ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໓ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຕົນເອງ ແຕ່ ບໍ່ພໍໂຕໃນການຊ່ວຍຜູ່ອື່ນ. ສາມປະການ ແນວໃດໜໍ ? ສາມປະການຄື ພິກຂຸໃນກໍລະນີນີ້ ບໍ່ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ແຕ່ເຂົາ ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ໑ ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ໑ ຮູ້ອັຕຖະ ຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ແຕ່ເຂົາ ບໍ່ມີຄໍາເວົ້າມ່ວນຫູ ບໍ່ເຮັດຄໍາເວົ້າໃຫ້ມ່ວນຫູ ບໍ່ປະກອບດ້ວຍວາຈາແຫ່ງຊາວເມືອງອັນອ່ອນຫວານ ບໍ່ແຈ່ມໃສ ບໍ່ຈະແຈ້ງ ບໍ່ອາດໃຫ້ຮູ້ເນື້ອຄວາມໄດ້ ແລະທັງ ເຂົາບໍ່ສາມາດຊີ້ແຈງ ຊັກຈູງສະພຣົມມະຈາຣີທັງຫຼາຍ ໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໓ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຕົນເອງ ແຕ່ບໍ່ພໍໂຕເພື່ອຜູ່ອື່ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໐໙

(໖. ພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນ)

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໓ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຜູ່ອື່ນ ແຕ່ ບໍ່ພໍໂຕໃນການຊ່ວຍຕົນເອງ. ສາມປະການ ແນວໃດໜໍ ? ສາມປະການຄື ພິກຂຸໃນກໍລະນີນີ້ ບໍ່ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ແຕ່ເຂົາ ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ໑ ເຂົາບໍ່ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ແລະທັງເຂົາ ບໍ່ຮູ້ອັຕຖະ ບໍ່ຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ແຕ່ເຂົາ ມີຄໍາເວົ້າມ່ວນຫູ ເຮັດຄໍາເວົ້າໃຫ້ມ່ວນຫູ ປະກອບດ້ວຍວາຈາແຫ່ງຊາວເມືອງອັນອ່ອນຫວານ ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມໄດ້ ໑ ສາມາດຊີ້ແຈງ ຊັກຈູງສະພຣົມມະຈາຣີທັງຫຼາຍໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໓ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນເອງ.

(໗. ພໍໂຕເພື່ອຕົນເອງ ແຕ່ບໍ່ພໍໂຕເພື່ອຜູ່ອື່ນ)

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໒ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຕົນເອງ ແຕ່ ບໍ່ພໍໂຕໃນການຊ່ວຍຜູ່ອື່ນ. ສອງປະການ ແນວໃດໜໍ ? ສອງປະການຄື ພິກຂຸໃນກໍລະນີນີ້ ບໍ່ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ແລະ ບໍ່ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ແຕ່ເຂົາ ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ໑ ຮູ້ອັຕຖະຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ແຕ່ເຂົາ ບໍ່ມີຄໍາເວົ້າມ່ວນຫູ ບໍ່ເຮັດຄໍາເວົ້າໃຫ້ມ່ວນຫູ ບໍ່ປະກອບດ້ວຍວາຈາແຫ່ງຊາວເມືອງອັນອ່ອນຫວານ ແຈ່ມໃສ ຈະແຈ້ງ ບໍ່ອາດໃຫ້ຮູ້ເນື້ອຄວາມໄດ້ ແລະທັງເຂົາ ບໍ່ສາມາດຊີ້ແຈງ ຊັກຈູງ ສະພຣົມມະຈາຣີທັງຫຼາຍໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໒ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຕົນເອງ ແຕ່ບໍ່ພໍໂຕເພື່ອຜູ່ອື່ນ.

໑໔໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(໘. ພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນ)

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໒ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຜູ່ອື່ນ ແຕ່ ບໍ່ພໍໂຕໃນການຊ່ວຍຕົນເອງ. ສອງປະການ ແນວໃດໜໍ ? ສອງປະການຄື ພິກຂຸໃນກໍລະນີນີ້ ບໍ່ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ແລະ ບໍ່ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ບໍ່ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ແລະທັງ ບໍ່ຮູ້ອັຕຖະ ບໍ່ຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ແຕ່ວ່າເຂົາ ມີຄໍາເວົ້າມ່ວນຫູ ເຮັດຄໍາເວົ້າໃຫ້ມ່ວນຫູ ປະກອບດ້ວຍວາຈາແຫ່ງຊາວເມືອງອັນອ່ອນຫວານ ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມໄດ້ ໑ ແລະທັງເຂົາສາມາດຊີ້ແຈງຊັກຈູງ ສະພຣົມມະຈາຣີທັງຫຼາຍໃຫ້ອາດຫານ ເບີກບານດ້ວຍ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໒ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນເອງ.

- ອັຕຖກ. ອັງ. ໒໓/໓໐໕-໓໐໘/໑໕໒-໑໕໙.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ