ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໗໓

໙. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະເປັນຜູ່ ທີ່ທ່ຽວຮຸກຮານສະມະນະ ຫຼືພຣາມໃດໆ ບໍ່ວ່າໃນບ່ອນໃດໆ ວ່າ “ຈັ່ງໃດກັນເນາະ ທ່ານຜູ່ນີ້ມີອາຊີບ (ດໍາຣົງຊີບ) ຊັ້ນຕໍ່າ ກິນເສຍໝົດທຸກຢ່າງ ບໍ່ວ່າຈະເປັນພືດເກີດຈາກຮາກ ພືດເກີດຈາກຂໍ້ ພືດເກີດຈາກໝາກ ພືດເກີດຈາກຍອດ ແລະພືດເກີດຈາກລໍາຕົ້ນ ເປັນທີຫ້າ” ດັ່ງນີ້ ດ້ວຍວາທະຢຽບຢໍ່າສະມະນະ ປານວ່າມີຄົມແຫ່ງແຂ້ວດັ່ງສາຍຟ້າ. ນິໂຄຼດະ ! ພຶດຕິກັມແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໐. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ເຫັນສະມະນະ ຫຼືພຣາມໃດໆ ທີ່ຄົນເຂົາພາກັນສັກກາຣະຢູ່ ເຄົາລົບຢູ່ ນັບຖືຢູ່ ບູຊາຢູ່ ໃນຕະກູນທັງຫຼາຍ ກໍ ມີຄວາມຄິດວ່າ “ຄົນທັງຫຼາຍພາກັນສັກກາຣະ ເຄົາລົບນັບຖືບູຊາ ຊຶ່ງສະມະນະພຣາມນີ້ ຜູ່ມີອາຊີບຊັ້ນຕໍ່າ ຢູ່ໃນຕະກູນທັງຫຼາຍ ແຕ່ກັບບໍ່ສັກກາຣະເຄົາຣົບນັບຖືບູຊາເຮົາ ຜູ່ບໍາເພັນຕະບະ ດໍາຣົງຊີວິຕຢູ່ຢ່າງມີ ລູຂະ໑ ປະຕິປະທາ ຢູ່ໃນຕະກູນທັງຫຼາຍ” ດັ່ງນີ້ ເຂົາ ເກີດມີຄວາມຣິສະຍາ ແລະຂີ້ຖີ່ຕະກູນທັງຫຼາຍຂຶ້ນມາ ດ້ວຍອາການເຊັ່ນນີ້.

ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໑. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ມັກນັ່ງສະແດງໂຕຕາມທາງທີ່ຄົນຜ່ານ (ເພື່ອອວດຕົນ). ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑. ລູຂະ ຄໍານີ້ ແປຍາກ ສໍາພາສາໄທເຮົາ ເຄີຍແປກັນວ່າ ເສົ້າໝອງແດ່ ໂຫຼໆແດ່ ເປັນຄໍາແປ

ທີ່ອາດໃຫ້ເກີດຄວາມເຂົ້າໃຈຜິດ ຈາກຄວາມໝາຍອັນແທ້ຈິງ ຊຶ່ງສູງ ຫຼືເລິກໄປກວ່ານັ້ນ

ກ່າວຄື ມີຊີວິຕຢູ່ດ້ວຍສິ່ງທີ່ໄຮ້ຄ່າ ໄຮ້ຄວາມສວຍງາມ ໄຮ້ຄວາມສະດວກສະບາຍ

ເປັນຊີວິຕແບບຕໍ່າສຸດ ສໍາລັບ ນັກບວດ ຊຶ່ງເຮົາເອີ້ນກັນໂດຍທົ່ວໄປວ່າ ເຄັ່ງຄັດຢ່າງຍິ່ງ.

ຂໍໃຫ້ໃຊ້ຄໍາວ່າ ລູຂະ ນີ້ເປັນຄໍາຄໍາໜຶ່ງ ໃນພາສາໄທເຮົາສືບຕໍ່ໄປ ໃນພາຍໜ້າດ້ວຍ.

໑໔໗໔ ອະຣິຍະສັຈຈ໌ຈາກພະໂອຖະ

໑໒. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ບໍ່ເປີດເຜີຍຕົນ (ຕາມທີ່ເປັນຈິງ) ທ່ຽວໄປໃນຕະກູນທັງຫຼາຍ ປະກາດຢູ່ວ່າ “ແນວນີ້ໆ ເປັນຕະບະຂອງເຮົາ, ມີໃນຕະບະຂອງເຮົາ” ດັ່ງນີ້ ເປັນຕົ້ນ. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໓. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ມີປົກກະຕິນິສສັຍ ເຮັດສິ່ງໃດໆ ໃຫ້ເປັນຂອງປົກປິດ ເມື່ອຖືກຖາມຢູ່ວ່າ ສິ່ງນີ້ຄວນແກ່ທ່ານບໍ່ ກໍ ກ່າວສິ່ງທີ່ບໍ່ຄວນວ່າຄວນ ກ່າວສິ່ງທີ່ຄວນວ່າບໍ່ຄວນ ເປັນຜູ່ກ່າວມຸສາ ທັງທີ່ຮູ້ຢູ່ແກ່ໃຈ ດັ່ງນີ້. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໔. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ, ເມື່ອຕະຖາຄົຕ ຫຼືສາວົກຂອງຕະຖາຄົຕສະແດງທັມຢູ່, ເຂົາບໍ່ຍອມຮັບ (ວ່າຖືກວ່າຈິງ) ແມ່ນວ່າມີຢູ່ແທ້.

ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໕. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ເປັນຄົນ ມັກໃຈຮ້າຍ ມັກຜູກໂກດ. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

໑໖. ນິໂຄຼດະ ! ຂໍ້ອື່ນຍັງມີອີກ : ຜູ່ບໍາເພັນຕະບະ ເປັນຄົນ ລົບລູ່ຄຸນທ່ານ ຕີຕົນສະເໝີທ່ານ ເປັນຄົນ ຣິສະຍາ ຂີ້ຖີ່ ເປັນຄົນ ໂອດອວດ ມີມານຍາ ເປັນຄົນ ຫົວດື້

ດູໝິ່ນທ່ານ ເປັນຄົນ ປາຖນາລາມົກ ຕົກຢູ່ໃນອໍານາດແຫ່ງຄວາມປາຖນາລາມົກ ເປັນມິຈສາທິຕຖິ ປະກອບຢູ່ດ້ວຍອັນຕະຄາຫິກະທິຕຖິ ເປັນຄົນລູບຄໍາສິ່ງຕ່າງໆຕາມທິຕຖິຂອງຕົນ ຢຶດຖືໄວ້ໜຽວແໜ້ນ ສະລັດຄືນໄດ້ຍາກ. ນິໂຄຼດະ ! ແມ່ນວ່າຂໍ້ນີ້ ກໍເປັນອຸປະກິເລສຂອງຜູ່ບໍາເພັນຕະບະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໗໕

ນິໂຄຼດະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ການກີດກັນກິເລສດ້ວຍຕະບະ ໃນຮູບແບບທີ່ວ່າມານີ້ (ທຸກຂໍ້) ເປັນອຸປະກິເລສ ຫຼືບໍ່ເປັນອຸປະກິເລສໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ