ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມເຂົ້າໄປສະງົບລະງັບເສຍໄດ້ຊຶ່ງວິຕົກແລະວິຈາຣ ຈຶ່ງເຂົ້າເຖິງ ທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່. .... ໆລໆ .... (ຂໍ້ຄວາມບ່ອນທີ່ຈໍ້າເມັດໆປະໄວ້ນີ້ ມີເນື້ອຄວາມເຕັມຄືໃນຕອນທີ່ກ່າວເຖິງປະຖົມມະຊານ ຂ້າງເທິງນັ້ນທຸກໂຕອັກສອນ ຕ່າງແຕ່ຄໍາວ່າ

ປະຖົມມະຊານ ເປັນທຸຕິຢະຊານທໍ່ນັ້ນ ແມ່ນວ່າຂໍ້ຄວາມທີ່ຈໍ້າເມັດປະໄວ້ ໃນຕອນຕະຕິຢະຊານ ແລະ ຈະຕຸຕຖະຊານ ກໍສາມາດຮູ້ໄດ້ໂດຍໄນຍະນີ້ ຜູ່ສຶກສາສາມາດຕື່ມໃຫ້ເຕັມເອງ ; ຈົນເຖິງຂໍ້ຄວາມວ່າ) ... ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.

ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ່ຢູ່ອຸເປກຂາ ມີສະຕິ ແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍ

ນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນລະເສີນຜູ່ນັ້ນວ່າ “ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່. .... ໆລໆ .... (ມີເນື້ອຄວາມເຕັມດັ່ງໃນຕອນປະຖົມມະຊານ) ... ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.

ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະລະສຸຂ ເສຍໄດ້ ແລະ ເພາະລະທຸກຂ໌ເສຍໄດ້ ເພາະ ຄວາມດັບໄປແຫ່ງໂສມະນັສສະ ແລະໂທມະນັສສະທັງສອງໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມມີສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. .... ໆລໆ .... (ມີເນື້ອຄວາມເຕັມດັ່ງໃນຕອນປະຖົມມະຊານ) ... ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.

໑໔໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ອານົນທ໌ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະກ້າວຂ້າມຮູບສັນຍາ ເສຍໄດ້ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະການບໍ່ໃສ່ໃຈຊຶ່ງນານັຕຕະສັນຍາ ຈຶ່ງ ເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ ອາກາສບໍ່ມີທີ່ສິ້ນສຸດ ດັ່ງນີ້ ແລ້ວແລຢູ່. ໃນອາກາສານັນຈາຢະຕະນະນັ້ນ ມີທັມຄື ເວທະນາ ສັນຍາ ສັງຂາຣ ວິນຍານ (ທີ່ກໍາລັງເຮັດໜ້າທີ່ຢູ່)໑ ; ເຂົານັ້ນ ຕາມເຫັນຊຶ່ງທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ໂດຍຄວາມເປັນທຸກຂ໌ ເປັນໂຣຄະ ເປັນຫົວຝີ ເປັນລູກສອຣ ເປັນຄວາມຍາກລໍາບາກ ເປັນອາພາດ ເປັນດັ່ງຜູ່ອື່ນ (ໃຫ້ຢືມມາ) ເປັນຂອງແຕກສະຫຼາຍ ເປັນຂອງຫວ່າງ ເປັນຂອງບໍ່ແມ່ນຕົນ ເຂົາດໍາຣົງຈິຕດ້ວຍທັມ (ຄືຂັນທ໌ພຽງສີ່) ເຫຼົ່ານັ້ນ (ອັນປະກອບດ້ວຍລັກສະນະ ໑໑ ປະການ ມີອະນິຈຈະລັກສະນະເປັນຕົ້ນ) ແລ້ວຈຶ່ງ ນ້ອມຈິຕໄປສູ່ອະມະຕະທາຕຸ (ຄືນິບພານ) ດ້ວຍການກໍານົດວ່າ “ນັ້ນສະງົບ ນັ້ນປະນີຕ : ນັ້ນຄືທັມມະຊາຕເປັນບ່ອນສະງົບລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະຫຼັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ດັ່ງນີ້. ເຂົາດໍາຣົງຢູ່ໃນວິປັສສະນາຍານ ມີອາກາສານັນຈາຢະຕະນະເປັນບາດນັ້ນ ຍ່ອມເຖິງ ຄວາມດັບສິ້ນໄປແຫ່ງອາສະວະ ; ຖ້າບໍ່ເຖິງຄວາມດັບສິ້ນໄປແຫ່ງອາສະວະ ກໍເປັນ ໂອປະປາຕິກະ ອະນາຄາມີ ຜູ່ປະຣິນິບພານໃນພົບນັ້ນ ມີການບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີໃນເບື້ອງຕໍ່າຫ້າປະການ ແລະ ເພາະອໍານາດແຫ່ງທັມມະຣາຄະ. ທັມມະນັນທິ (ອັນເກີດຈາກການກໍານົດຈິຕໃນອະມະຕະທາຕຸ) ນັ້ນໆ ນັ້ນເອງ. ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍໄດ້ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.

໑. ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ໃນພວກຣູປະສະມາບັຕມີຂັນທ໌ຄົບຫ້າ ; ສ່ວນໃນອະຣູປະສະມາບັຕ

ມີຂັນທ໌ພຽງສີ່ ຄືຂາດຮູບຂັນທ໌ໄປ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໑໕

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ