ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນບັນດາຊົນນະບົດທາງທິສໃຕ້ ມີ ພິທີກັມ ຊື່ ໂທວະນະ. ໃນພິທີກັມນັ້ນ ມີເຂົ້າ ມີນໍ້າ ມີເຄື່ອງຫຍໍ້າ ເຄື່ອງບໍຣິໂພຄ ມີເຄື່ອງຄວນຊີມ ມີເຄື່ອງຄວນດື່ມ ມີການຟ້ອນ ການຂັບລໍາ ແລະການຄົບງັນ. ພິກຂຸ ທ. ! ພິທີກັມຊື່ ໂທວະນະນັ້ນມີຢູ່

ບໍ່ແມ່ນເຮົາກ່າວວ່າບໍ່ມີ ແຕ່ວ່າພິທີກັມຊື່ໂທວະນະນັ້ນ ເປັນຂອງຕໍ່າ ເປັນຂອງຊາວ ບ້ານ ຄວນແກ່ປຸຖຸຊົນ ບໍ່ແມ່ນຂອງອະຣິຍະຊົນ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ເພື່ອຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະ ນິບພານ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໔໓

ພິກຂຸ ທ. ! ເຮົາຈັກສະແດງ ໂທວະນະອັນປະເສີດ ທີ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ໂດຍສ່ວນດຽວ ເພື່ອເປັນຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິບພານ ເປັນໂທວະນະ ທີ່ເມື່ອສັຕຜູ່ມີຄວາມເກີດເປັນທັມມະ ດາ ໄດ້ອາໄສແລ້ວ ຍ່ອມຫຼຸດພົ້ນຈາກຄວາມເກີດ, ຜູ່ມີຄວາມແກ່ເປັນທັມມະດາ ໄດ້ອາໄສແລ້ວ ຍ່ອມຫຼຸດພົ້ນຈາກຄວາມແກ່, ຜູ່ມີຄວາມຕາຍເປັນທັມມະດາ ໄດ້ອາໄສແລ້ວ ຍ່ອມຫຼຸດພົ້ນຈາກຄວາມຕາຍ, ຜູ່ມີຄວາມໂສກ ຄວາມລໍ່າໄລລໍາພັນ ຄວາມ ທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ໄດ້ອາໄສແລ້ວ ຍ່ອມຫຼຸດພົ້ນຈາກຄວາມໂສກ ຄວາມລໍ່າໄລລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ. ພວກເຈົ້າຈົ່ງຟັງຄໍານັ້ນ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ. (ຕໍ່ຈາກນັ້ນ ຊົງສະແດງ

ອະເສຂະທັມ ໑໐ ປະການ ຄື : ສັມມາທິຕຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສັມມາຍານະ ສັມມາວິມຸຕຕິ).

- ທສກ. ອັງ. ໒໔/໒໓໑/໑໐໗.

ອັຕຖັງຄິກະມັຄຄະ

ມີຄວາມໝາຍແຫ່ງຄວາມເປັນກັລລະຢານະມິຕ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ທັມນີ້ ເປັນເຄິ່ງໜຶ່ງຂອງພຣົມມະຈັນຣຍ໌, ກ່າວຄື ຄວາມເປັນຜູ່ມີມິຕດີ ຄວາມເປັນຜູ່ມີສະຫາຍດີ ຄວາມເປັນຜູ່ມີໝູ່ພວກດີ”.

ອານົນທ໌ ! ຢ່າກ່າວແນວນັ້ນ ; ອານົນທ໌ ! ຢ່າກ່າວແນວນັ້ນ. ອານົນທ໌ ! ທັມນີ້ເປັນພຣົມມະຈັນຣຍ໌ທັງໝົດເລີຍ, ກ່າວຄື ຄວາມເປັນຜູ່ມີມິຕດີ ຄວາມເປັນຜູ່ມີສະຫາຍດີ ຄວາມເປັນຜູ່ມີໝູ່ພວກດີ.

ອານົນທ໌ ! ສໍາລັບພິກຂຸຜູ່ມີມິຕດີ ມີສະຫາຍດີ ມີໝູ່ພວກດີນັ້ນ ຂໍ້ນີ້ເປັນສິ່ງທີ່ຍ່ອມຫວັງໄດ້ ຄື : ຈັກເຮັດອະຣິຍະອັຕຖັງຄິກະມັຄຄະ ໃຫ້ຈະເຣີນໄດ້ ຈັກເຮັດອະຣິຍະອັຕຖັງຄິກະມັຄຄະ ໃຫ້ຫຼາຍໄດ້. ຂໍ້ນັ້ນ ເປັນແນວໃດໜໍ ?

໑໔໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ອານົນທ໌ ! ຂໍ້ນັ້ນຄື ພິກຂຸໃນກໍລະນີນີ້ ຈະເຣີນສັມມາທິຕຖິອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດອອກ (ຊຶ່ງອຸປາທານຂັນທ໌), ຈະເຣີນສັມມາສັງກັປປະ ... ຈະເຣີນສັມມາວາຈາ ... ຈະເຣີນສັມມາກັມມັນຕະ ... ຈະເຣີນສັມມາອາຊີວະ ... ຈະເຣີນສັມມາວາຢາມະ ... ຈະເຣີນສັມມາສະຕິ ... ຈະເຣີນສັມມາສະມາທິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອສະລັດອອກ (ຊຶ່ງອຸປາທານຂັນທ໌), ອານົນທ໌ ! ເຊັ່ນນີ້ແລ ພິກຂຸຊື່ວ່າມີມິຕດີ (ກັລລະຢານະມິຕະ) ມີສະຫາຍດີ (ກັລລະຢານະສະຫາຢະ) ມີໝູ່ພວກດີ (ກັລລະຢານະສັມປະວັງກະ) ເຮັດອະຣິຍະອັຕຖັງຄິກະມັຄຄະໃຫ້ໃຫ້ຈະເຣີນໄດ້ ເຮັດອະຣິຍະອັຕຖັງຄິກະມັຄຄະໃຫ້ຫຼາຍໄດ້.

ອານົນທ໌ ! ຂໍ້ທີ່ວ່າ ຄວາມເປັນຜູ່ມີມິຕດີ ມີສະຫາຍດີ ມີໝູ່ພວກດີ ເປັນພຣົມມະຈັນຣຍ໌ທັງໝົດເລີຍ ນັ້ນ ອັນໃຜໆ ຄວນຮູ້ໂດຍປະຣິຍາຍແມ່ນວ່ານີ້ : ອານົນທ໌ ! ເພາະອາໄສເຮົາແລ ເປັນກັລລະຢານະມິຕ ສັຕທີ່ມີຄວາມເກີດເປັນທັມມະດາ ຍ່ອມຫຼຸດພົ້ນຈາກຄວາມເກີດ ສັຕທີ່ມີຄວາມແກ່ເປັນທັມມະດາ ຍ່ອມຫຼຸດພົ້ນຈາກຄວາມແກ່ ສັຕທີ່ມີຄວາມຕາຍເປັນທັມມະດາ ຍ່ອມຫຼຸດພົ້ນຈາກຄວາມຕາຍ ສັຕທີ່ມີໂສກະປຣິເທວະທຸກຂະໂທມະນັສສະອຸປະຍາສະເປັນທັມມະດາ ຍ່ອມຫຼຸດພົ້ນຈາກໂສກະປຣິເທວະທຸກຂະໂທມະນັສສະອຸປະຍາສະ. ອານົນທ໌ ! ໂດຍປະຣິຍາຍນີ້ແລ ອັນໃຜໆ ຄວນຮູ້ວ່າ ຄວາມເປັນຜູ່ມີມິຕດີ ຄວາມເປັນຜູ່ມີສະຫາຍດີ ຄວາມເປັນຜູ່ມີໝູ່ພວກດີ ນີ້ເປັນພຣົມມະຈັນຣຍ໌ທັງໝົດເລີຍ ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ