ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ອົງຄຸນທັງຫົກປະການນີ້ ຈໍາເປັນແກ່ຜູ່ເປັນທັມມະກະຖຶກທຸກປະການ ໂດຍສະເພາະຢ່າງຍິ່ງ ສໍາລັບທັມມະກະຖຶກແຫ່ງຍຸກນີ້ ຂໍໃຫ້ພິຈາຣະນາປັບປຸງຕົນເອງ ໃຫ້ມີຄຸນນະທັມເຫຼົ່ານີ້ຄົບຖ້ວນເຖີ້ນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໑໑

ທັມອັນເປັນທີ່ສຸດຂອງສະມະນະປະຕິບັຕ

ຖະປະຕິ ! ເຮົາບັນຍັຕບຸຣຸສບຸຄຄົນ ຜູ່ປະກອບດ້ວຍທັມ ໑໐ ປະການເຫຼົ່າໃດໜໍ ວ່າເປັນສະມະນະຜູ່ມີກຸສົລເຖິງພ້ອມ ມີກຸສົລຢ່າງຍິ່ງ ເຖິງທັມທີ່ຄວນບັນລຸອັນອຸດົມ ບໍ່ນ້ອຍໜ້າໃຜ ? ຖະປະຕິ ! ພິກຂຸໃນກໍລະນີນີ້ :-

ປະກອບດ້ວຍສັມມາທິຕຖິ ອັນເປັນອະເສຂະ ;

ປະກອບດ້ວຍສັມມາສັງກັປປະ ອັນເປັນອະເສຂະ ;

ປະກອບດ້ວຍສັມມາວາຈາ ອັນເປັນອະເສຂະ ;

ປະກອບດ້ວຍສັມມາກັມມັນຕະ ອັນເປັນອະເສຂະ ;

ປະກອບດ້ວຍສັມມາອາຊີວະ ອັນເປັນອະເສຂະ ;

ປະກອບດ້ວຍສັມມາວາຢາມະ ອັນເປັນອະເສຂະ ;

ປະກອບດ້ວຍສັມມາສະຕິ ອັນເປັນອະເສຂະ ;

ປະກອບດ້ວຍສັມມາສະມາທິ ອັນເປັນອະເສຂະ ;

ປະກອບດ້ວຍສັມມາຍານະ ອັນເປັນອະເສຂະ ;

ປະກອບດ້ວຍສັມມາວິມຸຕຕິ ອັນເປັນອະເສຂະ.

ຖະປະຕິ ! ເຮົາບັນຍັຕບຸຣຸສບຸຄຄົນ ຜູ່ປະກອບດ້ວຍທັມ ໑໐ ປະການເຫຼົ່ານີ້ແລ ວ່າເປັນສະມະນະ ຜູ່ມີກຸສົລເຖິງພ້ອມ ມີກຸສົລຢ່າງຍິ່ງ ເຖິງທັມທີ່ຄວນບັນລຸອັນອຸດົມ ບໍ່ນ້ອຍໜ້າໃຜ.

- ມ. ມ. ໑໓/໓໕໑/໓໖໖.

ປະຕິປະທາເພື່ອລະໂອຣັມພາຄິຢະສັນໂຍຊນ໌ກໍຄືມັຄຄະ

ອານົນທ໌ ! ມັຄຄາໃດ ປະຕິປະທາໃດ ເປັນໄປເພື່ອລະເສຍຊຶ່ງ ໂອຣັມພາຄິຢະສັນໂຍຊນ໌ຫ້າ ມີຢູ່ ; ການທີ່ບຸຄຄົນຈະບໍ່ອາໄສ ຊຶ່ງມັຄຄານັ້ນ ຊຶ່ງປະຕິປະທານັ້ນ ແລ້ວຈັກຮູ້ຈັກເຫັນ ຫຼືວ່າຈະລະ ຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ :

໑໔໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ; ເຊັ່ນດຽວກັບ ການທີ່ບຸຄຄົນບໍ່ຖາກເປືອກ ບໍ່ຖາກມອກຂອງຕົ້ນໄມ້ໃຫຍ່ ມີແກ່ນຢືນຕັ້ງຕົ້ນຢູ່ເສຍກ່ອນ ແລ້ວຈະໄປຖາກເອົາແກ່ນນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້, ເຊັ່ນໃດກໍເຊັ່ນນັ້ນ . ....

ອານົນທ໌ ! ມັຄຄະ ແລະປະຕິປະທາ ເພື່ອລະເສຍຊຶ່ງໂອຣັມພາຄິຢະສັນໂຍຊນ໌ຫ້າ ນັ້ນເປັນແນວໃດໜໍ ?

ອານົນທ໌ ! ພິກຂຸໃນກໍລະນີນີ້ ເພາະສະຫງັດຈາກອຸປະທິ ເພາະລະເສຍຊຶ່ງ

ອະກຸສົລທັມທັງຫຼາຍ ເພາະຄວາມລະງັບສະເພາະ ແຫ່ງຄວາມຫຍາບກະດ້າງທາງກາຍ ໂດຍປະການທັງປວງ ກໍສະຫງັດຈາກກາມທັງຫຼາຍ ສະຫງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິ ແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ໃນປະຖົມມະຊານນັ້ນ ມີທັມຄື ຮູບ ເວທະນາ ສັນຍາ ສັງຂາຣ

ວິນຍານ (ທີ່ກໍາລັງເຮັດໜ້າທີ່ຢູ່) ; ເຂົານັ້ນ ຕາມເຫັນທັມຊຶ່ງທັມເຫຼົ່ານັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ໂດຍຄວາມເປັນທຸກຂ໌ ເປັນໂຣຄ ເປັນຫົວຝີ ເປັນລູກສອຣ ເປັນຄວາມຍາກລໍາບາກ ເປັນອາພາດ ເປັນດັ່ງຜູ່ອື່ນ (ໃຫ້ຢືມມາ) ເປັນຂອງແຕກສະຫຼາຍ ເປັນຂອງຫວ່າງ ເປັນຂອງບໍ່ແມ່ນຕົນ. ເຂົາດໍາຣົງຈິຕດ້ວຍທັມ (ຄືຂັນທ໌ທັງຫ້າ) ເຫຼົ່ານັ້ນ (ອັນປະກອບດ້ວຍລັກສະນະ ໑໑ ປະການ ມີອະນິຈຈະລັກສະນະເປັນຕົ້ນ) ແລ້ວຈຶ່ງ ນ້ອມຈິຕໄປສູ່ອະມະຕະທາຕຸ (ຄືນິບພານ) ດ້ວຍການກໍານົດວ່າ “ນັ້ນສະງົບລະງັບ ນັ້ນປະນີຕ ; ນັ້ນເປັນທັມມະຊາຕທີ່ສະງົບລະງັບ ແຫ່ງສັງຂາຣທັງປວງ ເປັນບ່ອນສະຫຼັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ” ດັ່ງນີ້ ເຂົາດໍາຣົງຢູ່ໃນວິປັສສະນາຍານ ມີປະຖົມມະຊານເປັນບາດນັ້ນ ຍ່ອມ ເຖິງຄວາມດັບສິ້ນໄປແຫ່ງອາສະວະ ; ຖ້າບໍ່ເຖິງຄວາມດັບສິ້ນໄປແຫ່ງ

ອາສະວະ ກໍເປັນ ໂອປະປາຕິກະ ອະນາຄາມີ ຜູ່ປະຣິນິບພານໃນພົບນັ້ນ ມີການ

ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີໃນເບື້ອງຕໍ່າຫ້າປະການ ແລະເພາະອໍານາດແຫ່ງທັມມະຣາຄະ ທັມມະນັນທິ (ອັນເກີດຈາກການກໍານົດຈິຕ ໃນອະມະຕະທາຕຸ) ນັ້ນໆ ນັ້ນເອງ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໑໓

ອານົນທ໌ ! ແມ່ນວ່ານີ້ແລ ກໍເປັນມັຄຄະ ເປັນປະຕິປະທາ ເພື່ອລະເສຍຊຶ່ງ

ໂອຣັມພາຄິຢະສັນໂຍຊນ໌ຫ້ານັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ