ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາສະຕິ ເຮົາຈັກເປັນຜູ່ ມີສັມມາສະຕິ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາສະມາທິ ເຮົາຈັກເປັນຜູ່ ມີສັມມາສະມາທິ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໔໙
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາຍານະ ເຮົາຈັກເປັນຜູ່ ມີສັມມາຍານະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີມິຈສາວິມຸຕຕິ ເຮົາຈັກເປັນຜູ່ ມີສັມມາວິມຸຕຕິ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີຖີນະມິດທະປຸ້ມລຸມ ເຮົາຈັກເປັນຜູ່ ປາສະຈາກຖີນະມິດທະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ຟຸ້ງຊ້ານ ເຮົາຈັກເປັນຜູ່ ບໍ່ຟຸ້ງຊ້ານ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ມີວິຈິກິຈສາ ເຮົາຈັກເປັນຜູ່ ຂ້າມພົ້ນວິຈິກິຈສາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມັກໃຈຮ້າຍ ເຮົາຈັກເປັນຜູ່ ບໍ່ມັກໃຈຮ້າຍ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ຜູກໂກດ ເຮົາຈັກເປັນຜູ່ ບໍ່ຜູກໂກດ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ລົບຫຼູ່ຄຸນ ເຮົາຈັກເປັນຜູ່ ບໍ່ລົບຫຼູ່ຄຸນ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ແຂ່ງດີ ເຮົາຈັກເປັນຜູ່ ບໍ່ແຂ່ງດີ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ຣິສະຍາ ເຮົາຈັກເປັນຜູ່ ບໍ່ຣິສະຍາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ຂີ້ຖີ່ ເຮົາຈັກເປັນຜູ່ ບໍ່ຂີ້ຖີ່ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ໂອ້ອວດ ເຮົາຈັກເປັນຜູ່ ບໍ່ໂອ້ອວດ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີມານຍາ ເຮົາຈັກເປັນຜູ່ ບໍ່ມີມານຍາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ກະດ້າງ ເຮົາຈັກເປັນຜູ່ ບໍ່ກະດ້າງ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ດູໝິ່ນທ່ານ ເຮົາຈັກເປັນຜູ່ ບໍ່ດູໝິ່ນທ່ານ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ວ່າຍາກ ເຮົາຈັກເປັນຜູ່ ວ່າງ່າຍ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີມິຕຊົ່ວ ເຮົາຈັກເປັນຜູ່ ມີມິຕດີ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີປະມາດ ເຮົາຈັກເປັນຜູ່ ບໍ່ປະມາດ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ບໍ່ມີສັດທາ ເຮົາຈັກເປັນຜູ່ ມີສັດທາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ບໍ່ມີຫິຣິ ເຮົາຈັກເປັນຜູ່ ມີຫິຣິ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ບໍ່ມີໂອຕັປປະ ເຮົາຈັກເປັນຜູ່ ມີໂອຕັປປະ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີສຸຕຕະໜ້ອຍ ເຮົາຈັກເປັນຜູ່ ມີສຸຕຕະຫຼາຍ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ຂີ້ຄ້ານ ເຮົາຈັກເປັນຜູ່ ປາຣົບຄວາມພຽນ ;
໑໔໕໐ ອະຣິຍະສັຈຈ໌ຈາກພະໂອຖະ
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີສະຕິຫຼົງລືມ ເຮົາຈັກເປັນຜູ່ ມີສະຕິຕັ້ງໝັ້ນ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ມີປັນຍາຕື້ນ ເຮົາຈັກເປັນຜູ່ ເຖິງພ້ອມດ້ວຍປັນຍາ ;
ເຮັດສັລເລຂະວ່າ ເມື່ອຜູ່ອື່ນ ເປັນຜູ່ລູບຄໍາທິຕຖິຂອງຕົນ (ສັນທິຕຖິປະຣາມາສີ) ເປັນຜູ່ຢຶດຖືຢ່າງໜຽວແໜ້ນ (ອາດານະຄາຫີ) ແລະ ເປັນຜູ່ຍາກທີ່ຈະສະລັດຄືນຊຶ່ງອຸປາທານ (ທຸປປະຕິນິສສັຄຄີ) ເຮົາຈັກເປັນຜູ່ ບໍ່ລູບຄໍາດ້ວຍທິຕຖິຂອງຕົນ (ອະສັນທິຕຖິປະຣາມາສີ) ເປັນຜູ່ບໍ່ຢຶດຖືຢ່າງໜຽວແໜ້ນ (ອະນາດານະຄາຫີ) ແລະ ເປັນຜູ່ງ່າຍທີ່ຈະສະລັດຄືນຊຶ່ງອຸປາທານ (ສຸປປະຕິນິສສັຄຄີ)
(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ທັມທີ່ຊົງສະແດງໄວ້ໃນບາລີ ກ່ຽວກັບ ການຂູດເກົານີ້ ມີຢູ່ ໔໔ ຄູ່ ເປັນຄູ່ແຫ່ງຄວາມກົງກັນຂ້າມ ຄືຝ່າຍໜຶ່ງເປັນອະກຸສົລບໍ່ຄວນເຮັດ ຝ່າຍໜຶ່ງເປັນກຸສົລທີ່ຄວນເຮັດ ດັ່ງນັ້ນຈຶ່ງເປັນການຂູດເກົາກັນຢູ່ໃນໂຕ ເພາະຄວາມເປັນຂອງກົງກັນຂ້າມ ເອີ້ນວ່າທັມເປັນເຄື່ອງຂູດເກົາ ໔໔ ຢ່າງ ກັບທັມທີ່ຄວນຖືກຂູດເກົາ ໔໔ ຢ່າງເປັນຄູ່ກັນໄປ. ໂດຍອາໄສຫຼັກທີ່ມີຢູ່ ໔໔ ຄູ່ນີ້ ພຣະອົງໄດ້ຕຣັດເຖິງທັມປະຣິຍາຍອື່ນໆ ຕໍ່ໄປອີກຄື :-)
ກ. ຈິຕຕຸປປາດະປະຣິຢາຢະ








