ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ເຊັ່ນນີ້ແລ ຊື່ວ່າ ບຸຄຄົນຜູ່ມີທັມເຄື່ອງດໍາເນີນສະເພາະຕົນ ໃນລະດັບເສຂະ.

- ອຸປຣິ. ມ. ໑໔/໕໔໖/໘໖໒.

໑໔໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ພຣະອະຣິຍະບຸຄຄົນລະດັບເສຂະ ຍັງບໍ່ເປັນພຣະອໍຣະຫັນຕ໌ ຍັງຮູ້ສຶກອຶດອັດ ເປີດໜ່າຍ

ຕໍ່ອາຣົມທີ່ມາກະທົບ ; ເຖິງຈັກເປັນອິດຖາຣົມຝ່າຍກຸສົລ ເປັນທີ່ຕັ້ງແຫ່ງຄວາມຍິນດີພໍໃຈ ກໍອຶດອັດໃນຖານະທີ່ເປັນອາຣົມອັນມາກະທົບຕົນ ເພາະຍັງມີຄວາມຢຶດໝັ້ນຖືໝັ້ນ (ອຸປາທານ) ບາງສ່ວນທີ່ເຫຼືອຢູ່ ; ກ່າວອີກຢ່າງໜຶ່ງກໍຄື ຍັງມີໂຕຕົນເຫຼືອຢູ່ ສໍາລັບການຊູນຕ້ອງ ຈຶ່ງບໍ່ວ່າງ ບໍ່ກ້ຽງ ບໍ່ສະງົບເຢັນ).

ຄ. ລັກສະນະແຫ່ງຜູ່ຈະເຣີນອິນຊີຂັ້ນອະຣິຍະ

ອານົນທ໌ ! ບຸຄຄົນຜູ່ມີອິນຊີອັນອົບຮົມແລ້ວ ໃນຂັ້ນອະຣິຍະ (ອະຣິຍະພາວິ

ຕີນດະຣີຢະ) ເປັນແນວໃດໜໍ ?

ອານົນທ໌ ! ໃນກໍລະນີນີ້ ຄວາມພໍໃຈ - ຄວາມບໍ່ພໍໃຈ - ທັງຄວາມພໍໃຈ ແລະ ບໍ່ພໍໃຈ ເກີດຂຶ້ນແກ່ພິກຂຸ ເພາະເຫັນຮູບດ້ວຍຈັກຂຸ .... ຟັງສຽງດ້ວຍໂສຕະ .... ດົມກິ່ນດ້ວຍຄານະ .... ຊີມຣົສດ້ວຍຊິວຫາ .... ຖືກຕ້ອງໂຜຕຖັບພະດ້ວຍຜິວກາຍ .... ຮູ້ແຈ້ງທັມມາຣົມດ້ວຍໃຈ. ພິກຂຸນັ້ນ :-

ຖ້າເຂົາຫວັງວ່າ ຈັກເປັນຜູ່ຢູ່ຢ່າງມີຄວາມຮູ້ສຶກວ່າ ບໍ່ປະຕິກູລໃນສິ່ງທີ່ເປັນປະຕິກູລ (ຄືບໍ່ພໍໃຈ ຫຼືເປັນທີ່ຕັ້ງຂອງໂທສະ) ດັ່ງນີ້ ເຂົາກໍ ຢູ່ຢ່າງຜູ່ມີຄວາມຮູ້ສຶກວ່າ ບໍ່ປະຕິກູລ ໃນສິ່ງທີ່ເປັນປະຕິກູລນັ້ນໄດ້.

ຖ້າເຂົາຫວັງວ່າ ຈັກເປັນຜູ່ຢູ່ຢ່າງມີຄວາມຮູ້ສຶກວ່າ ປະຕິກູລໃນສິ່ງທີ່ບໍ່ປະຕິກູລ (ຄືບໍ່ເປັນທີ່ຕັ້ງແຫ່ງໂທສະ ຮອມແຕ່ຈັກເປັນທີ່ຕັ້ງແຫ່ງຣາຄະ) ດັ່ງນີ້ ເຂົາກໍຈະ ຢູ່ຢ່າງຜູ່ມີຄວາມຮູ້ສຶກວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລນັ້ນໄດ້.

ຖ້າເຂົາຫວັງວ່າ ຈັກເປັນຜູ່ຢູ່ຢ່າງມີຄວາມຮູ້ສຶກວ່າ ບໍ່ປະຕິກູລ ທັງໃນສິ່ງທີ່ເປັນປະຕິກູລແລະ ບໍ່ເປັນປະຕິກູລ ດັ່ງນີ້ ເຂົາກໍ ຢູ່ຢ່າງຜູ່ມີຄວາມຮູ້ສຶກວ່າ ບໍ່ປະຕິກູລ ທັງໃນສິ່ງທີ່ເປັນປະຕິກູລແລະ ບໍ່ປະຕິກູລນັ້ນໄດ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໓໓

ຖ້າເຂົາຫວັງວ່າ ຈັກເປັນຜູ່ຢູ່ຢ່າງມີຄວາມຮູ້ສຶກວ່າ ປະຕິກູລ ທັງໃນສິ່ງທີ່ບໍ່ເປັນປະຕິກູລແລະສິ່ງທີ່ເປັນປະຕິກູລ ດັ່ງນີ້ ເຂົາກໍ ຢູ່ຢ່າງຜູ່ມີຄວາມຮູ້ສຶກວ່າ ປະຕິກູລ ທັງໃນສິ່ງທີ່ບໍ່ເປັນປະຕິກູລ ແລະສິ່ງທີ່ເປັນປະຕິກູລນັ້ນໄດ້.

ແລະຖ້າເຂົາຫວັງວ່າ ຈັກເປັນຜູ່ຢູ່ຢ່າງເວັ້ນຂາດ ຈາກຄວາມຮູ້ສຶກວ່າ ປະຕິກູລ ແລະ ບໍ່ປະຕິກູລທັງສອງຢ່າງເສຍ ແລ້ວແລຢູ່ຢ່າງຜູ່ອຸເປກຂາ ມີສະຕິສັມປະຊັນຍະ ດັ່ງນີ້ ເຂົາກໍ ຢູ່ຢ່າງຜູ່ອຸເປກຂາ ມີສະຕິສັມປະຊັນຍະ ໃນສິ່ງທີ່ເປັນປະຕິກູລ ແລະ ບໍ່ປະຕິກູລທັງສອງຢ່າງນັ້ນໄດ້.

ອານົນທ໌ ! ເຊັ່ນນີ້ແລ ຊື່ວ່າ ບຸຄຄົນຜູ່ມີອິນຊີອັນຈະເຣີນແລ້ວ ໃນຂັ້ນອະຣິຍະ.

(ຂໍ້ນີ້ໝາຍເຖິງ ຜູ່ຈະເຣີນອິນຊີຈົນບັງຄັບຈິຕໄດ້ ໃນກໍລະນີທີ່ກ່ຽວກັບຄວາມເປັນປະຕິກູລ ຄວາມບໍ່ປະຕິກູລ ແລະຄວາມພົ້ນຈາກຄວາມໝາຍ ແຫ່ງຄວາມເປັນປະຕິກູລ ແລະ ບໍ່ປະຕິກູລ ຈຶ່ງສາມາດບັງຄັບຈິຕ ຄວບຄຸມຈິຕ ບໍ່ໃຫ້ເກີດຄວາມຍິນດີຍິນຮ້າຍ ແຕ່ຢູ່ດ້ວຍອຸເປກຂາໄດ້ເຖິງທີ່ສຸດ. ເຂົ້າໃຈວ່າ ເຖິງຈະຍັງບໍ່ເປັນພຣະອໍຣະຫັນຕ໌ ກໍສາມາດເຮັດໄດ້.

ອີກຢ່າງໜຶ່ງ ຜູ່ສຶກສາຈົ່ງສັງເກດໃຫ້ເຫັນ ຄວາມໝາຍຂອງຄໍາວ່າເສຂະ ຈາກຂໍ້ຄວາມໃນເລື່ອງຂ້າງເທິງ ແລະ ຄວາມໝາຍຂອງຄໍາວ່າອະຣິຍະ ຈາກຂໍ້ຄວາມໃນເລື່ອງນີ້, ວ່າຈະຕ່າງກັນແນວໃດ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ