ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະກ້າວຂ້າມອາກາສານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ .... ໆລໆ ... (ຂໍ້ຄວາມທີ່ຈໍ້າເມັດປະໄວ້ນີ້ ມີຂໍ້ຄວາມທີ່ຕຣັດໄວ້ຄືດັ່ງ ໃນຕອນທີ່ຕຣັດເຖິງເລື່ອງ ອາກາສານັນຈາຢະຕະນະຂ້າງເທິງນີ້ ທຸກໂຕອັກສອນ ຕ່າງແຕ່ປ່ຽນຈາກອາກາສານັນຈາຢະຕະນະ ມາເປັນວິນຍານັນຈາຢະຕະນະທໍ່ນັ້ນ ແມ່ນວ່າໃນຕອນອາກິນຈັນຍາຢະຕະນະທີ່ລະໄວ້ ກໍຈົ່ງຮູ້ໂດຍໄນຍະນີ້, ຈົນວ່າເຖິງຂໍ້ຄວາມວ່າ) ... ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.
ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະກ້າວຂ້າມວິນຍານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ແລ້ວແລຢູ່ .... ໆລໆ .... (ມີເນື້ອຄວາມຄືດັ່ງໃນຕອນອາກາສານັນຈາຢະຕະນະ) ... ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.
- ມ. ມ. ໑໓/໑໕໗-໑໖໑/໑໕໖-໑໕໘.
(ສະຫຼຸບຄວາມວ່າ ມັຄຄະ ຫຼື ປະຕິປະທານີ້ ລະໂອຣັມພາຄິຢະສັນໂຍຊນ໌ໄດ້ ເພາະການເຫັນອະນິຈຈະຕາ ຈົນວ່າເຖິງ ອະນັຕຕາ ລວມເປັນ ໑໑ ລັກສະນະໃນ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນປາກົດຢູ່ໃນຂະນະແຫ່ງຮູບຊານທັງສີ່ ແຕ່ລະຊານໆ ; ແລະ ເຫັນທັມ ໑໑ ຢ່າງນັ້ນ ແບບດຽວກັນໃນ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນປາກົດຢູ່ໃນຂະນະແຫ່ງ ອະຮູບສະມາບັຕທັງສາມ ເບື້ອງຕົ້ນແຕ່ລະສະມາບັຕໆ ເວັ້ນເນວະສັນຍານາສັນຍາຢະຕະນະ ; ນັບເປັນທັມທີ່ລະອຽດສຸຂຸມທີ່ສຸດ. ຜູ່ສຶກສາຈົ່ງພິຈາຣະນາ ໃຫ້ເປັນຢ່າງດີ ບ່ອນທີ່ວ່າຂັນທ໌ຫ້າ ຫຼື ຂັນທ໌ສີ່ ຢູ່ທີ່ຈິຕໃນຂະນະທີ່ມີຊານ ດັ່ງນີ້).
໑໔໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ການເປັນຢູ່ທີ່ນ້ອມໄປເພື່ອນິບພານຢູ່ໃນໂຕ
(ມັຊຊິມາປະຕິປະທາໂດຍອັຕຕະໂນມັດ)
ພິກຂຸ ທ. ! ທັມ ໕ ປະການເຫຼົ່ານີ້ ເມື່ອບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ (ເອກັນຕະນິບພິດາ) ເພື່ອຄວາມຄາຍກໍາໜັດ (ວິຣາຄະ) ເພື່ອຄວາມດັບ (ນິໂຣດະ) ເພື່ອຄວາມສະງົບ (ອຸປະສະມະ) ເພື່ອຄວາມຮູ້ຍິ່ງ (ອະພິນຍາ) ເພື່ອຄວາມຮູ້ພ້ອມ (ສັມໂພດະ) ເພື່ອນິບພານ. ຫ້າປະການ ແນວໃດໜໍ ? ຫ້າປະການຄື : ພິກຂຸໃນກໍລະນີນີ້ :-
ເປັນຜູ່ ມີປົກກະຕິຕາມເຫັນຄວາມບໍ່ງາມໃນກາຍ ຢູ່ ;
ເປັນຜູ່ ມີຄວາມສໍາຄັນວ່າປະຕິກູລໃນອາຫາຣ ຢູ່ ;
ເປັນຜູ່ ມີຄວາມສໍາຄັນວ່າເປັນສິ່ງບໍ່ໜ້າຍິນດີໃນໂລກທັງປວງ ຢູ່ ;
ເປັນຜູ່ ມີປົກກະຕິຕາມເຫັນວ່າບໍ່ທ່ຽງ ໃນສັງຂາຣທັງປວງ ຢູ່ ; ແລະ
ມໍຣະນະສັນຍາ ເປັນສິ່ງທີ່ພິກຂຸນັ້ນ ເຂົ້າໄປຕັ້ງໄວ້ດີແລ້ວໃນພາຍໃນ ຢູ່.
ພິກຂຸ ທ. ! ທັມ ໕ ປະການເຫຼົ່ານີ້ແລ ເມື່ອບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ.
- ປັນຈກ. ອັງ. ໒໒/໙໔/໖໙.
(ຂໍ້ນີ້ໝາຍຄວາມວ່າ ເມື່ອມີການປະຕິບັຕຢູ່ເຊັ່ນນີ້ ຜົລຍ່ອມເກີດຂຶ້ນ ເປັນການນ້ອມໄປເພື່ອນິບພານຢູ່ໃນໂຕ ໂດຍບໍ່ຕ້ອງເຈຕະນາ ຄືດັ່ງແມ່ໄກ່ຝັກໄຂ່ຢ່າງດີແລ້ວ ລູກໄກ່ຍ່ອມອອກມາເປັນໂຕ ໂດຍທີ່ແມ່ໄກ່ບໍ່ຕ້ອງເຈຕະນາໃຫ້ອອກມາ, ເຊັ່ນໃດກໍເຊັ່ນນັ້ນ. ຂໍໃຫ້ພິຈາຣະນາເບິ່ງໃຫ້ດີທຸກຄົນເຖີ້ນ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໑໗
ໝວດ ງ. ວ່າດ້ວຍ ການເຮັດໜ້າທີ່ຂອງມັຄຄະ
ອັຕຖັງຄິກະມັຄຄະຊະນິດທີ່ຈະເຣີນແລ້ວ
ເຮັດກິຈຈ໌ແຫ່ງອະຣິຍະສັຈຈ໌ສີ່ພ້ອມກັນໄປໃນໂຕ.








