮົາ ນີ້ບໍ່ຄວນແກ່ເຮົາ” ດັ່ງນີ້. ເຂົາ ບໍ່ມັກສິ່ງໃດ ເຂົາບໍ່ໄດ້ປິ່ນໜ້າໜີ ສະແດງຄວາມບໍ່ສົນໃຈ ປະມັນໄປເສຍ ເຂົາ ມັກສິ່ງໃດ ເຂົາກໍບໍ່ຈົດຈໍ່ ບໍ່ມົວເມົາ ບໍ່ໝາຍໝັ້ນສິ່ງນັ້ນ ມອງເຫັນໂທດ ມີປັນຍາເປັນເຄື່ອງອອກ (ຈາກອັສສາທະແຫ່ງສິ່ງນັ້ນ) ບໍຣິໂພຄຢູ່. ນິໂຄຼດະ ! ດ້ວຍເຫຕຜົລນີ້ແຫຼະເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໗໗

໘. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ສະມາທານຕະບະຢູ່ ເຂົາ ບໍ່ຄິດແນວນີ້ວ່າ ພຣະຣາຊາ ມະຫາອາມາດ ກະສັດ ພຣາມ ຄະຫະບໍດີ ເດຍຣະຖີທັງຫຼາຍ ຈັກສັກກາຣະເຮົາ ເພາະເຫຕແຫ່ງຄວາມໄຄ່ຈະໄດ້ລາບສັກກາຣະ ແລະສຽງສັນລະເສີນ. ດ້ວຍເຫຕຜົລນີ້ແຫຼະ ເຂົາເປັນຜູ່ບໍຣິສຸດໃນຖານະນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ