ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເປັນຜູ່ມີປົກກະຕິເຫັນຄວາມບໍ່ງາມໃນກາຍ ມີສັນຍາວ່າມີປະຕິກູລໃນອາຫາຣ ມີສັນຍາໃນໂລກທັງປວງ ໂດຍຄວາມເປັນຂອງ

ບໍ່ໜ້າຍິນດີ ເປັນຜູ່ມີປົກກະຕິຕາມເຫັນຄວາມບໍ່ທ່ຽງໃນສັງຂາຣທັງປວງ ມໍຣະນະສັນຍາ ກໍເປັນສິ່ງທີ່ເຂົາຕັ້ງໄວ້ດີແລ້ວໃນພາຍໃນ.

໑໔໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸນັ້ນເຂົ້າໄປອາໄສທັມ ເປັນກໍາລັງຂອງພຣະເສຂະ ໕ ປະການເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕັປປະພະລະ ວິຣິຢະພະລະ ປັນຍາພະລະ ; ແຕ່ອິນຊີຫ້າປະການເຫຼົ່ານີ້ຂອງເຂົານັ້ນ ປາກົດວ່າອ່ອນ ຄື ສັດທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ເພາະເຫຕທີ່ ອິນຊີທັງຫ້າເຫຼົ່ານີ້ຍັງອ່ອນ ພິກຂຸນັ້ນຈຶ່ງ ບັນລຸອະນັນຕະຣິຢະກິຈຈ໌໑ ເພື່ອຄວາມດັບສິ້ນອາສະວະ ໄດ້ຊ້າ ; ພິກຂຸ ທ. ! ນີ້ເອີ້ນວ່າ ປະຕິບັຕລໍາບາກ ຮູ້ໄດ້ຊ້າ.

ຂ. ແບບປະຕິບັຕລໍາບາກ ປະສົບຜົລໄວ

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເປັນຜູ່ມີປົກກະຕິເຫັນຄວາມບໍ່ງາມໃນກາຍ ມີສັນຍາວ່າປະຕິກູລໃນອາຫາຣ ມີສັນຍາໃນໂລກທັງປວງ ໂດຍຄວາມເປັນຂອງບໍ່ໜ້າຍິນດີ ເປັນຜູ່ມີປົກກະຕິຕາມເຫັນຄວາມບໍ່ທ່ຽງ ໃນສັງຂາຣທັງປວງ ມໍຣະນະສັນຍາ ກໍເປັນສິ່ງທີ່ເຂົາຕັ້ງໄວ້ດີແລ້ວໃນພາຍໃນ. ພິກຂຸນັ້ນເຂົ້າໄປອາໄສທັມ ເປັນກໍາລັງຂອງພຣະເສຂະ ໕ ປະການເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕັປປະພະລະ ວິຣິຢະພະລະ ປັນຍາພະລະ ; ແຕ່ອິນຊີຫ້າປະການເຫຼົ່ານີ້ຂອງເຂົານັ້ນ ປາກົດວ່າມີປະມານຍິ່ງ (ແກ່ກ້າ) ຄື ສັດທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ເພາະເຫຕທີ່ ອິນຊີທັງຫ້າເຫຼົ່ານີ້ມີປະມານຍິ່ງ ພິກຂຸນັ້ນຈຶ່ງ ບັນລຸອະນັນຕະຣິຢະກິຈຈ໌ ເພື່ອຄວາມດັບສິ້ນອາສະວະ ໄດ້ໄວ ; ພິກຂຸ ທ. ! ນີ້ເອີ້ນວ່າ ປະຕິບັຕລໍາບາກ ຮູ້ໄດ້ໄວ.

ຄ. ແບບປະຕິບັຕສະບາຍ ປະສົບຜົລຊ້າ

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເພາະສະຫງັດຈາກກາມ ແລະ ອະກຸສົລທັມທັງຫຼາຍ ຈຶ່ງບັນລຸປະຖົມມະຊານ .... ທຸຕິຢະຊານ .... ຕະຕິຢະຊານ .... ຈະຕຸຕຖະຊານ (ມີລາຍລະອຽດດັ່ງທີ່ສະແດງໄວ້ໃນບ່ອນທົ່ວໄປ) ແລ້ວແລຢູ່.

໑. ອະນັນຕະຣິຢະກິຈຈ໌ ຄື ສະມະຖະແລະວິປັສະນາ ລວມກໍາລັງກັນ ເຮັດໜ້າທີ່ຂອງອະຣິຍະມັຄຄະ ຕັດກິເລສ

ບັນລຸມັຄຄະຜົລຂຶ້ນໄປຕາມລະດັບ ຈົນເຖິງຂັ້ນສູງສຸດ ບໍ່ມີໄລຍະຫວ່າງຊັ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໒໙

ພິກຂຸນັ້ນເຂົ້າໄປອາໄສທັມ ເປັນກໍາລັງຂອງພຣະເສຂະ ໕ ປະການເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕັປປະພະລະ ວິຣິຢະພະລະ ປັນຍາພະລະ ; ແຕ່ອິນຊີ ໕ ປະການເຫຼົ່ານີ້ຂອງເຂົານັ້ນ ປາກົດວ່າອ່ອນ ຄື ສັດທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ເພາະເຫຕທີ່ ອິນຊີທັງຫ້າເຫຼົ່ານີ້ຍັງອ່ອນ ພິກຂຸນັ້ນຈຶ່ງ ບັນລຸອະນັນຕະຣິຢະກິຈຈ໌ ເພື່ອຄວາມດັບສິ້ນອາສະວະ ໄດ້ຊ້າ ; ພິກຂຸ ທ. ! ນີ້ເອີ້ນວ່າ ປະຕິບັຕສະບາຍ ຮູ້ໄດ້ຊ້າ.

ງ. ແບບປະຕິບັຕສະບາຍ ປະສົບຜົລໄວ

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ເພາະສະຫງັດຈາກກາມ ແລະ ອະກຸສົລທັມທັງຫຼາຍ ຈຶ່ງບັນລຸປະຖົມມະຊານ .... ທຸຕິຢະຊານ .... ຕະຕິຢະຊານ .... ຈະຕຸຕຖະຊານ ແລ້ວແລຢູ່. ພິກຂຸນັ້ນເຂົ້າໄປອາໄສທັມ ເປັນກໍາລັງຂອງພຣະເສຂະ ໕ ປະການເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕັປປະພະລະ ວິຣິຢະພະລະ ປັນຍາພະລະ ; ແຕ່ອິນຊີ ໕ ປະການເຫຼົ່ານີ້ຂອງເຂົານັ້ນ ປາກົດວ່າມີປະມານຍິ່ງ ຄື ສັດທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ເພາະເຫຕທີ່ ອິນຊີທັງຫ້າເຫຼົ່ານີ້ມີປະມານຍິ່ງ ພິກຂຸນັ້ນຈຶ່ງ ບັນລຸອະນັນຕະຣິຢະກິຈຈ໌ ເພື່ອຄວາມດັບສິ້ນອາສະວະ ໄດ້ໄວ ; ພິກຂຸ ທ. ! ນີ້ເອີ້ນວ່າ ປະຕິບັຕສະບາຍ ຮູ້ໄດ້ໄວ.

ພິກຂຸ ທ. ! ເຫຼົ່ານີ້ແລ ປະຕິປະທາ ໔ ປະການ.

- ຈຕຸກກ. ອັງ. ໒໑/໔໐໒/໑໖໓.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ