ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພຣະບາລີໃນສູຕນີ້ ສະແດງລັກສະນະຂອງອະຣິຍະອັຕຖັງຄິກະມັຄຄະໄວ້ເປັນ ວິເວກະ
ນິສສິຕະ ວິຣາຄະນິສສິຕະ ນິໂຣດະນິສສິຕະ ໂວສສັຄຄະປະຣິນາມີ ; ມີສູຕອື່ນໆ ສະແດງລັກສະນະຂອງອະຣິຍະອັຕຖັງຄິກະມັຄຄະ ໃນກໍລະນີ້ເຊັ່ນນີ້ຕ່າງອອກໄປເປັນ ຣາຄະວິນະຢະປະຣິໂຢສານະ : ມີການນໍາອອກຊຶ່ງຣາຄະເປັນປະຣິໂຍສານ, ໂທສະວິນະຢະປະຣິໂຢສານະ : ມີການນໍາອອກຊຶ່ງໂທສະເປັນປະຣິໂຍສານ, ໂມຫະວິນະຢະປະຣິໂຢສານະ : ມີການນໍາອອກຊຶ່ງໂມຫະປະຣິໂຍສານ : (໑໙/໖໙/໒໖໗) ; ອະມະໂຕຄະດະ : ຢັ່ງລົງສູ່ອະມະຕະ, ອະມະຕະປະຣາຢະນະ : ມີເບື້ອງໜ້າເປັນອະມະຕະ, ອະມະຕະປະຣິໂຢຊະນະ : ມີອະມະຕະເປັນປະຣິໂຍສານ (໑໙/໖໙/໒໖໙) ; ນິບພານະນິນນະ : ນ້ອມໄປສູ່ນິບພານ, ນິບພານະໂປນະ : ນ້ອມໄປສູ່ນິບພານ, ນິບພານະປັບພາຣະ : ຄ້ອຍໄປສູ່ນິບພານ (໑໙/໗໐/໒໗໑) ; ດັ່ງນີ້ກໍມີ ; ແມ່ນວ່າໂດຍພະຍັນຊະນະຈະຕ່າງກັນ ແຕ່ກໍມຸ່ງໄປຍັງຄວາມໝາຍແບບດຽວກັນ.
ຂໍ້ຄວນສັງເກດອີກຢ່າງໜຶ່ງກໍຄື ວັຕຖຸແຫ່ງກິຈຈ໌ຂອງອະຣິຍະສັຈຈ໌ໃນສູຕນີ້ ສະແດງໄວ້ຕ່າງຈາກສູຕທີ່ຮູ້ກັນຢູ່ທົ່ວໄປ, ຄືສູຕທົ່ວໆໄປ ວັຕຖຸແຫ່ງການກໍານົດຮູ້ ສະແດງໄວ້ ດ້ວຍຄວາມທຸກຂ໌ທຸກຊະນິດ ສູຕນີ້ສະແດງໄວ້ ດ້ວຍປັນຈຸປາທານຂັນທ໌ທໍ່ນັ້ນ ; ວັຕຖຸແຫ່ງການລະ ສູຕທົ່ວໆໄປສະແດງໄວ້ ດ້ວຍຕັນຫາສາມ ສູຕນີ້ສະແດງໄວ້ດ້ວຍອະວິຊຊາ ແລະພະວະຕັນຫາ ; ວັຕຖຸແຫ່ງການເຮັດໃຫ້ແຈ້ງ ສູຕທົ່ວໆໄປສະແດງໄວ້ ດ້ວຍການດັບແຫ່ງຕັນຫາ ສູຕນີ້ສະແດງໄວ້ດ້ວຍ
ວິຊຊາ ແລະວິມຸຕຕິ ; ວັຕຖຸແຫ່ງການເຮັດໃຫ້ຈະເຣີນ ສູຕທົ່ວໆໄປສະແດງໄວ້ ດ້ວຍອະຣິຍະ
ອັຕຖັງຄິກະມັຄຄະ ສ່ວນໃນສູຕນີ້ສະແດງໄວ້ ດ້ວຍສະມະຖະແລະວິປັສະນາ. ຖ້າຜູ່ສຶກສາເຂົ້າໃຈຄວາມໝາຍ ຂອງຄໍາທີ່ສະແດງໄວ້ແຕ່ລະຝ່າຍ ຢ່າງທົ່ວເຖິງແລ້ວ ກໍຈັກເຫັນໄດ້ວ່າບໍ່ຂັດແຍ້ງອັນໃດກັນ).
ອັຕຖັງຄິກະມັຄຄະຊະນິດທີ່ຈະເຣີນແລ້ວ
ເຮັດໃຫ້ໂພທິປັກຂິຢະທັມສົມບູນໄປໃນໂຕ
ພິກຂຸ ທ. ! ປຽບດັ່ງລົມຊະນິດຕ່າງໆ ຍ່ອມພັດໄປໃນອາກາສ ; ຄືລົມທາງທິາເວັນອອກພັດໄປແດ່ ລົມທາງທິສຕາເວັນຕົກພັດໄປແດ່ ລົມທາງທິສເໜືອພັດໄປແດ່ ລົມທາງທິສໃຕ້ພັດໄປແດ່ ລົມມີທຸລີພັດໄປແດ່ ລົມບໍ່ມີທຸລີພັດໄປແດ່ ລົມໜາວພັດໄປແດ່ ລົມຮ້ອນພັດໄປແດ່ ລົມອ່ອນພັດໄປແດ່ ລົມແຮງພັດໄປແດ່, ນີ້ເຊັ່ນໃດ ;
໑໔໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ, ກ່າວຄື ເມື່ອພິກຂຸຈະເຣີນ ເຮັດໃຫ້ຫຼາຍຢູ່ຊຶ່ງ ອະຣິຍະອັຕຖັງຄິກະມັຄຄະ :
ແມ່ນວ່າ ສະຕິປັຕຖານສີ່ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ;
ແມ່ນວ່າ ສັມມັປປະທານສີ່ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ;
ແມ່ນວ່າ ອິດທິບາດສີ່ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ;
ແມ່ນວ່າ ອິນຊີຫ້າ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ;
ແມ່ນວ່າ ພະລະຫ້າ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ ;
ແມ່ນວ່າ ໂພຊຊົງຄ໌ເຈັດ ກໍເຖິງຊຶ່ງຄວາມບໍລິບູນແຫ່ງພາວະນາ. (ທັມເຫຼົ່ານີ້ ຄົບຢູ່ທັງ ໖ ຊະນິດ ເຊັ່ນດຽວກັບທີ່ໃນອາກາສ ມີລົມພັດຟູ່ຄົບທຸກຊະນິດ, ເຊັ່ນໃດກໍເຊັ່ນນັ້ນ).
ພິກຂຸ ທ. ! ເມື່ອພິກຂຸ ຈະເຣີນເຮັດໃຫ້ຫຼາຍຢູ່ຊຶ່ງ ອະຣິຍະອັຕຖັງຄິກະມັຄຄະຢູ່ແນວໃດໜໍ (ທັມ ໖ ຊະນິດນັ້ນ ຈຶ່ງເຖິງຄວາມບໍລິບູນແຫ່ງພາວະນາ) ?
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸຍ່ອມຈະເຣີນສັມມາທິຕຖິ ... ສັມມາສັງກັປປະ ..... ສັມມາວາຈາ .... ສັມມາກັມມັນຕະ .... ສັມມາອາຊີວະ .... ສັມມາວາຢາມະ ....ສັມມາສະຕິ .... ສັມມາສະມາທິ ຊະນິດທີ່ ມີວິເວກອາໄສແລ້ວ ມີວິຣາຄະອາໄສແລ້ວ ມີນິໂຣທະອາໄສແລ້ວ ມີປົກກະຕິນ້ອມໄປເພື່ອການສະລັດອອກ.
ພິກຂຸ ທ. ! ເມື່ອພິກຂຸຈະເຣີນເຮັດໃຫ້ຫຼາຍຢູ່ ຊຶ່ງອະຣິຍະອັຕຖັງຄິກະມັຄຄະຢູ່ເຊັ່ນນີ້ແລ (ທັມ ໖ ຊະນິດນັ້ນ ຈຶ່ງເຖິງຄວາມບໍລິບູນແຫ່ງພາວະນາ)
- ມຫາວາຣ. ສັງ. ໑໙/໗໔/໒໘໒-໒໘໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໒໑








