ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ພັຍທີ່ມານດາແລະບຸຕ ຊ່ວຍກັນບໍ່ໄດ້ (ໂດຍແທ້ຈິງ) ໓ ຢ່າງເຫຼົ່ານີ້ມີຢູ່. ສາມຢ່າງຄື : ພັຍເກີດຈາກຄວາມແກ່ (ຊະຣາພະຢັງ), ພັຍເກີດຈາກຄວາມ ເຈັບໄຂ້ (ພະຢາດິພະຢັງ), ພັຍເກີດຈາກຄວາມຕາຍ (ມະຣະນະພະຢັງ). ພິກຂຸ ທ. ! ມານດາບໍ່ໄດ້ຕາມປາຖນາກັບບຸຕ ຜູ່ແກ່ຢູ່ເຊັ່ນນີ້ວ່າ ເຮົາແກ່ເອງເຖີ້ນ ບຸຕຂອງເຮົາຢ່າງແກ່ເລີຍ ; ຫຼືບຸຕກໍບໍ່ໄດ້ຕາມປາຖນາກັບມານດາ ຜູ່ແກ່ຢູ່ເຊັ່ນນີ້ວ່າ ເຮົາແກ່ເອງເຖີ້ນ

ມານດາຢ່າງແກ່ເລີຍ ດັ່ງນີ້. ມານດາກໍບໍ່ໄດ້ຕາມປາຖນາວ່າ ເຮົາເຈັບໄຂ້ເອງເຖີ້ນ ບຸຕຂອງເຮົາຢ່າເຈັບໄຂ້ເລີຍ ; ຫຼືບຸຕກໍບໍ່ໄດ້ຕາມປາຖນາວ່າ ເຮົາເຈັບໄຂ້ເອງເຖີ້ນ ມານດາຂອງເຮົາຢ່າເຈັບໄຂ້ເລີຍ ດັ່ງນີ້. ມານດາກໍບໍ່ໄດ້ຕາມປາຖນາວ່າ ເຮົາຕາຍເອງເຖີ້ນ ບຸຕຂອງເຮົາເຮົາຢ່າຕາຍເລີຍ ; ຫຼືບຸຕກໍບໍ່ໄດ້ຕາມປາຖນາວ່າ ເຮົາຕາຍເອງເຖີ້ນ ມານດາຂອງເຮົາຢ່າຕາຍເລີຍ ດັ່ງນີ້. ພິກຂຸ ທ. ! ເຫຼົ່ານີ້ແລ ເປັນພັຍທີ່ມານດາແລະບຸຕ ຊ່ວຍກັນບໍ່ໄດ້ ໓ ຢ່າງ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໙໙

ພິກຂຸ ທ. ! ຫົນທາງມີຢູ່ ປະຕິປະທາມີຢູ່ ຍ່ອມເປັນໄປເພື່ອເລີກລະ ກ້າວຂ້າມເສຍ ຊຶ່ງພັຍທັງທີ່ເປັນ ສະມາຕາປຸຕຕິກະພະຢະ ແລະ ອະມາຕາປຸຕຕິກະພະຢະ ຢ່າງລະສາມໆ ເຫຼົ່ານັ້ນ. ພິກຂຸ ທ. ! ຫົນທາງ ຫຼືປະຕິປະທານັ້ນ ເປັນແນວໃດໜໍ ? ນັ້ນຄື

ອະຣິຍະອັຕຖັງຄິກະມັຄຄະນັ້ນເອງ ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ແຫຼະຫົນທາງ ນີ້ແຫຼະປະຕິປະທາ ເປັນໄປເພື່ອເລີກລະ ກ້າວຂ້າມເສຍຊຶ່ງພັຍ ທັງທີ່ເປັນສະມາຕາປຸຕຕິກະພະຢະ ແລະ ອະມາຕາປຸຕຕິກະພະຢະ ຢ່າງລະສາມໆ ເຫຼົ່ານັ້ນ.

- ຕິກ. ອັງ. ໒໐/໒໒໘-໒໓໑/໕໐໒.

ອັຕຖັງຄິກະມັຄຄະ ໃນຖານະເປັນກັມມະນິໂຣທະຄາມິນີປະຕິປະທາ

ພິກຂຸ ທ. ! ເຮົາຈັກສະແດງຊຶ່ງ ກັມທັງຫຼາຍທັງໃໝ່ ແລະເກົ່າ (ນະວະປຸຣານະກັມມະ) ກັມມະນິໂຣດ ແລະກັມມະນິໂຣທະຄາມິນີປະຕິປະທາ. ....

ພິກຂຸ ທ. ! ກັມເກົ່າ (ປຸຣານະກັມມະ) ເປັນແນວໃດໜໍ ? ພິກຂຸ ທ. ! ຈັກຂຸ... ໂສຕະ ... ຄານະ ... ຊິວຫາ ... ກາຢະ ... ມະນະ ອັນເຈົ້າ ທ. ຈົ່ງເຫັນວ່າເປັນປຸຣານະກັມມະ (ກັມເກົ່າ) ອະພິສັງຂະຕະ (ອັນປັຈຈັຍປຸງແຕ່ງຂຶ້ນ) ອະພິສັນເຈຕະຢິຕະ (ອັນປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ) ເວທະນີຢະ (ມີຄວາມຮູ້ສຶກຕໍ່ອາຣົມໄດ້). ພິກຂຸ ທ. ! ນີ້ເອີ້ນວ່າ ກັມເກົ່າ.

ພິກຂຸ ທ. ! ກັມໃໝ່ (ນະວະກັມມະ) ເປັນແນວໃດໜໍ ? ພິກຂຸ ທ. ! ຂໍ້ທີ່ບຸຄຄົນເຮັດກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ໃນກາລບັດນີ້ ອັນໃດ, ອັນນີ້ເອີ້ນວ່າ ກັມໃໝ່.

໑໔໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ກັມມະນິໂຣດ (ຄວາມດັບແຫ່ງກັມ) ເປັນແນວໃດໜໍ ? ພິກຂຸ ທ. ! ຂໍ້ທີ່

ບຸຄຄົນຖືກຕ້ອງວິມຸຕຕິ ເພາະຄວາມດັບແຫ່ງກາຢະກັມ ວະຈີກັມ ມະໂນກັມ ອັນໃດ, ອັນນີ້ເອີ້ນວ່າ ກັມມະນິໂຣດ.

ພິກຂຸ ທ. ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຄວາມດັບແຫ່ງກັມ) ເປັນແນວໃດໜໍ ? ກັມມະນິໂຣທະຄາມິນີປະຕິປະທານັ້ນ ຄືອະຣິຍະອັຕຖັງຄິກະ

ມັຄຄະນີ້ນັ້ນເອງ ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເອີ້ນວ່າ ກັມມະນິໂຣທະຄາມິນີປະຕິປະທາ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ