ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ປຽບດັ່ງເຮືອນຮັບຮອງແຂກມີຢູ່. ນະເຮືອນນັ້ນ ມີແຂກມາຈາກທິສຕາເວັນອອກ ພັກອາໄສຢູ່ແດ່ ມາຈາກທິສຕາເວັນຕົກພັກອາໄສຢູ່ແດ່ ມາຈາກທິສ
ເໜືອພັກອາໄສຢູ່ແດ່ ມາຈາກທິສໃຕ້ພັກອາໄສຢູ່ແດ່ ມີແຂກວັນນະກະສັຕມາພັກຢູ່ກໍມີ ມີແຂກວັນນະພຣາມມາພັກຢູ່ກໍມີ ມີແຂກວັນນະແພດມາພັກຢູ່ກໍມີ ມີແຂກວັນນະສູຕມາພັກຢູ່ກໍມີ (ໃນເຮືອນຫຼັງດຽວພັກກັນຢູ່ໄດ້ເຖິງສີ່ວັນນະ ຈາກສີ່ທິສ ດັ່ງນີ້), ນີ້ເຊັ່ນໃດ ;
ພິກຂຸ ທ. ! ຂໍ້ນີ້ເຊັ່ນນັ້ນ ກ່າວຄື ພິກຂຸເມື່ອຈະເຣີນ ເຮັດໃຫ້ຫຼາຍຢູ່ຊຶ່ງອະຣິຍະ
ອັຕຖັງຄິກະມັຄຄະ :-
ຍ່ອມ ກໍານົດຮູ້ ຊຶ່ງທັມອັນຄວນກໍານົດຮູ້ດ້ວຍປັນຍາອັນຍິ່ງໄດ້ ;
ຍ່ອມ ລະ ຊຶ່ງທັມອັນຄວນລະດ້ວຍປັນຍາອັນຍິ່ງໄດ້ ;
ຍ່ອມ ເຮັດໃຫ້ແຈ້ງ ຊຶ່ງທັມອັນຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງໄດ້ ;
ຍ່ອມ ເຮັດໃຫ້ຈະເຣີນ ຊຶ່ງທັມອັນຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງໄດ້. (ໝາຍຄວາມວ່າ ໃນການຈະເຣີນອະຣິຍະມັຄຄະພຽງຢ່າງດຽວນັ້ນ ຍ່ອມມີການເຮັດ ແລະ ຜົລແຫ່ງການເຮັດລວມຢູ່ເຖິງສີ່ຢ່າງ ເຊັ່ນດຽວກັບເຮືອນຫຼັັງດຽວມີຄົນພັກລວມຢູ່ ໔ ພວກ, ເຊັ່ນໃດກໍເຊັ່ນນັ້ນ).
ພິກຂຸ ທ. ! ທັມເຫຼົ່າໃດໜໍ ເປັນ ທັມອັນຄວນກໍານົດຮູ້ດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີວ່າ ປັນຈຸປາທານຂັນທ໌ ; ກ່າວຄື ຂັນທ໌ເປັນບ່ອນຢຶດໝັ້ນຄື ຮູບ, ຂັນທ໌ເປັນບ່ອນຢຶດໝັ້ນຄື ເວທະນາ, ຂັນທ໌ເປັນບ່ອນຢຶດໝັ້ນຄື ສັນຍາ, ຂັນທ໌ເປັນບ່ອນຢຶດໝັ້ນຄື ສັງຂາຣ, ຂັນທ໌ເປັນບ່ອນຢຶດໝັ້ນຄື ວິນຍານ.
໑໔໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ທັມເຫຼົ່າໃດໜໍ ເປັນ ທັມທີ່ຄວນລະດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີຢູ່ວ່າ ອະວິຊຊາ ແລະ ພະວະຕັນຫາ.
ພິກຂຸ ທ. ! ທັມເຫຼົ່າໃດໜໍ ເປັນ ທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີຢູ່ວ່າ : ວິຊຊາ ແລະ ວິມຸຕຕິ.
ພິກຂຸ ທ. ! ທັມເຫຼົ່າໃດໜໍ ເປັນ ທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີຢູ່ວ່າ : ສະມະຖະ ແລະ ວິປັສະນາ.
ພິກຂຸ ທ. ! ເມື່ອພິກຂຸ ຈະເຣີນເຮັດໃຫ້ຫຼາຍ ຊຶ່ງອະຣິຍະອັຕຖັງຄິກະມັຄຄະຢູ່ແນວໃດໜໍ (ຈຶ່ງຈະ ມີຜົລ ໔ ປະການນັ້ນ) ?
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸຍ່ອມຈະເຣີນສັມມາທິຕຖິ ... ສັມມາສັງກັປປະ .... ສັມມາວາຈາ ... ສັມມາກັມມັນຕະ ... ສັມມາອາຊີວະ ... ສັມມາວາຢາມະ ...ສັມມາສະຕິ .... ສັມມາສະມາທິ ຊະນິດທີ່ ມີວິເວກອາໄສແລ້ວ ມີວິຣາຄະອາໄສແລ້ວ ມີນິໂຣດອາໄສແລ້ວ ມີປົກກະຕິນ້ອມໄປເພື່ອການສະລັດອອກ.
ພິກ ທ. ! ເມື່ອພິກຂຸຈະເຣີນ ເຮັດໃຫ້ຫຼາຍ ຊຶ່ງອະຣິຍະອັຕຖັງຄິກະມັຄຄະຢູ່ເຊັ່ນນີ້ແລ (ຈຶ່ງມີຜົລ ໔ ປະການນັ້ນ).
- ມຫາວາຣ. ສັງ. ໑໙/໗໗-໗໘/໒໙໐-໒໙໕.
(ທັມ ໔ ຢ່າງ ໃນສູຕນີ້ ລຽງລະດັບໄວ້ເປັນ ທັມທີ່ຄວນກໍານົດຮູ້ ຄວນລະ ຄວນເຮັດໃຫ້ແຈ້ງ ຄວນເຮັດໃຫ້ຈະເຣີນ ກົງກັບຫຼັກທັມມະດາທົ່ວໄປຂອງອະຣິຍະສັຈຈ໌ສີ່ ; ແມ່ນແຕ່ສູຕອື່ນ
(ອຸປຣິ. ມ. ໑໔/໕໒໔/໘໒໙) ລຽງລະດັບໄວ້ເປັນແບບອື່ນຄື : ທັມທີ່ຄວນກໍານົດຮູ້ ຄວນລະ ຄວນເຮັດໃຫ້ຈະເຣີນ ຄວນເຮັດໃຫ້ແຈ້ງ, ດັ່ງນີ້ກໍມີ ; ແຕ່ກໍຍັງຄົງເປັນອະຣິຍະສັຈຈ໌ສີ່ໄດ້ຢູ່ນັ້ນເອງ
ບໍ່ມີຜົລເປັນການຂັດແຍ້ງປະການໃດ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໑໙








