ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
- ມຫາວາຣ. ສັງ. ໑໙/໒-໓/໔-໗.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໔໕
(ຄໍາຕຣັດແກ່ພຣະສາຣີບຸຕ : -)
ຖືກແລ້ວ ຖືກແລ້ວ ສາຣີບຸຕ ! ຄວາມເປັນຜູ່ມີມິຕດີ ຄວາມເປັນຜູ່ມີສະຫາຍດີ ຄວາມເປັນຜູ່ມີໝູ່ພວກດີ ນີ້ເປັນພຣົມມະຈັນຣຍ໌ທັງໝົດ.
ສາຣີບຸຕ ! ສໍາລັບພິກຂຸຜູ່ມີມິຕດີ ມີສະຫາຍດີ ມີໝູ່ພວກດີ ນັ້ນ ຂໍ້ນີ້ເປັນສິ່ງທີ່ຍ່ອມຫວັງໄດ້ຄື : ຈັກເຮັດອະຣິຍະອັຕຖັງຄິກະມັຄຄະໃຫ້ຈະເຣີນໄດ້ ຈັກເຮັດອະຣິຍະອັຕຖັງຄິກະມັຄຄະໃຫ້ຫຼາຍໄດ້. (ຕໍ່ຈາກນັ້ນ ຕຣັດຈໍາແນກອົງຄ໌ແຫ່ງອະຣິຍະອັຕຖັງຄິກະມັຄຄະ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອຄວາມສະລັດອອກ ແລ້ວຕຣັດຄວາມທີ່ ສັຕອາໄສພຣະອົງ ເປັນກັລລະຢານະມິຕແລ້ວ ພົ້ນຈາກຊາຕ ຊະຣາ ມໍຣະນະ ແລະ ທຸກຂ໌ທັງປວງໄດ້ ເຊັ່ນດຽວກັບຂໍ້ຄວາມທີ່ກ່າວແລ້ວເບື້ອງຕົ້ນ).
- ມະຫາວາຣ. ສັງ. ໑໙/໓-໔/໘-໑໑.
ນາບຸນຍ໌ ຫຼື ນາບາບ ເນື່ອງຢູ່ກັບອົງຄ໌ແຫ່ງມັຄຄ໌
ກ. ນາບາບ
ພິກຂຸ ທ. ! ພືດທີ່ຫວ່ານລົງໃນນາ ທີ່ປະກອບດ້ວຍລັກສະນະ ໘ ເຍື່ອງ ຍ່ອມບໍ່ໃຫ້ຜົລຫຼາຍ ບໍ່ໃຫ້ຄວາມພໍໃຈຫຼາຍ ບໍ່ໃຫ້ກໍາໄລຫຼາຍ. ປະກອບດ້ວຍລັກສະນະ ໘ ເຍື່ອງ ແນວໃດໜໍ ? ແປດເຍື່ອງຄື : ນາໃນກໍລະນີນີ້ ພື້ນທີ່ຫຼຸບໆໂນນໆ ເຕັມໄປດ້ວຍກ້ອນຫິນແລະຊາຍ ດິນເຄັມ ໄຖໃຫ້ເລິກບໍ່ໄດ້ ບໍ່ມີທາງນໍ້າເຂົ້າ ບໍ່ມີທາງນໍ້າອອກ ບໍ່ມີ
ເໝືອງ ບໍ່ມີຄູຄັນນາ ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ທານທີ່ບຸຄຄົນໃຫ້ສະມະນະພຣາມ ທີ່ປະກອບດ້ວຍອົງຄ໌ແປດຢ່າງເຫຼົ່ານີ້ ເປັນທານບໍ່ມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ບໍ່ມີຄວາມຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ. ທີ່ວ່າປະກອບດ້ວຍອົງຄ໌ແປດແນວນັ້ນ ເປັນແນວໃດໜໍ ? ແປດຢ່າງຄື : ສະມະນະພຣາມໃນກໍລະນີນີ້ ເປັນຜູ່ມີມິຈສາທິຕຖິ ມີມິຈສາສັງກັປປະ ມີມິຈສາວາຈາ ມີມິຈສາກັມມັນຕະ ມີມິຈສາອາຊີວະ ມີມິຈສາວາຢາມະ ມີມິຈສາສະຕິ ມີມິຈສາສະມາທິ. ພິກຂຸ ທ. ! ທານທີ່
ບຸຄຄົນໃຫ້ໃນສະມະນະພຣາມ ທີ່ປະກອບດ້ວຍອົງຄ໌ແປດເຍື່ອງນີ້ ເປັນທານບໍ່ມີຜົລຫຼາຍ ບໍ່ມີອານິສົງສ໌ ຫຼາຍ ບໍ່ມີຄວາມຮຸ່ງເຮືອງຫຼາຍ ບໍ່ແຜ່ໄພສານຫຼາຍ.
໑໔໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ຂ. ນາບຸນຍ໌
ພິກຂຸ ທ. ! ພືດທີ່ຫວ່ານລົງໃນນາ ທີ່ປະກອບດ້ວຍລັກສະນະ ໘ ເຍື່ອງ ຍ່ອມໃຫ້ຜົລຫຼາຍ ໃຫ້ຄວາມພໍໃຈຫຼາຍ ໃຫ້ກໍາໄລຫຼາຍ. ປະກອບດ້ວຍລັກສະນະ ໘ ເຍື່ອງ ແນວໃດໜໍ ? ແປດເຍື່ອງຄື ນາໃນກໍລະນີນີ້ ພື້ນທີ່ບໍ່ຫຼຸບໆໂນນໆ ບໍ່ເຕັມໄປດ້ວຍກ້ອນຫິນແລະຊາຍ ດິນບໍ່ເຄັມ ໄຖໃຫ້ເລິກໄດ້ ມີທາງນໍ້າເຂົ້າ ມີທາງນໍ້າອອກ ມີເໝືອງ ມີຄູຄັນນາ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ທານທີ່ບຸຄຄົນໃຫ້ໃນສະມະນະພຣາມ ທີ່ປະກອບດ້ວຍອົງຄ໌ແປດຢ່າງເຫຼົ່ານີ້ ເປັນທານມີຜົລຫຼາຍ ມີອານິສົງສ໌ຫຼາຍ ມີຄວາມຮຸ່ງເຮືອງຫຼາຍ ແຜ່ໄພສານຫຼາຍ. ທີ່ວ່າປະກອບດ້ວຍອົງຄ໌ແປດຢ່າງນັ້ນ ເປັນແນວໃດໜໍ ? ແປດຢ່າງຄື : ສະມະນະພຣາມໃນກໍລະນີນີ້ ເປັນຜູ່ມີສັມມາທິຕຖິ ມີສັມມາສັງກັປປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຢາມະ ມີສັມມາສະຕິ ມີສັມມາສະມາທິ. ພິກຂຸ ທ. ! ທານທີ່ບຸຄຄົນໃຫ້ໃນສະມະນະພຣາມ ທີ່ປະກອບດ້ວຍອົງຄ໌ແປດຢ່າງນີ້ ເປັນທານມີຜົລຫຼາຍ ມີອານິສົງສ໌ຫຼາຍ ມີຄວາມຮຸ່ງເຮືອງຫຼາຍ ແຜ່ໄພສານຫຼາຍ ແລ.
- ອັຕຖກ. ອັງ. ໒໓/໒໔໑/໑໒໔.
ພິທີປົດບາບດ້ວຍສັມມັຕຕະປະຕິປະທາ
ພຣາມ ! ເປັນຍ້ອນຫຍັງໜໍ ທ່ານຈຶ່ງສະຜົມໃນວັນອຸໂປສົດ ນຸ່ງຫົ່ມຜ້າໂຂມະພັດຄູ່ໃໝ່ ກໍາຫຍ້າກຸສະດິບ ມາຢືນຢູ່ ນະບ່ອນນີ້ ? ວັນນີ້ ເປັນວັນຫຍັງຂອງພວກສະກຸລພຣາມ ?
“ພຣະໂຄດົມຜູ່ຈະເຣີນ ! ມື້ນີ້ເປັນວັນປັຈໂຈໂຣຫະນີ (ປົດບາບ) ຂອງພວກສະກຸລພຣາມ”
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໔໗
ພຣາມ ! ພິທີປັຈໂຈໂຣຫະນີຂອງພວກພຣາມ ເປັນແນວໃດກັນໜໍ ?








