ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໒໓
(ຂໍ້ຄວນສັງເກດຢ່າງຍິ່ງນກໍລະນີນີ້ ຄືຂໍ້ທີ່ສັດທິນຊີເຮັດກິຈຈ໌ຂອງຕົນ ເມື່ອອິນຊີທັງສີ່ນອກນັ້ນເຮັດກິຈຈ໌ສໍາເລັດແລ້ວ. ຂໍ້ນີ້ໝາຍຄວາມວ່າ ສິ່ງທີ່ເອີ້ນວ່າສັດທາ ຫຼືຄວາມເຊື່ອນັ້ນ ຈັກເຖິງທີ່ສຸດ ກໍຕໍ່ເມື່ອເຮັດກິຈຈ໌ອັນບຸຄຄົນນັ້ນ ຈະຕ້ອງເຮັດນັ້ນໆ ປະສົບຜົລສໍາເລັດແລ້ວ. ສັດທາທີ່ເກີດຂຶ້ນເປັນໂຕນໍາໃນເບື້ອງຕົ້ນ ດັ່ງທີ່ສະແດງຢູ່ໃນໝວດທັມຕ່າງໆນັ້ນ ຍັງບໍ່ແມ່ນສັດທາທີ່ສົມບູນ ; ເຮັດໃຫ້ກ່າວໄດ້ວ່າ ສັດທາສົມບູນປາກົດແກ່ຈິຕໃຈ ຕໍ່ເມື່ອບັນລຸມັຄຄະແລ້ວ ຄືປະກອບຢູ່ໃນຊານ ທີ່ເຫັນຄວາມຫຼຸດພົ້ນຂອງຕົນແລ້ວ).
ສັມມັຕຕະ ເປັນທັມເຄື່ອງດັບສິ້ນອາສະວະ
ພິກຂຸ ທ. ! ທັມ ໑໐ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມດັບສິ້ນອາສະວະທັງຫຼາຍ.
ສິບປະການ ແນວໃດໜໍ ? ສິບປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສັມມາຍານະ ສັມມາວິມຸຕຕິ.
ພິກຂຸ ທ. ! ທັມ ໑໐ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອຄວາມດັບສິ້ນອາສະວະທັງຫຼາຍ.
- ທສກ. ອັງ. ໒໔/໒໕໔/໑໒໒.
ໝວດ ຈ. ວ່າດ້ວຍ ທັມຊື່ອື່ນ (ຄວາມໝາຍກ່ຽວກັບມັຄຄະ)
ບົດທັມເກົ່າທີ່ຢູ່ໃນຮູບຂອງອົງມັຄຄະ
ພິກຂຸ ທ. ! ທັມມະບົດ ໔ ຢ່າງ ເຫຼົ່ານີ້ ເປັນທັມທີ່ຮັບຮູ້ກັນວ່າເລີດ ຮັບຮູ້ກັນວ່າມີມາດົນ ຮັບຮູ້ວ່າສືບຕໍ່ກັນມາແຕ່ບູຮານ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ອັນສະມະນະພຣາມ ຜູ່ວິນຍູຊົນບໍ່ຄັດຄ້ານ. ສີ່ຢ່າງແນວໃດໜໍ ? ພິກຂຸ ທ. ! ສີ່ຢ່າງຄື :-
໑໔໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ອະນະພິຊຊາ ເປັນທັມມະບົດທີ່ຮັບຮູ້ກັນວ່າເລີດ ມີມາດົນ ຮັບຮູ້ວ່າສືບຕໍ່ກັນມາແຕ່ບູຮານ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ສະມະນະພຣາມຜູ່ຮູ້ບໍ່ຄັດຄ້ານ.
ອັບພະຢາບາດ ເປັນທັມບົດທີ່ຮັບຮູ້ກັນວ່າເລີດ ມີມາດົນ ສືບຕໍ່ກັນມາແຕ່ບູຮານ
ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ສະມະນະພຣາມຜູ່ຮູ້ບໍ່ຄັດຄ້ານ.
ສັມມາສະຕິ ເປັນທັມມະບົດທີ່ຮັບຮູ້ກັນວ່າເລີດ ມີມາດົນ ສືບຕໍ່ກັນມາແຕ່ບູຮານ
ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ສະມະນະພຣາມຜູ່ຮູ້ບໍ່ຄັດຄ້ານ.
ສັມມາສະມາທິ ເປັນທັມມະບົດທີ່ຮັບຮູ້ກັນວ່າເລີດ ມີມາດົນ ສືບຕໍ່ກັນມາແຕ່ບູຮານ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ສະມະນະພຣາມຜູ່ຮູ້ບໍ່ຄັດຄ້ານ.
ພິກຂຸ ທ. ! ທັມມະບົດ ໔ ຢ່າງນີ້ແລ ເປັນທັມທີ່ຮັບຮູ້ກັນວ່າເລີດ ຮັບຮູ້ກັນວ່າມີມາດົນ ຮັບຮູ້ກັນວ່າສືບຕໍ່ກັນມາແຕ່ບູຮານ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ບໍ່ຖືກເລີກຖອນ ຈະບໍ່ຖືກເລີກຖອນ ສະມະນະພຣາມຜູ່ວິນຍູຊົນບໍ່ຄັດຄ້ານແລ.
- ຈຕຸກກ. ອັງ. ໒໑/໓໗/໒໙.
(ການທີ່ຊົງຢືນຢັນວ່າ ທັມບົດ ໔ ຢ່າງເຫຼົ່ານີ້ ມີມາແຕ່ບູຮານ ຕິດຕໍ່ສືບຕໍ່ກັນມາບໍ່ຂາດສາຍ ໂດຍບໍ່ມີໃຜຄັດຄ້ານ ຈົນເຖິງທຸກມື້ນີ້ ຍ່ອມເປັນການສະແດງວ່າ ຕ້ອງມີມາລວມຢູ່ໃນຄໍາສອນຂອງພຣະອົງໃນບັດນີ້ : ອະພິຊາ ແລະ ອັບພະຢາບາດ ແມ່ນ ສັມມາສັງກັປປະ ລວມກັນກັບສັມມາສະຕິ ແລະ ສັມມາສະມາທິ ເປັນສາມອົງໃນບັນດາອົງມັຄຄະທັງແປດ ຈຶ່ງໄດ້ນໍາເອົາຂໍ້ຄວາມນັ້ນມາລວມໄວ້ໃນໝວດນີ້ ອັນເປັນໝວດທີ່ລວມແຫ່ງມັຄຄະ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໒໕
ຂໍ້ປະຕິບັຕທີ່ເປັນສັກກາຢະນິໂຣທະຄາມິນີປະຕິປະທາ
ພິກຂຸ ທ. ! ສັກກາຢະນິໂຣທະຄາມິນີປະຕິປະທາ (ທາງດໍາເນີນແຫ່ງຈິຕໃຫ້ເຖິງຊຶ່ງການດັບໄປແຫ່ງສັກກາຢະ) ເປັນແນວໃດໜໍ ?








