ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ໃນບ່ອນນີ້ຊົງສະແດງ ສັກກາຢະ ໄວ້ໃນຖານະເປັນສິ່ງທີ່ກົງກັນຂ້າມຈາກ ນິບພານ, ຊຶ່ງສະແດງໃຫ້ເຫັນວ່າ ທັງສອງຢ່າງເປັນທີ່ຕັ້ງແຫ່ງຄວາມຍິນດີໄດ້ໂດຍທໍ່ກັນ ແລ້ວແຕ່ວ່າຈັກເປັນຝ່າຍຜິດ ຫຼືຝ່າຍຖືກ).
ປະຕິປະທາການບັນລຸອໍຣະຫັນຕ໌ ຫຼືອະນາຄາມີໃນພົບປັຈຈຸບັນ
ພິກຂຸ ທ. ! ບຸຄຄົນໃດບຸຄຄົນໜຶ່ງ ຈະເປັນພິກຂຸ ຫຼືພິກຂຸນີກໍຕາມ ຈະເຣີນເຮັດໃຫ້ຫຼາຍຊຶ່ງທັມ ໕ ປະການ ; ຜູ່ນັ້ນຍ່ອມຫວັງຜົລ ແນວໃດແນວໜຶ່ງໄດ້ ໃນບັນດາຜົລທັງຫຼາຍສອງຢ່າງ ກ່າວຄື ອະຣະຫັນຕະຜົລໃນທິຕຖະທັມ (ພົບປັຈຈຸບັນ) ນັ້ນແລ, ຫຼືວ່າ ອະນາຄາມີຜົລ ເມື່ອຍັງມີອຸປະທິ (ເຊື້ອ) ເຫຼືອຢູ່.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໓໙
ພິກຂຸ ທ. ! ທັມ ໕ ປະການນັ້ນ ເປັນແນວໃດໜໍ ? ຫ້າປະການຄື ພິກຂຸໃນກໍລະນີນີ້ :-
ມີສະຕິອັນຕົນເຂົ້າໄປຕັ້ງໄວ້ດີແລ້ວ ໃນພາຍໃນນັ້ນແລ ເພື່ອເກີດປັນຍາຮູ້ຄວາມເກີດຂຶ້ນ ແລະດັບໄປແຫ່ງທັມທັງຫຼາຍ ໑ ;
ມີປົກກະຕິຕາມເຫັນຄວາມບໍ່ງາມໃນກາຍ ໑ ;
ມີຄວາມສໍາຄັນວ່າປະຕິກູລໃນອາຫາຣ ໑ ;
ມີຄວາມສໍາຄັນວ່າໃນໂລກທັງປວງບໍ່ມີຫຍັງທີ່ໜ້າຍິນດີ ໑ ;
ມີປົກກະຕິເຫັນຄວາມບໍ່ທ່ຽງໃນສັງຂາຣທັງປວງ ໑.
ພິກຂຸ ທ. ! ບຸຄຄົນໃດບຸຄຄົນໜຶ່ງ ຈະເປັນພິກຂຸ ຫຼືພິກຂຸນີກໍຕາມ ຈະເຣີນເຮັດໃຫ້ຫຼາຍຊຶ່ງທັມ ໕ ປະການເຫຼົ່ານີ້ ; ຜູ່ນັ້ນຍ່ອມຫວັງຜົລ ແນວໃດແນວໜຶ່ງໄດ້ ໃນບັນດາຜົລທັງຫຼາຍສອງຢ່າງ ກ່າວຄື ອະຣະຫັນຕະຜົລໃນທິຕຖະທັມ (ພົບປັຈຈຸບັນ) ນັ້ນແລ, ຫຼືວ່າ ອະນາຄາມີຜົລ ເມື່ອຍັງອຸປະທິເຫຼືອຢູ່ ແລ.
- ປັນຈກ. ອັງ. ໒໒/໑໖໑/໑໒໒.
ໝວດ ສ. ວ່າດ້ວຍ ອຸປະມາທັມຂອງມັຄຄະ
ລະວັງມັຄຄະພາວະນາ : ມີທັງຜິດແລະຖືກ
(ຝ່າຍຜິດ)
ພິກຂຸ ທ. ! ເດືອຍແຫ່ງເມັດເຂົ້າສາລີ ຫຼືເດືອຍແຫ່ງເມັດເຂົ້າຍະວະ ທີ່ວາງໄວ້ບໍ່ຖືກລວງ ຈັກປັກມື ຫຼືປັກຕີນທີ່ຢຽບລົງໄປ ຫຼືຈັກເຮັດເລືອດໃຫ້ຫໍ້ຂຶ້ນມາ ໄດ້ນັ້ນ : ນັ້ນ
ບໍ່ເປັນຖານະທີ່ມີໄດ້. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ເດືອຍແຫ່ງເມັດເຂົ້າເຫຼົ່ານັ້ນ ວາງໄວ້ບໍ່ຖືກລວງ (ສໍາລັບທີ່ຈະປັກ), ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ເມື່ອທິຕຖິເປັນສິ່ງທີ່ຕັ້ງໄວ້ຜິດ ມັຄຄະພາວະນາ ເປັນສິ່ງທີ່ທີ່ຕັ້ງໄວ້ຜິດ ແລ້ວ ພິກຂຸນັ້ນ ຈັກທໍາລາຍອະວິຊຊາ ຈັກເຮັດອະວິຊຊາໃຫ້ເກີດຂຶ້ນ ຫຼື ຈັກເຮັດນິບພານໃຫ້ແຈ້ງ ໄດ້ນັ້ນ : ນັ້ນ
ບໍ່ເປັນຖານະທີ່ມີໄດ້. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ທິຕຖິເປັນສິ່ງທີ່ຕັ້ງໄວ້ຜິດ, ເຊັ່ນນັ້ນເໝືອນກັນ.
໑໔໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
(ຝ່າຍຖືກ)
ພິກຂຸ ທ. ! ເດືອຍແຫ່ງເມັດເຂົ້າສາລີ ຫຼື ເດືອຍແຫ່ງເມັດເຂົ້າຍະວະ ທີ່ວາງຢູ່ຖືກລວງ ຈັກປັກມື ຫຼືປັກຕີນທີ່ຢຽບລົງໄປ ຫຼືຈັກເຮັດເລືອດໃຫ້ຫໍ້ຂຶ້ນມາ ໄດ້ນັ້ນ : ນັ້ນເປັນຖານະທີ່ມີໄດ້. ຂໍ້ນັ້ນ ເພາະເຫຕໃດໜໍ ? ເພາະເຫຕວ່າ ເດືອຍແຫ່ງເມັດເຂົ້າເຫຼົ່ານັ້ນ ວາງຢູ່ຖືກລວງ (ສໍາລັບທີ່ຈະປັກ), ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ເມື່ອທິຕຖິເປັນສິ່ງທີ່ຕັ້ງໄວ້ຖືກ ມັຄຄະພາວະນະາ ເປັນສິ່ງທີ່ຕັ້ງໄວ້ຖືກ ແລ້ວ ພິກຂຸນັ້ນ ຈັກທໍາລາຍອະວິຊຊາ ຈະ ເຮັດວິຊຊາໃຫ້ເກີດຂຶ້ນ ຫຼື ຈັກເຮັດນິບພານໃຫ້ແຈ້ງໄດ້ ນັ້ນ : ນັ້ນ ເປັນຖານະທີ່ມີໄດ້. ຂໍ້ນັ້ນ ເພາະເຫຕໃດໜໍ ? ເພາະເຫຕວ່າ ທິຕຖິເປັນສິ່ງທີ່ຕັ້ງໄວ້ຖືກ, ເຊັ່ນນັ້ນເໝືອນກັນ.








