ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ບາລີນີ້ ແບ່ງການປະຕິບັຕອອກເປັນ ໒ ຈໍາພວກ : ພວກໜຶ່ງ ປະຕິບັຕລໍາບາກ ຫຍຸ້ງຍາກ ແບບທີ່ເອີ້ນວ່າສັບເປະສັບປະ ເປັນຕາຕົກໃຈປະຕິກູລ ບໍ່ສະດວກສະບາຍ ທີ່ລະບຸໃນສູຕນີວ່າ ການຕາມເຫັນຄວາມບໍ່ງາມໃນກາຍ ເປັນຕົ້ນ ; ສ່ວນອີກຈໍາພວກໜຶ່ງນັ້ນ ເປັນການປະຕິບັຕທີ່ເຍືອກເຢັນ ເປັນສຸຂສະບາຍໄປແຕ່ຕົ້ນ ທີ່ລະບຸໃນສູຕນີ້ ເອີ້ນວ່າເປັນການໄດ້ຊານທັງສີ່ ; ຕ່າງກັນຢູ່ຢ່າງກົງກັນຂ້າມ. ຄົນບາງພວກເໝາະສໍາລັບລະບົບປະຕິບັຕລໍາບາກ ບາງພວກເໝາະສໍາລັບລະບົບປະຕິບັຕສະບາຍ ແຕ່ຈະ ປະສົບຜົລສໍາເລັດໄວ ຫຼື ຊ້ານັ້ນ ຂຶ້ນຢູ່ກັບອິນຊີທັງຫ້າຂອງເຂົາ).
໑໔໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ປະຕິປະທາການອົບຮົມອິນຊີ ໓ ລະດັບ
ກ. ລັກສະນະແຫ່ງອິນຊີພາວະນາຊັ້ນເລີດ
ອານົນທ໌ ! ອິນຊີພາວະນາຊັ້ນເລີດ (ອະນຸຕຕຣາ ອິນທະຣິຢະພາວະນາ) ໃນ
ອະຣິຍະວິນັຍ ເປັນແນວໃດໜໍ ?
ອານົນທ໌ ! ໃນກໍລະນີນີ້ ອາຣົມອັນເປັນທີ່ພໍໃຈ - ບໍ່ເປັນທີ່ພໍໃຈ - ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ເກີດຂຶ້ນແກ່ພິກຂຸ ເພາະເຫັນຮູບດ້ວຍຕາ. ພິກຂຸນັ້ນຮູ້ແຈ້ງເຊັ່ນນີ້ວ່າ “ອາຣົມທີ່ເກີດຂຶ້ນແລ້ວແກ່ເຮົານີ້ ເປັນສິ່ງມີປັຈຈັຍປຸງແຕ່ງ (ສັງຂະຕະ) ເປັນຂອງຫຍາບໆ (ໂອລາຣິກະ) ເປັນສິ່ງທີ່ອາໄສເຫຕປັຈຈັຍເກີດຂຶ້ນ (ປະຕິຈຈະສະມຸປປັນນະ) ; ແຕ່ມີສິ່ງພຸ້ນຊຶ່ງລະງັບ ແລະປະນີຕ, ກ່າວຄື ອຸເປກຂາ” ດັ່ງນີ້. (ເມື່ອຮູ້ແຈ້ງເຊັ່ນນີ້) ອາຣົມອັນເປັນທີ່ພໍໃຈ - ບໍ່ເປັນທີ່ພໍໃຈ - ທັງເປັນທີ່ພໍໃຈແລະ ບໍ່ເປັນທີ່ພໍໃຈ ບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປໄວ ຄືດັ່ງການກະພິບຕາຂອງຄົນ ອຸເປກຂາຍັງຄົງດໍາຣົງຢູ່.
ອານົນທ໌ ! ອາຣົມອັນເປັນທີ່ພໍໃຈ-ບໍ່ເປັນທີ່ພໍໃຈ-ທັງເປັນທີ່ພໍໃຈແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແລ້ວແກ່ພິກຂຸນັ້ນຍ່ອມ ດັບໄປໄວຄືດັ່ງການກະພິບຕາຂອງຄົນ ອຸເປກຂາຍັງຄົງເຫຼືອຢູ່.
ອານົນທ໌ ! ນີ້ແລ ເອີ້ນວ່າ ອິນຊີພາວະນາຊັ້ນເລີດ ໃນອະຣິຍະວິນັຍ ໃນກໍລະນີແຫ່ງ ຮູບ ທີ່ຮູ້ແຈ້ງດ້ວຍຈັກກຂຸ.
(ກໍລະນີແຫ່ງ ສຽງທີ່ຮູ້ແຈ້ງດ້ວຍໂສຕະ ກິ່ນທີ່ຮູ້ແຈ້ງດ້ວຍຄານະ ຣົສທີ່ຮູ້ແຈ້ງດ້ວຍຊິວຫາ ໂຜຕຖັບພະທີ່ຮູ້ແຈ້ງດ້ວຍຜິວກາຍ ແລະ ທັມມາຣົມທີ່ຮູ້ແຈ້ງດ້ວຍໃຈ ກໍໄດ້ຕຣັດໄວ້ໂດຍຫຼັກເກນແບບດຽວກັນ ; ຕ່າງກັນແຕ່ອຸປະມາແຫ່ງຄວາມໄວແຫ່ງ ການດີດນິ້ວມື,
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໓໑
ໃນກໍລະນີແຫ່ງກິ່ນປຽບດ້ວຍຄວາມໄວແຫ່ງ ຢົດນໍ້າຕົກຈາກໃບບົວ, ໃນກໍລະນີແຫ່ງຣົສປຽບດ້ວຍ ຄວາມໄວແຫ່ງນໍ້າລາຍ ທີ່ຖົ່ມຈາກປາຍລິ້ນຂອງຄົນແຂງແຮງ, ໃນກໍລະນີແຫ່ງໂຜຕຖັບພະປຽບດ້ວຍ ຄວາມໄວແຫ່ງການຢຽດແຂນພັບແຂນຂອງຄົນແຂງແຮງ, ໃນກໍລະນີແຫ່ງທັມມາຣົມປຽບດ້ວຍຄວາມໄວແຫ່ງ ການແຫ້ງຂອງຢາດນໍ້າ ທີ່ຢົດລົງກະທະເຫຼັກ ທີ່ຮ້ອນແດງຢູ່ຕະຫຼອດວັນ, ເຊັ່ນໃດກໍເຊັ່ນນັ້ນ ; ແລ້ວຊົງສະຫຼຸບໃນສຸດທ້າຍວ່າ ນີ້ແລເອີ້ນວ່າອິນຊີພາວະນາຊັ້ນເລີດ ໃນອະຣິຍະວິນັຍ).
- ອຸປຣິ. ມ. ໑໔/໕໔໒-໕໔໕/໘໕໖-໘໖໑.
(ການທີ່ເອີ້ນວ່າອິນຊີພາວະນາຊັ້ນເລີດນັ້ນ ໝາຍເຖິງການດັບໄປຢ່າງໄວທີ່ສຸດ ຂອງອາຣົມ ແລະດ້ວຍອໍານາດຄວາມຮູ້ແຈ້ງ ວ່າອາຣົມນັ້ນໆ ເປັນພຽງສັງຂະຕະ ອັນເປັນຂອງຫຍາບ ແລະເປັນພຽງສິ່ງອາໄສກັນ ເກີດຂຶ້ນຕາມທັມມະຊາຕ ແລະມີສິ່ງກົງກັນຂ້າມຄື ອຸເປກຂາອັນເປັນຂອງລະອຽດ ປະນີຕ ລະງັບ ; ຊຶ່ງທັງໝົດນີ້ ເປັນທັມມະຊັ້ນເລິກ ຈຶ່ງຈັດເປັນຊັ້ນເລິກສຸດຂອງອິນຊີພາວະນາ ໃນທັມວິນັຍຂອງພຣະອົງ).
ຂ. ລັກສະນະຂອງຜູ່ເປັນເສຂະປາຕິບົດ
ອານົນທ໌ ! ບຸຄຄົນຜູ່ມີທັມເຄື່ອງດໍາເນີນສະເພາະຕົນ ໃນລະດັບເສຂະ (ເສຂະປາຕິປະດະ) ເປັນແນວໃດໜໍ ?
ອານົນທ໌ ! ໃນກໍລະນີນີ້ ຄວາມພໍໃຈ - ຄວາມບໍ່ພໍໃຈ - ທັງຄວາມພໍໃຈ ແລະ ບໍ່ພໍໃຈ ເກີດຂຶ້ນແກ່ພິກຂຸ ເພາະເຫັນຮູບດ້ວຍຈັກກຂຸ .... ຟັງສຽງດ້ວຍໂສຕະ .... ດົມກິ່ນດ້ວຍຄານະ .... ຊີມຣົສດ້ວຍຊິວຫາ .... ຖືກຕ້ອງໂຜຕຖັບພະດ້ວຍຜິວກາຍ .... ຮູ້ແຈ້ງທັມມາຣົມດ້ວຍໃຈ. ພິກຂຸນັ້ນຍ່ອມ ຮູ້ສຶກອຶດອັດ ເປີດໜ່່າຍ ລັງກຽດຢູ່ດ້ວຍ ຄວາມພໍໃຈ - ຄວາມບໍ່ພໍໃຈ - ທັງຄວາມພໍໃຈ ແລະ ບໍ່ພໍໃຈນັ້ນ.








