ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເມື່ອໃດ ບຸຄຄົນເຫັນດ້ວຍປັນຍາວ່າ “ສັງຂາຣທັງຫຼາຍທັງປວງ
ເປັນທຸກຂ໌” ; ເມື່ອນັ້ນ ເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ ; ນັ້ນແຫຼະ
ເປັນຫົນທາງແຫ່ງຄວາມສະອາດປອດກ້ຽງ.
ເມື່ອໃດ ບຸຄຄົນເຫັນດ້ວຍປັນຍາວ່າ “ທັມທັງຫຼາຍທັງປວງ
ເປັນອະນັຕຕາ” ; ເມື່ອນັ້ນ ເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ ; ນັ້ນແຫຼະ
ເປັນຫົນທາງແຫ່ງຄວາມສະອາດປອດກ້ຽງ.
- ທ. ຂຸ. ໒໕/໕໑/໓໐.
ລໍາດັບການປະຕິບັຕເພື່ອອະຣະຫັນຕະຜົລ
ພິກຂຸ ທ. ! ເຮົາຍ່ອມບໍ່ກ່າວການປະສົບຄວາມພໍໃຈ ໃນອະຣະຫັນຕະຜົລດ້ວຍການເຮັດອັນດັບທໍາອິດ ພຽງອັນດັບດຽວ. ພິກຂຸ ທ. ! ກໍແຕ່ວ່າ ການປະສົບຄວາມພໍໃຈໃນອະຣະຫັນຕະຜົລ ຍ່ອມມີໄດ້ເພາະການສຶກສາໂດຍລໍາດັບ ເພາະການປະພຶຕໂດຍລໍາດັບ ເພາະການປະຕິບັຕໂດຍລໍາດັບ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໕໓
ພິກຂຸ ທ. ! ກໍການປະສົບຄວາມພໍໃຈໃນອະຣະຫັນຕະຜົລ ຍ່ອມມີໄດ້ເພາະການສຶກສາໂດຍລໍາດັບ ເພາະການປະພຶຕໂດຍລໍາດັບ ເພາະການປະຕິບັຕໂດຍລໍາດັບ ນັ້ນເປັນແນວໃດໜໍ ?
ພິກຂຸ ທ. ! ບຸຣຸສບຸຄຄົນໃນກໍລະນີນີ້ :-
ເປັນຜູ່ ມີສັດທາ ເກີດຂຶ້ນແລ້ວ ຍ່ອມ ເຂົ້າໄປຫາ (ສັບບຸຣຸສ) ;
ເມື່ອເຂົ້າໄປຫາ ຍ່ອມ ເຂົ້າໄປນັ່ງໃກ້ ;
ເມື່ອເຂົ້າໄປນັ່ງໃກ້ ຍ່ອມ ງ່ຽງໂສຕະລົງສະດັບ ;
ເມື່ອງ່ຽງໂສຕະລົງສະດັບ ຍ່ອມ ໄດ້ຟັງທັມ ;
ເມື່ອຟັງແລ້ວ ຍ່ອມ ຊົງຈໍາທັມໄວ້, ຍ່ອມ ໄຄ່ຄວນ
ພິຈາຣະນາ ຊຶ່ງເນື້ອໃນໃຈຄວາມແຫ່ງທັມ ທັງຫຼາຍ ທີ່ຕົນຊົງຈໍາໄວ້ ;
ເມື່ອເຂົາໄຄ່ຄວນພິຈາຣະນາ ຊຶ່ງເນື້ອໃນໃຈຄວາມແຫ່ງທັມນັ້ນຢູ່, ທັມທັງຫຼາຍຍ່ອມທົນຕໍ່ການເພັ່ງພິສູຕ ;
ເມື່ອທັມທົນຕໍ່ການເພັ່ງພິສູຕມີຢູ່ ສັນທະ (ຄວາມພໍໃຈ) ຍ່ອມເກີດ ;
ຜູ່ເກີດສັນທະແລ້ວ ຍ່ອມ ມີອຸສສາຫະ ;
ເມື່ອມີອຸສສາຫະແລ້ວ ຍ່ອມ ໃຊ້ດຸນພິນິດ (ເພື່ອຫາຄວາມຈິງ) ;
ເມື່ອໃຊ້ດຸນພິນິດ (ພົບ) ແລ້ວ ຍ່ອມ ຕັ້ງຕົນໄວ້ໃນທັມ ນັ້ນ ;
ຜູ່ມີຕົນສົ່ງໄປແລ້ວໃນທັມນັ້ນຢູ່ ຍ່ອມ ເຮັດໃຫ້ແຈ້ງ ຊຶ່ງບໍຣົມມະສັຈຈະດ້ວຍນາມກາຍດ້ວຍ, ຍ່ອມ ເຫັນແຈ້ງແທງຕະຫຼອດ ຊຶ່ງບໍຣົມມະສັຈຈະດ້ວຍປັນຍາ ດ້ວຍ.
- ມ. ມ. ໑໓/໒໓໓/໒໓໘
໘໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ໝວດ ງ. ວ່າດ້ວຍເຫຕປັຈຈັຍຂອງມັຄຄະ
ທັມເປັນຮຸ່ງເຊົ້າແຫ່ງອັຕຖັງຄິກະມັຄຄະ
ພິກຂຸ ທ. ! ເມື່ອດວງອາທິຕກໍາລັງຂຶ້ນ ສິ່ງທີ່ມາກ່ອນ ເປັນນິມິຕໃຫ້ເຫັນກ່ອນ ຄືການຂຶ້ນມາແຫ່ງຮຸ່ງເຊົ້າ ເຊັ່ນໃດ ; ພິກຂຸ ທ. ! ເມື່ອມີການເກີດຂຶ້ນແຫ່ງອະຣິຍະ
ອັຕຖັງຄິກະມັຄຄະຂອງພິກຂຸ ສິ່ງທີ່ມາກ່ອນ ເປັນນິມິຕໃຫ້ເຫັນກ່ອນ ຄື ກັລລະຢານະມິຕຕະຕາ (ຄວາມເປັນຜູ່ມີໝູ່ທີ່ດີ) ເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ນີ້ຄືຄວາມຫວັງຂອງພິກຂຸ ຜູ່ມີກັລລະຢານະມິຕ ຄືເຂົາຈະຈະເຣີນອະຣິຍະອັຕຖັງຄິກະມັຄຄະໄດ້ ຈະຝຶກໃຫ້ຫຼາຍຊຶ່ງອະຣິຍະອັຕຖັງຄິກະມັຄຄະໄດ້.
ພິກຂຸ ທ. ! ພິກຂຸຜູ່ມີກັລລະຢານະມິຕ ຍ່ອມຈະເຣີນອັຕຖັງຄິກະມັຄຄະ ຍ່ອມຝຶກໃຫ້ຫຼາຍຊຶ່ງອັຕຖັງຄິກະມັຄຄະໄດ້ ຊະນິດໃດກັນໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນສັມມາທິຕຖິ ... ສັມມາສັງກັປປະ ... ສັມມາວາຈາ ... ສັມມາກັມມັນຕະ ... ສັມມາອາຊີວະ ... ສັມມາວາຢະມະ ... ສັມມາສະຕິ ... ສັມມາສະມາທິ. ຊະນິດທີ່ ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອຄວາມສະລະອອກ. ພິກຂຸ ທ. ! ພິກຂຸຜູ່ມີກັລລະຢານະມິຕ ຍ່ອມຈະເຣີນ ອັຕຖັງຄິກະມັຄຄະ ຍ່ອມຝຶກໃຫ້ຫຼາຍຊຶ່ງ
ອັຕຖັງຄິກະມັຄຄະໄດ້ ດັ່ງນີ້ແລ.
- ມະຫາວາຣ. ສັງ. ໑໙/໓໖ - ໓໙/໑໒໙ - ໑໔໖.
[ໃນຕໍາແໜ່ງແຫ່ງ ກັລລະຢານະມິຕຕະຕາ ໃນຖານະເປັນຮຸ່ງເຊົ້າແຫ່ງອັຕຖັງຄິກະມັຄຄະນັ້ນ ໃນສູຕອື່ນ ຊົງສະແດງໄວ້ດ້ວຍທັມມະຊື່ອື່ນ ອີກຫຼາຍຊື່ ຄື :-
ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ) ເປັນຮຸ່ງເຊົ້າ
ສັນທະສັມປະທາ (ຄວາມເຖິງພ້ອມດ້ວຍສັນທະ : ຄວາມພໍໃຈ) ເປັນຮຸ່ງເຊົ້າ
ອັຕຕະສັມປະທາ (ຄວາມເຖິງພ້ອມດ້ວຍຄວາມເໝາະສົມແຫ່ງຕົນ) ເປັນຮຸ່ງເຊົ້າ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໕໕








