ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ດ້ວຍອາການເຊັ່ນນີ້ແລ ເປັນອັນວ່າ ອະນຸຕຕະຣະອິນຊີພາວະນາໃນອະຣິຍະວິນັຍ ເຮົາສະແດງແລ້ວແກ່ເຈົ້າ. ເສຂະປາຕິບົດ ເຮົາກໍສະແດງແລ້ວແກ່ເຈົ້າ. ອະຣິຍະພາວິຕິນຊີ ເຮົາກໍສະແດງແລ້ວແກ່ເຈົ້າ. ອານົນທ໌ ! ກິຈຈ໌ອັນໃດທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈັກເຮັດແກ່ສາວົກທັງຫຼາຍ ; ກິຈຈ໌ອັນນັ້ນເຮົາໄດ້ເຮັດແລ້ວແກ່ເຈົ້າທັງຫຼາຍ. ອານົນທ໌ ! ນັ້ນເຫງົ້າໄມ້ທັງຫຼາຍ ນັ້ນເຮືອນຫວ່າງທັງຫຼາຍ. ອານົນທ໌ ! ພວກເຈົ້າຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ. ພວກເຈົ້າທັງຫຼາຍ ຢ່າໄດ້ເປັນຜູ່ທີ່ຕ້ອງຮ້ອນໃຈໃນພາຍຫຼັງເລີຍ. ນີ້ແລ ເປັນວາຈາເຄື່ອງພໍ່າສອນພວກເຈົ້າທັງຫຼາຍຂອງເຮົາ.
- ອຸປຣິ. ມ. ໑໔/໕໔໖-໕໔໗/໘໖໓-໘໖໕.
໑໔໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ປະຕິປະທາເພື່ອບັນລຸອະຣະຫັນຕະຜົລຂອງຄົນເຈັບໄຂ້
ພິກຂຸ ທ. ! ທັມຫ້າປະການ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ ທຸບພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ່ນັ້ນຍ່ອມຫວັງໄດ້ຄື : ເຂົາຈັກເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ຕໍ່ກາລບໍ່ດົນນານແທ້ແລ. ທັມຫ້າປະການນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີ້ ພິກຂຸ :-
ເປັນຜູ່ມີປົກກະຕິຕາມເຫັນຄວາມບໍ່ງາມໃນກາຍ ຢູ່ ;
ເປັນຜູ່ມີປົກກະຕິສໍາຄັນວ່າປະຕິກູລໃນອາຫາຣ ຢູ່ ;
ເປັນຜູ່ມີປົກກະຕິສໍາຄັນວ່າບໍ່ໜ້າຍິນດີໃນໂລກທັງປວງ ຢູ່ ;
ເປັນຜູ່ມີປົກກະຕິຕາມເຫັນຄວາມບໍ່ທ່ຽງໃນສັງຂາຣທັງປວງ ຢູ່ ;
ມໍຣະນະສັນຍາອັນເຂົາຕັ້ງໄວ້ດີແລ້ວໃນພາຍໃນ ຢູ່.
ພິກຂຸ ທ. ! ທັມຫ້າປະການ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ ທຸບພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ່ນັ້ນຍ່ອມຫວັງໄດ້ຄື : ເຂົາຈັກເຮັດໃຫ້ແຈ້ງໄດ້ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ຕໍ່ກາລບໍ່ດົນນານແທ້ແລ.
- ປັນຈກ. ອັງ. ໒໒/໑໖໐/໑໒໑.
[ທັມທັງຫ້າປະການນີ້ໃນສູຕອື່ນ (ປັນຈກ. ອັງ. ໒໒/໙໔/໖໙) ຕຣັດໄວ້ບໍ່ສະເພາະຄົນເຈັບໄຂ້ ແຕ່ຕຣັດໄວ້ສໍາລັບຄົນທົ່ວໄປ ວ່າເປັນທັມທີ່ເມື່ອຈະເຣີນ ເຮັດໃຫ້ຫຼາຍແລ້ວ ຈັກເປັນໄປພ້ອມເພື່ອເບື່ອໜ່າຍ ຄາຍກໍາໜັດ ດັບສະນິດ ສະງົບລະງັບ ຮູ້ຍິ່ງ ຮູ້ພ້ອມ ແລະ ນິບພານໂດຍສ່ວນດຽວ.
ສູຕຕໍ່ໄປອີກ (໒໒/໙໕/໗໐) ຕຣັດວ່າ ເມື່ອຈະເຣີນເຮັດໃຫ້ຫຼາຍແລ້ວ ເປັນໄປເພື່ອດັບສິ້ນ
ອາສະວະທັງຫຼາຍ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໓໕
ອີກສູຕຕໍ່ໄປ (໒໒/໙໕/໗໑) ຕຣັດວ່າ ເມື່ອຈະເຣີນເຮັດໃຫ້ຫຼາຍແລ້ວ ມີເຈໂຕວິມຸຕຕິ ແລະ ປັນຍາວິມຸຕຕິເປັນຜົລເປັນອານິສົງສ໌].
ອົງສິບຫ້າເພື່ອການທໍາລາຍເປືອກຂອງອະວິຊຊາ
(ມຸ່ງຜົລຢ່າງດຽວກັບມັຊຊິມາປະຕິປະທາ)
(ພິກຂຸ ລະຕະປູຂຶງຈິຕທັງຫ້າ ປະການເສຍໄດ້ ຄື ບໍ່ສົງໄສໃນພຣະພຸດ ພຣະທັມ ພຣະສົງ ສິກຂາ ມີຈິຕບໍ່ຄຽດແຄ້ນໃນເພື່ອນສະພຣົມມະຈາຣີ ; ແລະ ຖອນສິ່ງຜູກພັນຈິຕຫ້າປະການ ເສຍໄດ້ ຄື ບໍ່ກໍາໜັດໃນກາມ ບໍ່ກໍາໜັດໃນກາຍ ບໍ່ກໍາໜັດໃນຮູບ ບໍ່ກເຫັນແກ່ນອນ ບໍ່ປະພຶຕພຣົມມະຈັນຣຍ໌ ເພາະປາຖນາຄວາມເປັນເທບ ; ລວມສິບປະການ ໄດ້ແລ້ວ :-)
ພິກຂຸນັ້ນ ຈະເຣີນອິດທິບາດ (ສີ່ປະການ) ອັນປະກອບພ້ອມດ້ວຍທັມເຄື່ອງ
ປຸງແຕ່ງ ມີສະມາທິອາໄສສັນທະ - ວິຣິຢະ - ຈິຕຕະ - ວິມັງສາ ເປັນປະທານກິຈຈ໌ ມີ ອຸສໂສລະຫີ (ຄວາມພຽນມີປະມານໂດຍຍິ່ງ) ເປັນທີຫ້າ.
ພິກຂຸ ທ. ! ພິກຂຸນັ້ນ ປະກອບພ້ອມດ້ວຍອົງສິບຫ້າ ລວມທັງອຸສໂສລະຫີ ດັ່ງນີ້ແລ້ວ ເປັນຜູ່ຄວນເພື່ອເຈາະແທງກິເລສ ເພື່ອຮູ້ພ້ອມ ເພື່ອເຖິງທັບໂຢຄັກເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າ.








