ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ອັນບຸຄຄົນຄວນຈະເຣີນ ເພື່ອການຮູ້ຍິ່ງ ... ເພື່ອການຮູ້ຮອບ ... ເພື່ອການດັບສິ້ນໄປຮອບ ... ເພື່ອການລະ ... ເພື່ອຕວາມສ້ຽງໄປ ... ເພື່ອຄວາມເສື່ອມໄປ ... ເພື່ອຄວາມຈາງຄາຍ ... ເພື່ອຄວາມດັບ ... ເພື່ອຄວາມສະລະຖິ້ມ ... ເພື່ອຄວາມສະລັດຄືນ ... ຊຶ່ງຣາຄະ ... ຊຶ່ງໂທສະ ... ຊຶ່ງໂມຫະ ... ຊຶ່ງໂກດະ ... ອຸປະນາຫະ ... ມັກຂະ ... ປະລາສະ ... ອິສສາ ... ມັຈສະຣິຢະ ... ມາຢາ ... ສາເຖີຍຢະ ... ຖັມພະ ... ສາຣັມພະ ... ມານະ ... ອະຕິມານະ ... ມະທະ ... ປະມາທະ. ແປດປະການນັ້ນ ເປັນແນວໃດໜໍ ? ແປດປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ແລ ອັນບຸຄຄົນຄວນຈະເຣີນເພື່ອການຮູ້ຍິ່ງ ໆລໆ ຊຶ່ງຣາຄະ ໆລໆ ແລ.

- ອັຕຖກ. ອັງ. ໒໓/໓໕໙, ໓໖໑/໒໐໑, ໒໐໔.

(ຂໍ້ຄວາມທັງໝົດນີ້ ໃນບາລີປະສົງຈະໃຫ້ແຍກເປັນສູຕໆ ເປັນເລື່ອງໆ ຕາມຄວາມແຕກຕ່າງແຫ່ງກິລິຍາອາການ ເຊັ່ນ : ການຮູ້ຍິ່ງ ກໍສູຕໜຶ່ງ ; ແລະ ແຍກຕາມຊື່ຂອງກິເລສ ທີ່ຕ້ອງລະກິເລສເລື່ອງໜຶ່ງ ກໍສູຕໜຶ່ງ ເຊັ່ນ : ຮູ້ຍິ່ງຊຶ່ງຣາຄະເປັນຕົ້ນ ກໍສູຕໜຶ່ງ ; ລວມກັນເປັນ ໑໗໐ ສູຕ ຄື : ມີກິລິຍາອາການສິບ ມີຊື່ກິເລສທີ່ຕ້ອງລະສິບເຈັດຄື : ຄູນກັນເຂົ້າເປັນ ໑໗໐ ໃນນີ້ນໍາເອົາມາເຮັດເປັນສູຕດຽວ ເພື່ອງ່າຍແກ່ການສຶກສາ ແລະປະຢັດເວລາ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໙໗

ອັຕຖັງຄິກຄະມັຄຄະຊ່ວຍລະງັບພັຍທີ່ແມ່ລູກກໍຊ່ວຍກັນບໍ່ໄດ້

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ຍ່ອມກ່າວພັຍທີ່ມານດາແລະບຸຕຊ່ວຍກັນ

ບໍ່ໄດ້ (ອະມາຕາປຸຕຕິກະພະຢະ) ວ່າມີຢູ່ ໓ ຢ່າງ. ສາມຢ່າງຄື ມີສະໄໝທີ່ໄຟໄໝ້ໃຫຍ່ເກີດຂຶ້ນ ໄໝ້ໝູ່ບ້ານ ໄໝ້ເມືອງ ໄໝ້ນະຄອຣ. ໃນສະໄໝນັ້ນ ມານດາບໍ່ໄດ້ບຸຕ (ເປັນຜູ່ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ່ຊ່ວຍເຫຼືອອັນໃດໄດ້). ພິກຂຸ ທ. ! ປຸຖຸຊົນບໍ່ມີການສະດັບ ຍ່ອມເອີ້ນພັຍນີ້ວ່າເປັນ ອະມາຕາປຸຕຕິກະພະຢະ ຢ່າງທີໜຶ່ງ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມະຫາເມຄຕັ້ງຂຶ້ນ ເກີດນໍ້າຖ້ວມໃຫຍ່ ພັດໄຫຼໄປໝົດໝູ່ບ້ານ ທັງເມືອງ ທັງນະຄອຣ. ໃນສະໄໝນັ້ນ ມານດາບໍ່ໄດ້ບຸຕ (ເປັນຜູ່ຊ່ວຍ ເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ່ຊ່ວຍເຫຼືອອັນໃດໄດ້). ພິກຂຸ ທ. ! ປຸຖຸຊົນບໍ່ມີການສະດັບ ຍ່ອມເອີ້ນພັຍນີ້ວ່າເປັນ ອະມາຕາປຸຕຕິກະພະຢະ ຢ່າງທີສອງ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມີພັຍ ຄືການກໍາເລີບ (ປະຕິການ) ມາຈາກປ່າ ປະຊາຊົນຂຶ້ນຍານມີລໍ້ ໜີກະແຈກກະຈາຍໄປ. ເມື່ອພັຍເຊັ່ນນີ້ເກີດຂຶ້ນ ສະໄໝນັ້ນ ມານດາບໍ່ໄດ້ບຸຕ (ເປັນຜູ່ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ່ຊ່ວຍເຫຼືອອັນໃດໄດ້). ພິກຂຸ ທ. ! ປຸທຸຊົນບໍ່ມີການສະດັບ ຍ່ອມເອີ້ນໄພນີ້ວ່າເປັນ ອະມາຕາປຸກຕິກະພະຢະ ຢ່າງທີສາມ.

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ຍ່ອມກ່າວພັຍທີ່ມານດາ ແລະບຸຕຊ່ວຍກັນບໍ່ໄດ້ວ່າມີຢູ່ ໓ ຢ່າງ ເຫຼົ່ານີ້.

໑໓໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ກ່າວສະມາຕາປຸຕຕິກະພະຢະ (ພັຍທີ່ມານດາແລະບຸຕຊ່ວຍກັນໄດ້) ແທ້ໆ ໓ ຢ່າງນີ້ ວ່າເປັນອະມາຕາປຸຕຕິກະພະຢະ (ພັຍທີ່ມານດາແລະບຸຕຊ່ວຍກັນບໍ່ໄດ້) ໄປເສຍ. ພິກຂຸ ທ. ! ພັຍ ໓ ຢ່າງ ທີ່ມານດາແລະບຸຕຊ່ວຍກັນໄດ້ນັ້ນ ເປັນແນວໃດໜໍ ? ສາມຢ່າງຄື : ສະໄໝທີ່ໄຟໄໝ້ໃຫຍ່ເປັນຢ່າງໜຶ່ງ, ສະໄໝທີ່ນໍ້າຖ້ວມໃຫຍ່ເປັນຢ່າງທີສອງ, ສະໄໝທີ່ໜີໂຈຣກະບົດເປັນຢ່າງທີສາມ ; ເຫຼົ່ານີ້ ບາງເທື່ອມານດາແລະບຸຕ ກໍຊ່ວຍກັນແລະກັນໄດ້ ແຕ່ປຸຖຸຊົນຜູ່ບໍ່ມີການສະດັບ ມາກ່າວວ່າເປັນພັຍ ທີ່ມານດາແລະບຸຕ ກໍຊ່ວຍກັນບໍ່ໄດ້ ໄປເສຍທັງໝົດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ