ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ດ້ວຍປະການດັ່ງນີ້ແລ (ເປັນອັນວ່າ) ກັມເກົ່າ ເຮົາໄດ້ສະແດງແລ້ວແກ່ເຈົ້າ ທ., ກັມໃໝ່ ເຮົາກໍໄດ້ສະແດງແລ້ວ, ກັມມະນິໂຣດ ເຮົາກໍສະແດງແລ້ວ, ກັມມະນິໂຣທະຄາມິນີປະຕິປະທາ ເຮົາກໍສະແດງແລ້ວ. ພິກຂຸ ທ. ! ກິຈຈ໌ອັນໃດ ທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈະຄວນເຮັດແກ່ສາວົກທັງຫຼາຍ, ກິຈຈ໌ອັນນັ້ນ ເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າທັງຫຼາຍ. ພິກຂຸ ທ. ! ນັ້ນເຫງົ້າໄມ້ທັງຫຼາຍ, ນັ້ນເຮືອນຫວ່າງທັງຫຼາຍ. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງພຽນເຜົາກິເລສ, ຢ່າງບໍ່ປະມາດ. ພວກເຈົ້າທັງຫຼາຍ ຢ່າໄດ້ເປັນຜູ່ທີ່ຕ້ອງຮ້ອນໃຈໃນພາຍຫຼັງເລີຍ. ນີ້ແລ ເປັນວາຈາ ເຄື່ອງພໍ່າສອນພວກເຈົ້າທັງຫຼາຍຂອງເຮົາ.

- ສລາ. ສັງ. ໑໘/໑໖໖/໒໒໗-໒໓໑.

ອັຕຖັງຄິກະມັຄຄະເປັນອິດທິປາດະພາວະນາຄາມີນິປະຕິປະທາ

ອານົນທ໌ ! ອິດທິບາດ ເປັນແນວໃດໜໍ ? ອານົນທ໌ ! ມັຄຄະໃດ ປະຕິປະທາໃດ ເປັນໄປເພື່ອການໄດ້ຊຶ່ງອິດທິ ການໄດ້ສະເພາະຊຶ່ງອິດທິ. ອານົນທ໌ ! ນີ້ເຮົາເອີ້ນວ່າ ອິດທິບາດ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໐໑

ອານົນທ໌ ! ອິດທິບາດພາວະນາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິ ອາໄສສັນທະເປັນປະທານກິຈຈ໌ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິ ອາໄສວິຣິຢະເປັນປະທານກິຈຈ໌ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິ ອາໄສຈິຕຕະເປັນປະທານກິຈຈ໌ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິ ອາໄສວິມັງສາເປັນປະທານກິຈຈ໌ (ກິຈຈ໌ໃນບ່ອນນີ້ຄື ກິຈຈ໌ກ່ຽວກັບການລະວັງ, ການລະ, ການເຮັດໃຫ້ເກີດມີ ແລະການຮັກສສາ) ໑ . ອານົນທ໌ ! ນີ້ເອີ້ນວ່າ ອິທິບາດພາວະນາ.

ອານົນທ໌ ! ອິດທິບາດພາວະນາຄາມີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມຈະເຣີນແຫ່ງອິດທິບາດ) ເປັນແນວໃດໜໍ ? ອະຣິຍະອັຕຖັງຄິກະມັຄຄະນີ້ນັ້ນແຫຼະ, ກ່າວຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ອານົນທ໌ ! ນີ້ເຮົາເອີ້ນວ່າ ອິດທິບາດພາວະນາຄາມີປະຕິປະທາ.

- ມຫາວາຣ. ສັງ. ໑໙/໓໖໗/໑໒໒໓-໑໒໒໕.

ອັຕຖັງຄິກະມັຄຄະ ເປັນສັນຍາລັກຂອງສາສນາທີ່ມີຄວາມຫຼຸດພົ້ນ

ສຸພັດທະ ! ອະຣິຍະອັຕຖັງຄິກະມັຄຄະ ເປັນໄປບໍ່ໄດ້ໃນທັມວິນັຍ (ສາສນາ) ໃດ ; ສະມະນະກໍເປັນໄປບໍ່ໄດ້ໃນທັມວິນັຍນັ້ນ ສະມະນະທີສອງກໍເປັນໄປບໍ່ໄດ້ໃນທັມວິນັຍນັ້ນ ສະມະນະທີສາມກໍເປັນໄປບໍ່ໄດ້ໃນທັມວິນັຍນັ້ນ ສະມະນະທີສີ່ກໍເປັນໄປບໍ່ໄດ້ໃນທັມວິນັຍນັ້ນ.

ສຸພັດທະ ! ອະຣິຍະອັຕຖັງຄິກະມັຄຄະ ຫາໄດ້ໃນທັມວິນັຍໃດ ; ສະມະນະກໍຫາໄດ້ໃນທັມວິນັຍນັ້ນ ສະມະນະທີສອງກໍຫາໄດ້ໃນທັມວິນັຍນັ້ນ ສະມະນະທີສາມກໍຫາໄດ້ໃນທັມວິນັຍນັ້ນ ສະມະນະທີສີ່ກໍຫາໄດ້ໃນທັມວິນັຍນັ້ນ.

໑໔໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ສຸພັດທະ ! ອະຣິຍະອັຕຖັງຄິກະມັຄຄະ ຫາໄດ້ໃນທັມວິນັຍນີ້ ແລ ສະມະນະ ຫາໄດ້ໃນທັມວິນັຍນີ້ແລ ສະມະນະທີສອງ ຫາໄດ້ໃນທັມວິນັຍນີ້ ສະມະນະທີສາມ ຫາໄດ້ໃນທັມວິນັຍນີ້ ສະມະນະທີສີ່ກໍຫາໄດ້ໃນທັມວິນັຍນີ້. ວາທະເຄື່ອງສອນຂອງພວກອື່ນຫວ່າງຈາກສະມະນະຂອງພວກອື່ນ (ຈາກພວກນັ້ນ).

ສຸພັດທະ ! ຖ້າພິກຂຸທັງຫຼາຍເຫຼົ່ານີ້ ຈະຍ່ອມຢູ່ໂດຍຖືກຕ້ອງແລ້ວ ໂລກກໍຈະບໍ່ຫວ່າງຈາກ ພຣະອໍຣະຫັນຕ໌ທັງຫຼາຍ.

- ມຫາ. ທີ. ໑໐/໑໗໕/໑໓໘.

ອົງຄ໌ແຫ່ງມັຄຄ໌ ໃຊ້ເປັນຫຼັກຈໍາແນກຄວາມເປັນ

ສັຕຕະບຸຣຸສ - ອະສັຕຕະບຸຣຸສ

ພິກຂຸ ທ. ! ເຮົາຈັກສະແດງ ຊຶ່ງອະສັຕຕະບຸຣຸສ ແລະ ອະສັຕຕະບຸຣຸສ ທີ່ຍິ່ງກວ່າ

ອະສັຕຕະບຸຣຸສ ; ຈັກສະແດງຊຶ່ງສັຕຕະບຸຣຸສ ແລະ ສັຕຕະບຸຣຸສ ທີ່ຍິ່ງກວ່າສັຕຕະບຸຣຸສ. ....

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ