ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຕົນເອງ ພໍໂຕໃນການຊ່ວຍຜູ່ອື່ນ. ຫົກປະການ ແນວໃດໜໍ ? ຫົກປະການຄື : ພິກຂຸໃນກໍລະນີນີ້ ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ໑ ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ໑ ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ໑ ຮູ້ອັຕຖະ ຮູ້ທັມມະແລ້ວ ປະຕິບັຕທັມສົມຄວນແກ່ທັມ ໑ ມີຄໍາເວົ້າມ່ວນຫູ ເຮັດຄໍາເວົ້າໃຫ້ມ່ວນ ປະກອບດ້ວຍວາຈາແຫ່ງຊາວເມືອງ ອັນອ່ອນຫວານ ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມໄດ້ ໑ ສາມາດຊີ້ແຈງຊັກຈູງສະພຣົມມະຈາຣີທັງຫຼາຍ ໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕ ທັງເພື່ອຕົນແລະຜູ່ອື່ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໐໗
(໒. ພໍໂຕທັງເພື່ອຕົນ ແລະຜູ່ອື່ນ)
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໕ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຕົນເອງ ພໍໂຕໃນການຊ່ວຍຜູ່ອື່ນ. ຫ້າປະການແນວໃດໜໍ ? ຫ້າປະການຄື : ພິກຂຸໃນກໍລະນີນີ້ ບໍ່ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ແຕ່ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ໑ ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ໑ ຮູ້ອັຕຖະ ຮູ້ທັມມະແລ້ວ ປະຕິບັຕທັມສົມຄວນແກ່ທັມ ໑ ມີຄໍາເວົ້າມ່ວນຫູ ເຮັດຄໍາເວົ້າໃຫ້ມ່ວນຫູ ປະກອບດ້ວຍວາຈາແຫ່ງຊາວເມືອງ ອັນອ່ອນຫວານ
ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມໄດ້ ໑ ສາມາດຊີ້ແຈງຊັກຈູງສະພຣົມມະຈາຣີທັງຫຼາຍ ໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕ ທັງເພື່ອຕົນແລະຜູ່ອື່ນ.
(໓. ພໍໂຕເພື່ອຕົນ ແຕ່ບໍ່ພໍໂຕເພື່ອຜູ່ອື່ນ)
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໔ ປະການ ເປັນຜູ່ ສາມາດພໍໂຕໃນການຊ່ວຍຕົນເອງ ແຕ່ ບໍ່ພໍໂຕໃນການຊ່ວຍຜູ່ອື່ນ. ສີ່ປະການ ແນວໃດໜໍ ? ສີ່ປະການຄື : ພິກຂຸໃນກໍລະນີນີ້ ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ໑ ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ໑ ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ໑ ຮູ້ອັຕຖະ ຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ໑ ແຕ່ເຂົາ
ບໍ່ແມ່ນຜູ່ມີຄໍາເວົ້າມ່ວນຫູ ບໍ່ເຮັດຄໍາເວົ້າໃຫ້ມ່ວນຫູ ບໍ່ປະກອບດ້ວຍວາຈາແຫ່ງຊາວເມືອງ ອັນອ່ອນຫວານ ບໍ່ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມບໍ່ໄດ້ ແລະທັງ
ບໍ່ສາມາດຊີ້ແຈງ ຊັກຈູງສະພຣົມມະຈາຣີທັງຫຼາຍ ໃຫ້ອາດຫານ ເບີກບານ. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຕົນເອງ ແຕ່
ບໍ່ພໍໂຕເພື່ອຜູ່ອື່ນ.
໑໔໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ
(໔. ພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນ)
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໔ ປະການ ເປັນຜູ່ ສາມາດພໍໂຕໃນການຜູ່ອື່ນ ແຕ່ ບໍ່ພໍໂຕໃນການຊ່ວຍຕົນເອງ. ສີ່ປະການແນວໃດໜໍ ? ສີ່ປະການຄື : ພິກຂຸໃນກໍລະນີນີ້ ເປັນຜູ່ຈັບສວຍເອົາໄດ້ໄວໃນກຸສົລທັມທັງຫຼາຍ ໑ ມີທັມມະຊາຕແຫ່ງຄວາມຊົງຈໍາທັມ ທີ່ໄດ້ຟັງແລ້ວ ແຕ່ເຂົາ ບໍ່ມີປົກກະຕິພິຈາຣະນາເນື້ອຄວາມແຫ່ງທັມ ທີ່ຊົງຈໍາໄວ້ແລ້ວ ແລະທັງ ບໍ່ຮູ້ອັຕຖະ ບໍ່ຮູ້ທັມມະແລ້ວ ປະຕິບັຕຕາມທັມສົມຄວນແກ່ທັມ ໑ ມີຄໍາເວົ້າມ່ວນຫູ ເຮັດຄໍາເວົ້າໃຫ້ມ່ວນຫູ ປະກອບດ້ວຍວາຈາແຫ່ງຊາວເມືອງ ອັນອ່ອນຫວານ ແຈ່ມໃສ ຈະແຈ້ງ ອາດໃຫ້ຮູ້ເນື້ອຄວາມໄດ້ ໑ ສາມາດຊີ້ແຈງ ຊັກຈູງ ສະພຣົມມະຈາຣີທັງຫຼາຍ ໃຫ້ອາດຫານ ເບີກບານ ໑. ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ເປັນຜູ່ສາມາດພໍໂຕເພື່ອຜູ່ອື່ນ ແຕ່ບໍ່ພໍໂຕເພື່ອຕົນເອງ.
(໕. ພໍໂຕເພື່ອຕົນເອງ ແຕ່ບໍ່ພໍໂຕເພື່ອຜູ່ອື່ນ)








