ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ອະສັຕຕະບຸຣຸສ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ມີ ມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ມິຈສາກັມມັນຕະ

ມິຈສາອາຊີວະ ມິຈສາວາຢາມະ ມິຈສາສະຕິ ມິຈສາສະມາທິ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະສັຕຕະບຸຣຸສ.

ພິກຂຸ ທ. ! ອະສັຕຕະບຸຣຸສ ທີ່ຍິ່ງກວ່າອະສັຕຕະບຸຣຸສ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ຕົນເອງເປັນຜູ່ມີ ມິຈສາທິຕຖິດ້ວຍ ຊັກຊວນຜູ່ອື່ນໃຫ້ມີມິຈສາທິຕຖິດ້ວຍ .... (ໂດຍນັຍນີ້ເລື້ອຍໄປຈົນເຖິງ) .... ຕົນເອງເປັນຜູ່ມີມິຈສາສະມາທິດ້ວຍ ຊັກຊວນຜູ່ອື່ນໃຫ້ມີມິຈສາສະມາທິດ້ວຍ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະສັຕຕະບຸຣຸສທີ່ຍິ່ງກວ່າອະສັຕຕະບຸຣຸສ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໐໓

ພິກຂຸ ທ. ! ສັຕຕະບຸຣຸສ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ມີ : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັຕຕະບຸຣຸສ.

ພິກຂຸ ທ. ! ສັຕຕະບຸຣຸສ ທີ່ຍິ່ງກວ່າສັຕຕະບຸຣຸສ ເປັນແນວໃດໜໍ ? ພິກຂຸ ທ. !

ບຸຄຄົນບາງຄົນໃນກໍລະນີນີ້ ຕົນເອງເປັນຜູ່ມີສັມມາທິຕຖິດ້ວຍ ຊັກຊວນຜູ່ອື່ນໃຫ້ມີສັມມາທິຕຖິດ້ວຍ ... (ໂດຍນັຍນີ້ເລື້ອຍໄປຈົນເຖິງ) .... ຕົນເອງເປັນຜູ່ມີສັມມາສະມາທິດ້ວຍ ຊັກຊວນຜູ່ອື່ນໃຫ້ມີສັມມາສະມາທິດ້ວຍ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັຕຕະບຸຣຸສ ທີ່ຍິ່ງກວ່າສັຕຕະບຸຣຸສ.

- ຈຕຸກກ. ອັງ. ໒໑/໓໐໒/໒໐໕.

(ໃນສູຕອື່ນ ຂະຫຍາຍອົງປະກອບ ທີ່ເຮັດບຸຄຄົນໃຫ້ເປັນສັຕຕະບຸຣຸສ ແລະ ອະສັຕຕະບຸຣຸສຫຼາຍອອກໄປ ຈາກອົງຄ໌ແປດແຫ່ງສັມມາມັຄຄະ ຫຼື ມິຈສາມັຄຄະ ອອກໄປເປັນສັມມັຕຕະສິບ ຫຼື ມິຈສັຕຕະສິບ ໂດຍເນື້ອຄວາມທີ່ມີຫຼັກເກນແນວດຽວກັນ ຈົນຄົບທັງສີ່ຈໍາພວກ ດັ່ງນີ້ ກໍມີ. - ໒໑/໓໐໓/໒໐໖.

ໃນສູຕອື່ນ ແທນທີ່ຈະຊົງຈໍາແນກບຸຄຄົນ ເປັນອະສັຕຕະບຸຣຸສ ແລະສັຕຕະບຸຣຸສ ແຕ່ໄດ້ຊົງ ຈໍາແນກບຸຄຄົນ ເປັນບາບຊົນ ແລະ ກັລລະຢານະຊົນ ຈັດເປັນຄູ່ໜຶ່ງ ກໍມີ - ໒໑/໓໐໔ - ໓໐໕/໒໐໗ - ໒໐໘, ແລະ ຊົງຈໍາແນກເປັນ ຊົນຜູ່ມີບາບທັມ ແລະ ຊົນຜູ່ມີກັລລະຢານະທັມ ເປັນອີກຄູ່ໜຶ່ງ ກໍມີ - ໒໑/໓໐໖ - ໓໐໗/໒໐໙ - ໒໑໐; ທັງໝົດນີ້ ເປັນໄປໂດຍຫຼັກເກນອັນດຽວກັນກັບ ທີ່ຊົງຈໍາແນກ ອະສັຕຕະບຸຣຸສຈົນຄົບທັງສີ່ຈໍາພວກ ເຊັ່ນດຽວກັນອີກ.

ໃນສູຕອື່ນແທນທີ່ຈະໃຊ້ອົງຄ໌ແປດແຫ່ງມັຄຄະ ຫຼືສັມມັຕຕະສິບ ຫຼືມິຈສັຕຕະສິບ ເປັນເຄື່ອງຈໍາແນກບຸຄຄົນ ໃຫ້ເປັນຄູ່ກົງກັນຂ້າມກັນ ດັ່ງເບື້ຶອງເທິງນີ້ ແຕ່ໄດ້ຊົງໃຊ້ຫຼັກແຫ່ງກຸສົລກັມມະບົດສິບ ອະກຸສົລກັມມະບົດສິບ ເປັນຕົ້ນ ເປັນເຄື່ອງຈໍາແນກ ຈົນຄົບທັງສີ່ຈໍາພວກ ໂດຍຫຼັກເກນແນວດຽວກັນກໍມີ - ໒໑/໒໙໗ - ໓໐໑/໒໐໑ - ໒໐໔).

໑໔໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ອັຕຖັງຄິກະມັຄຄະຊະນິດທີ່ແນ່ນອນວ່າ

ປ້ອງກັນການສະແຫວງຫາຜິດ

ພິກຂຸ ທ. ! ການສະແຫວງຫາ (ເອສະນາ) ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື ການສະແຫວງຫາກາມ (ກາເມສະນາ) ການສະແຫວງຫາພົບ

(ພະເວສະນາ) ການສະແຫວງຫາພຣົມມະຈັນຣຍ໌ (ພຣັມມະຈະຣິເຢສະນາ). ພິກຂຸ ທ. ! ເຫຼົ່ານີ້ແລ ການສະແຫວງຫາ ໓ ຢ່າງ.

ພິກຂຸ ທ. ! ເພື່ອຄວາມຮູ້ຍິ່ງ (ອະພິນຍາ) ຊຶ່ງການສະແຫວງຫາ ໓ ຢ່າງເຫຼົ່ານີ້ ບຸຄຄົນຄວນຈະເຣີນອະຣິຍະອັຕຖັງຄິກະມັຄຄະ. ອະຣິຍະອັຕຖັງຄິກະມັຄຄະ ຊະນິດ ໃດກັນໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນ ສັມມາທິຕຖິ .... ສັມມາສັງກັປປະ .... ສັມມາວາຈາ .... ສັມມາກັມມັນຕະ .... ສັມມາອາຊີວະ .... ສັມມາ

ວາຢາມະ .... ສັມມາສະຕິ .... ສັມມາສະມາທິ ຊະນິດທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດອອກ. ພິກຂຸ ທ. ! ເພື່ຶຄວາມຮູ້ຍິ່ງ ຊຶ່ງການສະແຫວງຫາ ໓ ຢ່າງເຫຼົ່ານີ້ແລ ບຸຄຄົນຄວນຈະເຣີນ ອະຣິຍະອັຕຖັງຄິກະມັຄຄະ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ