ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຜາສຸກທັມນັ້ນໆ ແກ່ເຈົ້າ ຕາມທີ່ເຮົາຮູ້.

ພິກຂຸຜູ່ສະຫຼາດ ຍ່ອມເປັນຜູ່ມີສະຕິ ປະພຶຕທັມເຖິງທີ່ສຸດຮອບດ້ານ

ບໍ່ຕ້ອງຫວັ່ນຕໍ່ພັຍ ໕ ຢ່າງ ຄື ພັຍຈາກເຫຼືອກ ສັຕກັດຕ໊ອດ ສັດເລືອຄານ

ການຊູນຕ້ອງຂອງມະນຸສ ແລະ ສັຕສີ່ຕີນ.

ພິກຂຸນັ້ນບໍ່ໄຫວຫວັ່ນ ຕໍ່ຊົນເຫຼົ່າອື່ນ ຜູ່ມີທັມເປັນປໍລະປັກ ເຖິງວ່າເຫັນ

ຄວາມເປັນຕາຢ້ານຢ່າງຫຼວງຫຼາຍ ຈາກຊົນເຫຼົ່ານັ້ນ ຫຼືອັນຕະລາຍແບບອື່ນໆ

ກໍສະແຫວງຫາຊຶ່ງທັມອັນເປັນກຸສົລ ຄອບງໍາຄວາມຢ້ານເຫຼົ່ານັ້ນເສຍໄດ້.

໑໔໘໐ ອະຣິຍະສັຈຈ໌ຈາກພະໂອຖະ

ຖືກຊູນຕ້ອງແລ້ວດ້ວຍຜັສສະແຫ່ງໂຣຄາ ຄວາມຫິວ ຄວາມໜາວ

ຄວາມຮ້ອນ ກໍອົດກັ້ນໄດ້. ຜັສສະເຫຼົ່ານັ້ນ ຖືກຕ້ອງແລ້ວຫຼວງຫຼາຍທໍ່ໃດ

ກໍຍັງບໍ່ມີກິເລສຖ້ວມທັບໃຈ ຍັງຄົງບາກບັ່ນເຮັດຄວາມພຽນຢູ່ ຢ່າງໝັ້ນຄົງ.

ບໍ່ຄວນເຮັດການຂີ້ລັກ ບໍ່ຄວນກ່າວຂີ້ຕົວະ ຄວນຖືກຕ້ອງສັຕ

ທັງທີ່ຍັງຕື່ນຢ້ານ ແລະໝັ້ນຄົງດ້ວຍເມຕຕາ. ຈົ່ງຮູ້ແຈ້ງຄວາມຂຸ້ນມົວ

ແຫ່ງໃຈແລ້ວ ບັນເທົາເສຍດ້ວຍຄິດວ່າ ນັ້ນເປັນທັມຝ່າຍດໍາ.

ບໍ່ຄວນໄປສູ່ອໍານາດແຫ່ງຄວາມໃຈຮ້າຍ ແລະຈອງຫອງ ຈົ່ງຂຸດຮາກ

ແຫ່ງກິເລສເຫລົ່ານັ້ນ ດໍາຣົງຕົນຢູ່ ເປັນຜູ່ຄອບງໍາເສຍຊຶ່ງອໍານາດ

ຂອງສິ່ງອັນເປັນທີ່ຮັກ ແລະ ບໍ່ເປັນທີ່ຮັກໂດຍກົງ.

ຈົ່ງເປັນຜູ່ມີກັລລະຢານະມິຕ ມຸ່ງປັນຍາເປັນເບື້ອງໜ້າ ຄອບງໍາເສຍ

ຊຶ່ງອັນຕະລາຍເຫຼົ່ານັ້ນ ຈົ່ງຂົ່ມຂີ່ຄວາມບໍ່ຍິນດີ ໃນບ່ອນຢູ່ອັນມິດງຽບ

ຂົ່ມຂີ່ທັມ ເປັນທີ່ຕັ້ງແຫ່ງປະຣິເທວະທັງສີ່ຢ່າງເສຍ ຄືປະຣິເທວະວ່າ

ເຮົາສິກິນອັນໃດ, ສິໄດ້ກິນບ່ອນໃດ, ເມື່ອຄືນນອນເປັນທຸກຂ໌,

ຄືນນີ້ສິນອນບ່ອນໃດ. ວິຕົກອັນເປັນທີ່ຕັ້ງແຫ່ງປະຣິເທວະເຫຼົ່ານີ້

ເຂົາຄວນນໍາອອກເສຍ ເປັນເສຂະບໍ່ມີທີ່ຢູ່ທີ່ອາໄສ ທ່ຽວໄປເຖີ້ນ.

ເມື່ອໄດ້ອາຫາຣ ແລະບ່ອນຢູ່ໃນກາລອັນສົມຄວນແລ້ວ ຈົ່ງເປັນຜູ່ຮູ້

ປະມານ ເພື່ອຄວາມເປັນຜູ່ສັນໂດດ ໃນທັມວິນັຍນີ້ ເປັນຜູ່ຄຸ້ມຄອງຕົນ

ໃນປັຈຈັຍເຫຼົ່ານັ້ນ ເປັນຜູ່ສັງລວມ ທ່ຽວໄປໃນໝູ່ບ້ານ ເຖິງຈະຖືກປ້ອຍດ່າ

ກໍບໍ່ກ່າວຄໍາຫຍາບ.

ຈົ່ງເປັນຜູ່ປ່ອຍສາຍຕາຕໍ່າ ບໍ່ກະລົກກະລົນດ້ວຍຕີນ ຕາມປະກອບ

ຢູ່ໃນຊານ ເປັນຜູ່ມາກດ້ວຍຄວາມຕື່ນຢູ່ ມີຕົນສົ່ງໄປໃນສະມາທິ ປາຣົບ

ອຸເປກຂາ ຕັດເສຍຊຶ່ງເຫຕແຫ່ງວິຕົກ ແລະ ທັມເຄື່ອງສົ່ງເສີມກຸກກຸຈຈະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໘໑

ເມື່ອຖືກວ່າກ່າວຕັກເຕືອນ ກໍເປັນຜູ່ມີສະຕິ ຍິນດີຮັບຄໍາຕັກເຕືອນ

ຈົ່ງທໍາລາຍຂໍ້ຂັດແຍ້ງ (ຂີລະ) ໃນເພື່ອນສະພຣົມມະຈາຣີທັງຫຼາຍ ກ່າວວາຈາ ທີ່ເປັນກຸສົລ ບໍ່ເກີນຂອບເຂຕ ບໍ່ຕຶກໄປໃນທາງທີ່ຈະວ່າກ່າວຜູ່ອື່ນ ; ຕໍ່ແຕ່ນັ້ນ ຄວນເປັນຜູ່ມີສະຕິ ສຶກສາເພື່ອຖອນອອກເສຍຊຶ່ງທຸລີ ໕ ຢ່າງ ໃນໂລກ ຄື

ຂົ່ມຂີ່ຊຶ່ງຣາຄະໃນຮູບ ໃນສຽງ ໃນຣົສ ໃນກິ່ນ ໃນຜັສສະທັງຫຼາຍ.

ຈົ່ງນໍາອອກຊຶ່ງຄວາມພໍໃຈ ໃນອາຣົມທັງຫຼາຍເຫຼົ່ານັ້ນ ເປັນພິກຂຸ

ມີສະຕິ ມີຈິຕຫຼຸດພົ້ນດ້ວຍດີ ໄຄ່ຄວນຢູ່ຊຶ່ງສັມມາທັມມະ ໂດຍກາລອັນຄວນ

ເປັນຜູ່ມີທັມອັນເອກ ກໍາຈັດຄວາມມືດເສຍໄດ້ ແລ.

- ສຸຕຕ. ຂຸ. ໒໕/໕໒໑/໔໒໓.

(ຂໍ້ປະຕິບັຕຕາມອັຕຖັງຄິກະມັຄຄະ ອາດຈະແຈກແຍກອອກໄປເປັນລາຍລະອຽດ ໄດ້ຢ່າງຫຼວງຫຼາຍ ດ້ວຍພຣະພຸດທະພາສິຕ ທີ່ຕຣັດແກ່ພຣະສາຣີບຸຕໃນບ່ອນນີ້ ກ່າວໄດ້ວ່າ ເປັນຄໍາຂະຫຍາຍຄວາມ ຂອງອະຣິຍະມັຄຄະມີອົງຄ໌ແປດ ລວມກັນໄດ້ເປັນຢ່າງດີ ຈຶ່ງໄດ້ນໍາເອົາຂໍ້ຄວາມນີ້ ມາໃສ່ໄວ້ໃນໝວດນີ້).

ໝວດ ຊ. ວ່າດ້ວຍ ມັຄຄະ ກັບ ອາຫຸເນີຍຍະບຸຄຄົນ

ສັກແຕ່ວ່າດໍາເນີນຢູ່ໃນອັຕຖັງຄິກະມັຄຄະ

ກໍເປັນອາຫຸເນີຍຍະບຸຄຄົນແລ້ວ

ພິກຂຸ ທ. ພິກຂຸ ທ. ! ພິກຂຸເປັນຜູ່ປະກອບດ້ວຍທັມ ໘ ປະການເຫຼົ່ານີ້ແລ ຍ່ອມເປັນອາຫຸເນີຍຍະບຸຄຄົນ ປາຫຸເນີຍຍະບຸຄຄົນ ທັກຂິເນີຍຍະບຸຄຄົນ ອັນຊະລີກະຣະນີຍະບຸຄຄົນ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ. ແປດປະການແນວໃດໜໍ ? ແປດປະການ ຄື ພິກຂຸໃນກໍລະນີນີ້ :-

໑໔໘໒ ອະຣິຍະສັຈຈ໌ຈາກພະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ