ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ແນວໃດໜໍ ທີ່ເອີ້ນວ່າ ເມື່ອທິຕຖິຕັ້ງໄວ້ຖືກ ມັຄຄະພາວະນາ ຕັ້ງໄວ້ຖືກແລ້ວ ພິກຂຸນັ້ນຈັກທໍາລາຍອະວິຊຊາ ຈັກເຮັດວິຊຊາໃຫ້ເກີດຂຶ້ນ ຫຼືຈັກເຮັດນິບພານໃຫ້ແຈ້ງໄດ້ ? ພິກຂຸ ທ. ! ພິກຂຸໃນກໍລະນິນີ້ ຈະເຣີນສັມມາທິຕຖິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດອອກ (ຊຶ່ງອຸປາທານຂັນທ໌) ;

ຈະເຣີນສັມມາສັງກັປປະ .... ; ຈະເຣີນສັມມາວາຈາ .... ; ຈະເຣີນສັມມາກັມມັນຕະ .... ; ຈະເຣີນສັມມາອາຊີວະ .... ; ຈະເຣີນສັມມາວາຢາມະ .... ; ຈະເຣີນສັມມາສະຕິ .... ; ຈະເຣີນສັມມາສະມາທິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດອອກ (ຊຶ່ງອຸປາທານຂັນທ໌). ພິກຂຸ ທ. ! ເຊັ່ນນີ້ແລ ຄືຂໍ້ທີ່ກ່າວວ່າ ເມື່ອທິຕຖິຕັ້ງໄວ້ຖືກ ມັຄຄະພາວະນາຕັ້ງໄວ້ຖືກແລ້ວ ພິກຂຸນັ້ນຈັກທໍາລາຍອະວິຊຊາ ຈັກເຮັດວິຊຊາໃຫ້ເກີດຂຶ້ນ ຫຼືຈັກເຮັດນິບພານໃຫ້ແຈ້ງໄດ້.

- ມຫາວາຣ. ສັງ. ໑໙/໑໓/໔໒-໔໔.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໔໑

ພາວະແຫ່ງຄວາມຖືກ - ຜິດ

ພິກຂຸ ທ. ! ເຮົາຈະສະແດງ ພາວະແຫ່ງຄວາມຜິດ (ມິຈສັຕຕະ) ແລະ ພາວະແຫ່ງຄວາມຖືກ (ສັມມັຕຕະ) ພວກເຈົ້າຈົ່ງຟັງ.

ພິກຂຸ ທ. ! ພາວະແຫ່ງຄວາມຜິດ ເປັນແນວໃດໜໍ ? ໄດ້ແກ່ສິ່ງເຫຼົ່ານີ້ຄື : ມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ມິຈສາກັມມັນຕະ ມິຈສາອາຊີວະ ມິຈສາວາຢາມະ

ມິຈສາສະຕິ ມິຈສາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ພາວະແຫ່ງຄວາມຜິດ.

ພິກຂຸ ທ. ! ພາວະແຫ່ງຄວາມຖືກ ເປັນແນວໃດໜໍ ? ໄດ້ແກ່ສິ່ງເຫຼົ່ານີ້ຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ພາວະແຫ່ງຄວາມຖືກ.

- ມຫາວາຣ. ສັງ. ໑໙/໒໒/໕໙ - ໖໑.

[ພາວະແຫ່ງຄວາມຜິດ ແລະ ພາວະແຫ່ງຄວາມຖືກ ຝ່າຍລະແປດປະການນີ້ ໃນບ່ອນອື່ນເອີ້ນວ່າ ອະກຸສົລທັມ ແລະກຸສົລທັມ ກໍມີ (໑໙/໒໒/໖໒-໖໔) ; ໃນບ່ອນອື່ນເອີ້ນວ່າ ມິຈສາປະຕິປະທາ ແລະ ສັມມາປະຕິປະທາ ກໍມີ (໑໙/໒໒-໒໓/ ໖໕-໖໗) ; ແລະໃນບ່ອນອື່ນອີກເອີ້ນວ່າ ມິຈສາປະຕິປັຕຕິ ແລະ ສັມມາປະຕິປັຕຕິ ກໍມີ (໑໙/໒໘/໘໙-໙໑).

ສໍາລັບສິ່ງທີ່ເອີ້ນວ່າ ມິຈສັັຕຕະ ແລະ ສັມມັຕຕະ ໃນບ່ອນນັ້ນ ສະແດງໄວ້ດ້ວຍອົງຄ໌ແປດ ; ໃນບ່ອນອື່ນ ສະແດງໄວ້ດ້ວຍອົງສິບກໍມີ ຄືເພີ່ມ ມິຈສາຍານະ - ຮູ້ຜິດ ມິຈສາວິມຸຕຕິ - ຫຼຸດພົ້ນຜິດ ເຂົ້າກັບມິຈສັຕຕະແປດ ເປັນມິຈສັຕຕະສິບ ກໍມີ (ທສກ. ອັງ. ໒໔/໒໕໗/໑໓໒), ແລະເພີ່ມສັມມາຍານ ະ- ຮູ້ຖືກ ສັມມາວິມຸຕຕິ - ຫຼຸດພົ້ນຖືກ ເຂົ້າກັບສັມມັຕຕະແປດ ເປັນສັມມັຕຕະສິບ ກໍມີ (ທສກ. ອັງ. ໒໔/໒໕໗/໑໓໓), ດັ່ງມີຂໍ້ຄວາມຕຣັດໄວ້ ໃນຫົວຂໍ້ເບື້ອງລຸ່ມນີ້ :-].

໑໔໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ພາວະແຫ່ງຄວາມເປັນຜິດ-ຖືກ

ພິກຂຸ ທ. ! ມິຈສັຕຕະ (ພາວະແຫ່ງຄວາມເປັນຜິດ) ໑໐ ປະການ ເຫຼົ່ານີ້ມີຢູ່. ສິປະການແນວໃດໜໍ ? ສິບປະການຄື : ມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ມິຈສາ

ກັມມັນຕະ ມິຈສາອາຊີວະ ມິຈສາວາຢາມະ ມິຈສາສະຕິ ມິຈສາສະມາທິ ມິຈສາ

ຍານະ ມິຈສາວິມຸຕຕິ. ພິກຂຸ ທ. ! ເຫຼົ່ານີ້ແລ ມິຈສັຕຕະສິບ.

ພິກຂຸ ທ. ! ສັມມັຕຕະ (ພາວະແຫ່ງຄວາມເປັນຖືກ) ໑໐ ປະການ ເຫຼົ່ານີ້ ມີຢູ່. ສິບປະການແນວໃດໜໍ ? ສິບປະການຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສັມມາຍານະ ສັມມາວິມຸຕຕິ. ພິກຂຸ ທ. ! ເຫຼົ່ານີ້ແລ ສັມມັຕຕະສິບ.

- ທສກ. ອັງ. ໒໔/໒໕໗/໑໓໒-໑໓໓.

ອະເສຂະທັມສິບ ໃນຖານະພິທີເຄື່ອງລ້າງບາບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ