ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ປຽບເໝືອນໜ່ວຍໄຂ່ ໘ ໜ່ວຍ ໑໐ ໜ່ວຍ ໑໒ ໜ່ວຍ ອັນແມ່ໄກ່ນອນທັບ ກົກ ຟັກດ້ວຍດີແລ້ວ, ໂດຍທີ່ແມ່ໄກ່ບໍ່ຕ້ອງຕັ້ງຄວາມປາຖນາວ່າ “ລູກໄກ່ເຫຼົ່ານີ້ຈົ່ງທໍາລາຍເປືອກໄຂ່ ດ້ວຍເລັບຕີນ ດ້ວຍປາຍສົບ ແລ້ວອອກມາໂດຍສະຫວັດດີເຖີ້ນ” ດັ່ງນີ້ ລູກໄກ່ເຫຼົ່ານັ້ນ ກໍສາມາດທໍາລາຍເປືອກໄຂ່ ດ້ວຍເລັບຕີນ ດ້ວຍປາກສົບ ອອກມາໄດ້ໂດຍສະຫວັດດີ ເຊັ່ນໃດ ; ພິກຂຸຜູ່ປະກອບດ້ວຍອົງສິບຫ້າ ພ້ອມທັງ
ອຸສໂສລະຫີເຊັ່ນນີ້ແລ້ວ ກໍສາມາດເພື່ອເຈາະແທງກິເລສ ເພື່ອຮູ້ພ້ອມ ເພື່ອເຖິງທັບໂຢຄະເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າໄດ້ເອງ, ເຊັ່ນນັ້ນເໝືອນກັນ.
- ມູ. ມ. ໑໒/໒໑໐/໒໓໓.
໑໔໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ສຸຂະໂສມະນັສສະທີ່ເປັນໄປເພື່ອດັບສິ້ນອາສະວະ
(ມັຊຊິມາປະຕິປະທາທີ່ແສນສຸຂ)
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ຍ່ອມເປັນຜູ່ອັ່ງໄປດ້ວຍສຸຂ ແລະໂສມະນັສສະ ໃນທິຕຖະທັມນີ້ແລ ; ແລະການກໍາເນີດຂອງເຂົານັ້ນ ຈັກເປັນການປາຣົບ ເພື່ອຄວາມດັບສິ້ນໄປແຫ່ງອາສະວະດ້ວຍ. ທັມ ໖ ປະການ ເຫຼົ່າໃດໜໍ ? ພິກຂຸ ທ. ! ທັມຫົກປະການຄື ພິກຂຸໃນກໍລະນີນີ້ :-
ເປັນ ທັມມະຣາໂມ (ມີທັມເປັນທີ່ມາຍິນດີ) ;
ເປັນ ພາວະນາຣາໂມ (ມີການຈະເຣີນພາວະນາເປັນທີ່ມາຍິນດີ) ;
ເປັນ ປະຫານາຣາໂມ (ມີການລະກິເລສເປັນທີ່ມາຍິນດີ) ;
ເປັນ ປະວິເວກາຣາໂມ (ມີຄວາມສະງັດຈາກໂຢຄະທັມເປັນທີ່ມາຍິນດີ) ;
ເປັນ ອັບພະຢາປັຊຊາຣາໂມ (ມີທັມອັນບໍ່ບຽດບຽນເປັນທີ່ມາຍິນດີ) ;
ເປັນ ນິບປະປັນຈາຣາໂມ (ມີທັມອັນບໍ່ສ້າງຄວາມຊັກຊ້າເປັນທີ່ມາຍິນດີ).
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການເຫຼົ່ານີ້ແລ ຍ່ອມເປັນຜູ່ອັ່ງໄປດ້ວຍສຸຂແລະໂສມະນັສສະ ໃນທິຕຖະທັມແລ ; ແລະການກໍາເນີດຂອງເຂົານັ້ນ ຈັກເປັນການປາຣົບ ເພື່ອຄວາມດັບສິ້ນໄປແຫ່ງອາສະວະດ້ວຍ.
- ສັກກ. ອັງ. ໒໒/໔໘໐/໓໔໙.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໓໗
ຄວາມເຢັນທີ່ບໍ່ມີອັນໃດເຢັນຍິ່ງໄປກວ່າ
ກ. ພວກທີ່ບໍ່ເຮັດຄວາມເຢັນ
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ເປັນຜູ່ບໍ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງຄວາມເຢັນ ອັນບໍ່ມີອື່ນຍິ່ງກວ່າ. ທັມ ໖ ປະການເຫຼົ່າໃດໜໍ ? ພິກຂຸ ທ. ! ທັມຫົກປະການຄື : ພິກຂຸໃນກໍລະນີນີ້ :-
ບໍ່ຂົ່ມຈິຕ ໃນສະໄໝທີ່ຄວນຂົ່ມ (ນະ ນິຄຄະເຫຕັບພັງ) ;
ບໍ່ປະຄອງຈິຕ ໃນສະໄໝທີ່ຄວນປະຄອງ (ນະ ປັຄຄະເຫຕັບພັງ) ;
ບໍ່ເຮັດຈິຕໃຫ້ຊື່ນບານ ໃນສະໄໝທີ່ຄວນເຮັດຈິຕໃຫ້ຊື່ນບານ (ນະ ສັມປະຫັງສິຕັບພັງ) ;
ບໍ່ເຂົ້າໄປເພັ່ງຢ່າງຍິ່ງຊຶ່ງຈິຕ ໃນສະໄໝທີ່ຄວນເຂົ້າໄປເພັ່ງຢ່າງຍິ່ງ (ນະ ອັຊຊຸເປກຂິຕັບພັງ) ;
ເປັນຜູ່ມີຈິຕນ້ອມໄປໃນທັມຕໍ່າຊາມ (ຫີນາດິມຸຕຕິໂກ) ; ແລະ
ເປັນຜູ່ຍິນດີຍິ່ງໃນ ສັກກາຢະ (ສັກກາຢາພິຣະໂຕ).
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ເຫຼົ່ານີ້ແລ້ວ ເປັນຜູ່ບໍ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງຄວາມເຢັນ ອັນບໍ່ມີອື່ນຍິ່ງກວ່າ
໑໔໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ຂ. ພວກທີ່ເຮັດຄວາມເຢັນ
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ເປັນຜູ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງຄວາມເຢັນ ອັນບໍ່ມີອື່ນຍິ່ງກວ່າ. ທັມ ໖ ປະການເຫຼົ່າໃດໜໍ ? ພິກຂຸ ທ. ! ທັມຫົກປະການຄື : ພິກຂຸໃນກໍລະນີນີ້ :-
ຂົ່ມຈິຕ ໃນສະໄໝທີ່ຄວນຂົ່ມ (ນິຄຄະເຫຕັບພັງ) ;
ປະຄອງຈິຕ ໃນສະໄໝທີ່ຄວນປະຄອງ (ປັຄຄະເຫຕັບພັງ) ;
ເຮັດຈິຕໃຫ້ຊື່ນບານ ໃນສະໄໝທີ່ຄວນເຮັດຈິຕໃຫ້ຊື່ນບານ (ສັມປະຫັງສິຕັບພັງ) ;
ເຂົ້າໄປເພັ່ງຢ່າງຍິ່ງຊຶ່ງຈິຕ ໃນສະໄໝທີ່ຄວນເຂົ້າໄປເພັ່ງຢ່າງຍິ່ງ (ອັຊຊຸເປກຂິຕັບພັງ) ;
ເປັນຜູ່ມີຈິຕນ້ອມໄປໃນທັມປະນີຕ (ປະນີຕາດິມຸຕຕິໂກ) ; ແລະ
ເປັນຜູ່ຍິນດີຍິ່ງໃນ ນິບພານ (ນິບພານາພິຣະໂຕ).
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ເຫຼົ່ານີ້ແລ້ວ ເປັນຜູ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງ ຄວາມເຢັນ ອັນບໍ່ມີອື່ນຍິ່ງກວ່າ ແລ.
- ສັກກ. ອັງ. ໒໒/໔໘໔/໓໕໖.








