ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ພຣະໂຄດົມຜູ່ຈະເຣີນ ! ພິທີປັຈໂຈໂຣຫະນີ ພຣາມທັງຫຼາຍສະຜົມໃນວັນອຸໂປສົດ ນຸ່ງຫົ່ມຜ້າໂຂມະພັດຄູ່ໃໝ່ ສາບທາແຜ່ນດິນດ້ວຍຂີ້ງົວໃໝ່ ປູລາດດ້ວຍຫຍ້າກຸສະດິບ ແລ້ວສໍາເລັດການນອນລະຫວ່າງ ກອງກູນແລະເຮືອນໄຟ ລຸກຂຶ້ນປະຄອງອັນຊະລີຕໍ່ໄຟນັ້ນສາມຄັ້ງ ໃນ ຣາຕຣີນັ້ນ ກ່າວຢູ່ວ່າ “ຂ້າພະເຈົ້າປົດບາບກັບທ່ານຜູ່ຈະເຣີນ, ຂ້າພະເຈົ້າປົດບາບກັບທ່ານຜູ່ຈະເຣີນ, ຂ້າພະເຈົ້າປົດບາບກັບທ່ານຜູ່ຈະເຣີນ” ດັ່ງນີ້ ຫຼໍ່ລ້ຽງໄຟໄວ້ດ້ວຍເນີຍໃສ ນໍ້າມັນ ເນີຍຂຸ້ນ ອັນພໍພຽງ ; ຜ່ານຣາຕຣີນັ້ນແລ້ວ ລ້ຽງດູພຣາມທັງຫຼາຍໃຫ້ອີ່ມພໍ ດ້ວຍຂາທະນີຢະໂພຊະນີຢະ ອັນ
ປະນີຕ. ພຣະໂຄດົມຜູ່ຈະເຣີນ ! ພິທີປັຈໂຈໂຣຫະນີ ຂອງພວກພຣາມ ເປັນເຊັ່ນນີ້ແລ”.
ພຣາມ ! ພິທີປັຈໂຈໂຣຫະນີຂອງພວກພຣາມ ເປັນຢ່າງໜຶ່ງ. ສ່ວນ ພິທີປັຈໂຈ ໂຣຫະນີ ໃນອະຣິຍະວິນັຍ ເປັນຢ່າງອື່ນ ; ກ່າວຄື ພຣາມ ! ອະຣິຍະສາວົກໃນກໍລະນີນີ້ ພິຈາຣະນາເຫັນໂດຍແຈ່ມແຈ້ງວ່າ “ວິບາກແຫ່ງມິຈສາທິຕຖິນີ້ແລ ເປັນທັມລາມົກ ທັງໃນທິຕຖະທັມ (ຂະນະນີ້) ແລະ ອະພິສັມປຣາຢະ (ຂະນະອື່ນ)”. ເມື່ອພິຈາຣະນາເຫັນດັ່ງນີ້ແລ້ວ ກໍ ລະເສຍຊຶ່ງມິຈສາທິຕຖິ ປົດລົງເສຍຊຶ່ງມິຈສາທິຕຖິ. (ໃນກໍລະນີແຫ່ງ
ມິຈສາສັງກັປປະ ມີມິຈສາວາຈາ ມີມິຈສາກັມມັນຕະ ມີມິຈສາອາຊີວະ ມີມິຈສາວາຢາມະ ມີມິຈສາສະຕິ ມີມິຈສາສະມາທິ ມິຈສາຍານະ ມິຈສາວິມຸຕຕິ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມແບບດຽວກັນກັບ ໃນກໍລະນີແຫ່ງມິຈສາທິຕຖິ). ພຣາມ ! ປັຈໂຈໂຣຫະນີ ໃນອະຣິຍະວິນັຍ ເປັນເຊັ່ນນີ້ແລ.
“ພຣະໂຄດົມຜູ່ຈະເຣີນ ! ປັຈໂຈໂຣຫະນີ ຂອງພວກພຣາມເປັນຢ່າງໜຶ່ງ ໃນອະຣິຍະວິນັຍ ເປັນຢ່າງອື່ນ. ປັຈໂຈໂຣຫະນີຂອງພວກພຣາມ ມີຄ່າບໍ່ເຂົ້າເຖິງສ່ວນສ້ຽວທີ່ສິບຫົກຂອງ ປັຈໂຈ ໂຣຫະນີ ໃນອະຣິຍະວິນັຍນີ້”.
- ທສກ. ອັງ. ໒໔/໒໕໑-໒໕໓/໑໑໙.
[ໃນສູຕນີ້ຕຣັດເອີ້ນພິທີກັມນີ້ວ່າ “ປັຈໂຈໂຣຫະນີໃນອະຣິຍະວິນັຍ” ; ສ່ວນໃນສູຕອື່ນ (໒໔/໒໕໓,໒໖໙/໑໒໐,໑໕໗) ຕຣັດເອີ້ນວ່າ “ປັຈໂຈໂຣຫະນີອັນເປັນອະຣິຍະ” ກໍມີ.
ໃນສູຕອື່ນຊົງຍົກເອົາກຸສົລກັມມະບົດສິບ ມາເປັນທັມເຄື່ອງປົດບາບ ແທນສັມມັຕຕະສິບກໍມີ (໒໔/໒໖໗-໒໖໙/໑໕໖)].
໑໔໔໘ ອະຣິຍະສັຈຈ໌ຈາກພະໂອຖະ
ໝວດ ຊ. ວ່າດ້ວຍ ອຸປະກອນປະຕິບັຕມັຄຄະ
ລາຍຊື່ແຫ່ງທັມເປັນທີ່ຕັ້ງແຫ່ງການຂູດເກົາ
ຈຸນທະ ! ສັລເລຂະທັມ (ຄວາມຂູດເກົາ) ເປັນສິ່ງທີ່ເຈົ້າທັງຫຼາຍ ຈົ່ງເຮັດໃນທັມທັງຫຼາຍເຫຼົ່ານີ້ ກ່າວຄື :-
ເຮັດສັລເລຂະວ່າ ເມື່ອຜູ່ອື່ນເປັນຜູ່ ບຽດບຽນ ເຮົາຈັກເປັນຜູ່ ບໍ່ບຽດບຽນ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເຮັດປານາຕິບາຕ ເຮົາຈັກ ເວັ້ນຂາດຈາກປານາຕິບາຕ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເຮັດອະທິນນາທານ ເຮົາຈັກ ເວັ້ນຂາດຈາກອະທິນນາທານ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ບໍ່ປະພຶຕພຣົມມະຈັນຣຍ໌ ເຮົາຈັກເປັນຜູ່ ປະພຶຕພຣົມມະຈັນຣຍ໌ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເວົ້າຂີ້ຕົວະ ເຮົາຈັກ ເວັ້ນຂາດຈາກການເວົ້າຂີ້ຕົວະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເວົ້າສັບສໍ່ ເຮົາຈັກ ເວັ້ນຂາດຈາກການເວົ້າສັບສໍ່ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເວົ້າຄໍາຫຍາບ ເຮົາຈັກ ເວັ້ນຂາດຈາກການເວົ້າຄໍາຫຍາບ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເວົ້າໂລເລ ເຮົາຈັກ ເວັ້ນຂາດຈາກການເວົ້າໂລເລ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມາກດ້ວຍອະພິຊຊາ ເຮົາຈັກເປັນຜູ່ ບໍ່ມາກດ້ວຍ
ອະພິຊຊາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີຈິຕພະຍາບາດ ເຮົາຈັກເປັນຜູ່ ບໍ່ມີຈິຕພະຍາບາດ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາທິຕຖິ ເຮົາຈັກເປັນຜູ່ ມີສັມມາທິຕຖິ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາສັງກັປປະ ເຮົາຈັກເປັນຜູ່ ມີສັມມາສັງກັປປະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາວາຈາ ເຮົາຈັກເປັນຜູ່ ມີສັມມາວາຈາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາກັມມັນຕະ ເຮົາຈັກເປັນຜູ່ ມີສັມມາກັມມັນຕະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາອາຊີວະ ເຮົາຈັກເປັນຜູ່ ມີສັມມາອາຊີວະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາວາຢາມະ ເຮົາຈັກເປັນຜູ່ມີ ສັມມາວາຢາມະ ;








