ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

[ຄໍາວ່າ “ເພື່ອຮູ້ຍິ່ງ” ໃນສູຕນີ້ ໃນສູຕອື່ນຊົງສະແດງໄວ້ດ້ວຍຄໍາວ່າ “ເພື່ອຄວາມຮອບຮູ້ (ປຣິນຍາ)” ກໍມີ ດ້ວຍຄໍາວ່າ “ເພື່ອຄວາມດັບສິ້ນໄປຮອບ (ປະຣິກຂະຢະ)” ກໍມີ ດ້ວຍຄໍາວ່າ “ເພື່ອການລະເສຍ (ປະຫານະ)” ກໍມີ.

ສໍາລັບຄໍາວ່າ ຈະເຣີນ ອະຣິຍະອັຕຖັງຄິກະມັຄຄະ ຊະນິດທີ່ອາໄສວິເວກ ອາໄສວິຣາຄະ ເປັນຕົ້ນນັ້ນ ໃນກໍລະນີນີ້ ໃນສູຕອື່ນຕຣັດວ່າ ຈະເຣີນອະຣິຍະອັຕຖັງຄິກະມັຄຄະ ຊະນິດທີ່ມີ ການນໍາອອກຊຶ່ງ ຣາຄະ-ໂທສະ-ໂມຫະ ເປັນປະຣິໂຍສານ ຊະນິດທີ່ ມີການຢັ່ງລົງສູ່ອະມະຕະ ມີອະມະຕະເປັນເບື້ອງໜ້າ ມີອະມະຕະເປັນປະຣິໂຍສານ ຫຼືຊະນິດທີ່ ມີການຄ້ອຍ-ອຽງ-ນ້ອມໄປສູ່ນິບພານ ແບບນອງດຽວກັນຫຼາຍຫົວຂໍ້ຫຼັງຈາກ ຫົວຂໍ້ນີ້ໄປກໍມີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໐໕

ສໍາລັບຄໍາວ່າ ພຣົມມະຈັນຣຍ໌ ໃນກໍລະນີນີ້ແຫ່ງການສະແຫວງຫານີ້ ໝາຍເຖິງພຣົມມະຈັນຣຍ໌ຝ່າຍຜິດ ຊຶ່ງເປັນສີລັບພັດຕະປຣາມາດ ເພາະໃສໃນເຄືອດຽວກັນກັບກາມ ແລະ ພົບ.

ສໍາລັບສິ່ງທີ່ຕ້ອງການກໍານົດຮູ້ແລ້ວລະເສຍ ຊຶ່ງເອີ້ນວ່າ ເອສະນາ (ການສະແຫວງຫາ) ໃນສູຕນີ້ນັ້ນ ໃນສູຕອື່ນຊົງສະແດງໄວ້ໂດຍຊື່ອື່ນ ສໍາລັບການກໍານົດຮູ້ແລ້ວລະເສຍເຊັ່ນດຽວກັນ ໄດ້ແກ່ :-

ວິດາ (ຄວາມຮູ້ສຶກຢຶດຖື ທີ່ເຮັດໃຫ້ເກີດການປຽບທຽບວ່າ ຊົ່ວກວ່າ ສະເໝີກັນ ດີກວ່າ)

໓ ຢ່າງ ດັ່ງນີ້ກໍມີ ;

ອາສະວະ (ຄື ກາມາສະວະ ພະວາສະວະ ອະວິຊຊາສະວະ) ໓ ຢ່າງ ດັ່ງນີ້ກໍມີ ;

ພົບ (ຄືກາມະພົບ ຮູບພົບ ອະຮູບພົບ) ໓ ຢ່າງ ດັ່ງນີ້ກໍມີ ;

ທຸກຂະຕາ (ຄືທຸກຂ໌ເພາະທຸກຂ໌ ທຸກຂ໌ເພາະປຸງແຕ່ງ ທຸກຂ໌ເພາະແປປ່ຽນ) ໓ ຢ່າງ ດັ່ງນີ້ກໍມີ ;

ຂີລະ (ຕະປູຂຶງຈິຕ ຄື ຣາຄະ ໂທສະ ໂມຫະ) ໓ ຢ່າງ ດັ່ງນີ້ກໍມີ ;

ມະລະ (ມົນທິນຂອງຈິຕ ຄື ຣາຄະ ໂທສະ ໂມຫະ) ໓ ຢ່າງ ດັ່ງນີ້ກໍມີ ;

ນິຄະ (ສິ່ງຊູນຕ້ອງຈິຕ ຄື ຣາຄະ ໂທສະ ໂມຫະ) ໓ ຢ່າງ ດັ່ງນີ້ກໍມີ ;

ເວທະນາ (ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ) ໓ ຢ່າງ ດັ່ງນີ້ກໍມີ ;

ຕັນຫາ (ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ) ໓ ຢ່າງ ດັ່ງນີ້ກໍມີ ;

ໂອຄະ (ກິເລສຖ້ວມຈິຕ ຄື ກາມ ພົບ ທິຕຖິ ອະວິຊຊາ) ໔ ຢ່າງ ດັ່ງນີ້ກໍມີ ;

ໂຢຄະ (ກິເລສຮັດຂຶງຈິຕ ແມ່ນ ກາມ ພົບ ທິຕຖິ ອະວິຊຊາ) ໔ ຢ່າງ ດັ່ງນີ້ກໍມີ ;

ອຸປາທານ (ຄວາມຢຶດໝັ້ນດ້ວຍ ກາມ-ທິຕຖິ-ສີລວັຕ-ອັຕຕະວາດ) ໔ ຢ່າງ ດັ່ງນີ້ກໍມີ ;

ຄັນຖະ (ສິ່ງຮ້ອຍຮັດນາມກາຍ ຄື ອະພິຊຊາ-ພະຍາບາດ-ສີລວັຕ-ສັຈຈະສະເພາະຕົນ) ໔ ຢ່າງ ດັ່ງນີ້ກໍມີ ;

ອະນຸສະຢະ (ກິເລສເຄີຍຊິນຢູ່ໃນສັນດານ ຄື ກາມະຣາຄະ ປະຕິຄະ ທິຕຖິ ວິຈິກິຈສາ ມານະ ພະວະຣາຄະ ອະວິຊຊາ) ໓ ຢ່າງ ດັ່ງນີ້ກໍມີ ;

໑໔໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ກາມະຄຸນ (ຄື ຮູບ-ສຽງ-ກິ່ນ-ຣົສ-ໂຜຕຖັບພະ ອັນເປັນທີ່ຕັ້ງແຫ່ງຄວາມກໍາໜັດ)

໕ ຢ່າງ ດັ່ງນີ້ກໍມີ ;

ນິວອຣ (ກິເລສປິດກັ້ນຈິຕ ຄື ກາມະສັນທະ ພະຍາບາດ ຖີນະມິດທະ ອຸດທັຈຈະ

ກຸກກຸຈຈະ ວິຈິກິຈສາ) ໕ ຢ່າງ ດັ່ງນີ້ກໍມີ ;

ອຸປາທານຂັນທ໌ (ຂັນທ໌ຄື ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນມີອຸປາທານຢຶດຄອງ) ໕ ຢ່າງ ດັ່ງນີ້ກໍມີ ;

ໂອຣັມພາຄິຢະສັນໂຍຊນ໌ (ກິເລສເຄື່ອງຮ້ອຍຮັດສັຕ ເປັນໄປໃນພົບເບື້ອງຕໍ່າ ຄື ສັກກາຢະທິຕຖິ ວິຈິກິຈສາ ສີລັບພັດຕະປຣາມາສະ ກາມະສັນທະ ພະຍາບາດ) ໕ ຢ່າງ ດັ່ງນີ້ກໍມີ ;

ອຸດດັມພາຄິຢະສັນໂຍຊນ໌ (ກິເລສເຄື່ອງຮ້ອຍຮັດສັຕ ເປັນໄປໃນພົບເບື້ອງເທິງ ຄື

ຣູປະຣາຄະ ອະຣູປະຣາຄະ ມານະ ອຸດທັຈຈະ ອະວິຊຊາ) ໕ ຢ່າງ ດັ່ງນີ້ກໍມີ].

- ມຫາວາຣ. ສັງ. ໑໙/໘໑-໙໒/໒໙໘-໓໕໔.

ມັຊຊິມາປະຕິປະທາ ສໍາລັບທັມມະກະຖຶກແຫ່ງຍຸກ

(໑. ພໍໂຕທັງເພື່ອຕົນ ແລະຜູ່ອື່ນ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ