ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນກໍລະນີນີ້ ອະຣິຍະສາວົກຜູ່ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະ ເຈົ້າ ໄດ້ເຫັນສັຕຕະບຸຣຸສ ສະຫຼາດໃນທັມຂອງສັຕຕະບຸຣຸສ ໄດ້ຮັບການແນະນໍາຂອງສັຕຕະບຸຣຸສ :-

ຍ່ອມ ບໍ່ຕາມເຫັນຊຶ່ງຮູບໂດຍຄວາມເປັນຕົນ ຫຼື ບໍ່ຕາມເຫັນຊຶ່ງຕົນວ່າມີຮູບ ຫຼື

ບໍ່ຕາມເຫັນຊຶ່ງຮູບວ່າມີຢູ່ໃນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີຢູ່ໃນຮູບ ແດ່ ;

ຍ່ອມ ບໍ່ຕາມເຫັນຊຶ່ງເວທະນາໂດຍຄວາມເປັນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີເວທະນາ ຫຼືບໍ່ຕາມເຫັນຊຶ່ງເວທະນາວ່າມີຢູ່ໃນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີຢູ່ໃນເວທະນາ ແດ່ ;

ຍ່ອມ ບໍ່ຕາມເຫັນຊຶ່ງສັນຍາໂດຍຄວາມເປັນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີສັນຍາ ຫຼືບໍ່ຕາມເຫັນຊຶ່ງສັນຍາວ່າມີຢູ່ໃນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີຢູ່ໃນສັນຍາ ແດ່ ;

ຍ່ອມ ບໍ່ຕາມເຫັນຊຶ່ງສັງຂາຣໂດຍຄວາມເປັນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີສັງຂາຣ ຫຼືບໍ່ຕາມເຫັນຊຶ່ງສັງຂາຣວ່າມີຢູ່ໃນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີຢູ່ໃນສັງຂາຣ ແດ່ ;

ຍ່ອມ ບໍ່ຕາມເຫັນຊຶ່ງວິນຍານໂດຍຄວາມເປັນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີ

ວິນຍານ ຫຼືບໍ່ຕາມເຫັນຊຶ່ງວິນຍານວ່າມີຢູ່ໃນຕົນ ຫຼືບໍ່ຕາມເຫັນຊຶ່ງຕົນວ່າມີຢູ່ໃນວິນຍານ ແດ່ .

໑໔໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ນີ້ເຮົາເອີນວ່າ ສັກກາຢະນິໂຣທະຄາມິນີປະຕິປະທາ ດັ່ງນີ້.

ພິກຂຸ ທ. ! ຂໍ້ນີ້ອະທິບາຍວ່າ ຂໍ້ (ທີ່ກ່າວມາທັງໝົດ) ນັ້ນ ເອີ້ນວ່າການຕາມເຫັນ ອັນເປັນເຄື່ອງໃຫ້ເຖິງຊຶ່ງການດັບໄປແຫ່ງທຸກຂ໌ (ທຸກຂະນິໂຣທະຄາມິນີ ສະມະນຸ

ປັສສະນາ)

- ຂັນທ. ສັງ. ໑໗/໕໕/໙໐.

(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ທຸກຂະນິໂຣທະຄາມິນີສະມະນຸປັສສະນາ ນັ້ນແຫຼະ ຄື

ສັກກາຢະນິໂຣທະຄາມິນີປະຕິປະທາ (ທາງດໍາເນີນແຫ່ງຈິຕ ໃຫ້ເຖິງຊຶ່ງການດັບໄປແຫ່ງສັກກາຢະ). ຄໍາວ່າ ປະຕິປະທາ ໃນກໍລະນີນີ້ ໝາຍເຖິງທາງດໍາເນີນແຫ່ງຈິຕ ບໍ່ແມ່ນການປະຕິບັຕດ້ວຍເຈຕະນາ ; ໄດ້ແກ່ ຄວາມເຫັນບໍ່ຜິດເຫຼົ່ານັ້ນ ນັ້ນເອງ ເປັນໂຕປະຕິປະທາ.

ໃນບາລີແຫ່ງອື່ນ (ອຸປຣິ. ມ. ໑໔/໕໑໖/໘໒໑) ແທນທີ່ຈະຍົກເອົາເບັນຈະຂັນມາເປັນວັຕຖຸແຫ່ງການເຫັນ ແຕ່ໄດ້ຕຣັດຍົກເອົາອະຍະຕະນິກະທັມ ໖ ໝວດ ຄື : ອະຍະຕະນະພາຍໃນຫົກ, ອະຍະຕະນະພາຍນອກຫົກ ວິນຍານຫົກ ຜັສສະຫົກ ເວທະນາຫົກ ຕັນຫາຫົກ ມາເປັນວັຕຖຸແຫ່ງການຕາມເຫັນ ກ່ຽວກັບ ບໍ່ມີໂຕຕົນ ; ແລະ ຊົງເອີ້ນການຕາມເຫັນນັ້ນວ່າ ທາງດໍາເນີນແຫ່ງຈິຕ ໃຫ້ເຖິງຊຶ່ງການດັບໄປແຫ່ງສັກກາຢະ ແນວດຽວກັບສູຕຂ້າງເທິງ).

ອານິສົງສ໌ແຫ່ງການປະຕິບັຕໂດຍຫຼັກພື້ນຖານ

(ເຊັ່ນດຽວກັບອານິສົງສ໌ແຫ່ງມັຄຄະ)

ຣາຫຸລະ ! ເຈົ້າຈົ່ງ ຈະເຣີນເມຕຕາພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນເມຕຕາພາວະນາຢູ່, ພະຍາບາດ ຈັກລະໄປ.

ຣາຫຸລະ ! ເຈົາຈົ່ງ ຈະເຣີນກະຣຸນາພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນພາວະນາພາວະນາຢູ່, ວິຫິງສາ (ຄວາມຄິດບຽດບຽນ) ຈັກລະໄປ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໒໗

ຣາຫຸລະ ! ເຈົາຈົ່ງ ຈະເຣີນມຸທິຕາພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນມຸທິຕາພາວະນາຢູ່, ອະຣະຕິ (ຄວາມບໍ່ຍິນດີດອມໃຜໆ) ຈັກລະໄປ.

ຣາຫຸລະ ! ເຈົາຈົ່ງ ຈະເຣີນອຸເປກຂາພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນອຸເປກຂາພາວະນາຢູ່, ປະຕິຄະ (ຄວາມງຸດຫງິດແຫ່ງຈິຕ) ຈັກລະໄປ.

ຣາຫຸລະ ! ເຈົາຈົ່ງ ຈະເຣີນອະສຸພະພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນອະສຸພະພາວະນາຢູ່, ຣາຄະຈັກລະໄປ.

ຣາຫຸລະ ! ເຈົາຈົ່ງ ຈະເຣີນອະນິຈຈະສັນຍາພາວະນາ ເຖີ້ນ. ເມື່ອເຈົ້າຈະເຣີນອະນິຈຈະສັນຍາພາວະນາຢູ່, ອັສສະມິມານະ (ຄວາມສໍາຄັນວ່າໂຕຕົນແລະຂອງຕົນ) ຈັກລະໄປ.

- ມ. ມ. ໑໓/໑໔໐/໑໔໕.

ປະຕິປະທາເພື່ອດັບສິ້ນອາສະວະ ໔ ແບບ

ພິກຂຸ ທ. ! ປະຕິປະທາ ໔ ປະການເຫຼົ່ານີ້ມີຢູ່ ; ຄື ປະຕິບັຕລໍາບາກ ຮູ້ໄດ້ຊ້າ ໑ ປະຕິບັຕລໍາບາກ ຮູ້ໄດ້ໄວ ໑ ປະຕິບັຕສະບາຍ ຮູ້ໄດ້ຊ້າ ໑ ປະຕິບັຕສະບາຍ ຮູ້ໄດ້ໄວ ໑.

ກ. ແບບປະຕິບັຕລໍາບາກ ປະສົບຜົລຊ້າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ